ດ່ານສາກົນພູດູ່ ມີລາຍຮັບຈາກນ້ຳມັນເຊື້ອໄຟ 90%

0
1793

ການຈັດເກັບລາຍຮັບເຂົ້າງົບປະມານຕາມແຜນການປີ 2019 ທັງໝົດແມ່ນ 80,15 ຕື້ກີບ, ໃນ 6 ເດືອນຕົ້ນປີ ດ່ານສາກົນພູດູ່ ສາມາດເກັບໄດ້ 40,22 ຕື້ກວ່າກີບ, ທຽບໃສ່ແຜນການປີ ປະຕິບັດໄດ້ 50,19%, ລາຍຮັບສ່ວນຫຼາຍແມ່ນ ໄດ້ມາຈາກນໍ້າມັນເຊື້ອໄຟ 90%.

ທ່ານ ສົມດີ ຄົງສະຫວັນ ຫົວໜ້າດ່ານສາກົນພູດູ່ ໄດ້ລາຍງານຕໍ່ການຢ້ຽມຢາມຂອງ ທ່ານ ປອ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ໃນວັນທີ 11 ກໍລະກົດ ຜ່ານມາວ່າ: ໄລຍະຜ່ານມາ, ພະນັກງານແຕ່ລະຂະແໜງການພາຍໃນດ່ານສາກົນພູດູ່ ໄດ້ເອົາໃຈໃສ່ເຮັດໜ້າທີ່ວິຊາສະເພາະຕາມພາລະບົດບາດ; ເຊິ່ງສະແດງອອກໃນການເຮັດໜ້າທີ່ລາດຕະເວນລຽບຕາມຊາຍແດນ, ປ້ອງກັນເວນຍາມດ່ານມີຄວາມປອດໄພດີ.

ທ່ານ ປອ ສອນໄຊ ສີພັນດອນ ລົງຢ້ຽມຢາມດ່ານສາກົນພູກູດ
ທ່ານ ປອ ສອນໄຊ ສີພັນດອນ ລົງຢ້ຽມຢາມ ດ່ານສາກົນພູດູ່

ນອກນັ້ນ, ຍັງເຮັດໜ້າທີ່ຈັດເກັບລາຍຮັບ, ຕິດຕາມສິນຄ້າສົ່ງອອກ-ນໍາເຂົ້າ ແລະ ການເຂົ້າ-ອອກຂອງພົນລະເມືອງ ແລະ ພາຫະນະ; ໂດຍ 6 ເດືອນຜ່ານມາ ມີພົນລະເມືອງເຂົ້າ-ອອກດ່ານທັງໝົດ 31.350 ຄົນ ສະເລ່ຍຄົນເຂົ້າ-ອອກ 174 ຄົນຕໍ່ວັນ, ພາຫະນະ 7.038 ຖ້ຽວຕໍ່ຄັນ ສະເລ່ຍ 39 ຖ້ຽວຕໍ່ຄັນຕໍ່ວັນ; ໃນນັ້ນ, ແຈ້ງຄົນເຂົ້າເມືອງ 15.698 ຄົນ ຍິງ 6.086 ຄົນ ເດັກ 669 ຄົນ, ມີ 14 ສັນຊາດ; ແຈ້ງຄົນອອກເມືອງ 15.652 ຄົນ ຍິງ 6171 ຄົນ ເດັກ 794 ຄົນ, ມີ 17 ສັນຊາດ, ພາຫະນະເຂົ້າ 3.502 ຖ້ຽວ; ພະຫະນະອອກ 3.536 ຖ້ຽວ.

ການຈັດເກັບລາຍຮັບເຂົ້າງົບປະມານຕາມແຜນການປີ 2019 ທັງໝົດ 80,15 ຕື້ກີບ, 6 ເດືອນຕົ້ນປີ ສາມາດເກັບໄດ້ 40,22 ຕື້ກວ່າກີບ ທຽບໃສ່ແຜນການປີປະຕິບັດໄດ້ 50,19%, ລາຍຮັບສ່ວນຫຼາຍແມ່ນໄດ້ມາຈາກນໍ້າມັນເຊື້ອໄຟ 90%, ຄື: ຄ່າຊັກພິເສດ 4,76 ລ້ານກວ່າ ກີບ, ພາສີຂາເຂົ້າ 5,58 ຕື້ກວ່າກີບ, ຄ່າທໍານຽມຕ່າງໆ 6,39 ຕື້ກວ່າກີບ, ອາກອນມູນຄ່າເພີ່ມ 9,37 ຕື້ກວ່າກີບ, ອາກອນຊົມໃຊ້ 18,77 ຕື້ກວ່າກີບ ແລະ ອາກອນກໍາໄລ 90,32 ລ້ານກວ່າກີບ.

ການນໍາເຂົ້າສິນຄ້າສ່ວນຫຼາຍແມ່ນເຄື່ອງອຸປະໂພກ ແລະ ບໍລິໂພກ ເຊັ່ນ: ໝາກໄມ້ລວມ, ພືດຜັກລວມ, ຫົວອາຫານສັດ, ປາແຫ້ງ, ປາແຊ່ແຂງ ລວມທັງໝົດ 158.674 ກິໂລກະລາມ. ນອກນັ້ນ, ຍັງມີ: ປານ້ອຍ, ປາດຸກພັນ, ລູກໝູນ້ອຍ ແລະ ໝູພໍ່ພັນ-ແມ່ພັນອີກຈໍານວນໜຶ່ງ. ສ່ວນສິນຄ້າສົ່ງອອກແມ່ນຜະລິດຕະພັນພືດເຊັ່ນ: ແກ່ນສາລີ, ຖົ່ວດິນຝັກ, ສາລີຝັກ, ສາລີເມັດ, ມັນຕົ້ນແຫ້ງ ແລະ ໝາກຖົ່ວແດງ ລວມທັງໝົດ 14.124 ໂຕນ, ຄິດເປັນມູນຄ່າ ທັງໝົດ 12,53 ຕື້ກວ່າກີບ, ການນໍາເຂົ້ານໍ້າມັນເຊື້ອໄຟ ໃນໄລຍະຜ່ານມາແມ່ນມີ 5 ບໍລິສັດ, ມີລົດບັນທຸກນໍ້າມັນ 340 ຄັນ, ຈໍານວນບໍລິມາດນໍາເຂົ້າ ທັງໝົດ 13,60 ພັນລິດ; ໃນນີ້, ນໍ້າມັນແອັດຊັງ 4,40 ພັນລິດ ແລະ ນໍ້າມັນກາຊວນ 9,20 ພັນລິດ.

ດ່ານສາກົນພູດູ່ ຕັ້ງຢູ່ຊາຍແດນ ເມືອງປາກລາຍ ແຂວງໄຊຍະບູລີ ສປປ ລາວ-ອໍາເພີບ້ານໂຄກ ຈັ່ງ ຫວັດອຸດຕະຣະດິດ ຣາສະອານາຈັກໄທ, ເປັນຈຸດໜຶ່ງທີ່ສໍາຄັນທາງດ້ານຍຸດທະສາດ, ເປັນສູນກາງທາງດ້ານການເມືອງ-ການປົກຄອງ, ດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ດ້ານເສດຖະກິດ, ການໄປ-ມາຫາສູ່, ການພົວພັນຊື້-ຂາຍແລກປ່ຽນສິນຄ້າເຊິ່ງກັນແລະກັນ ລະ ຫວ່າງປະຊາຊົນ ແລະ ນັກທຸລະກິດຂອງທັງ 2 ແຂວງ.