ການນຳຂອງທັງສອງພາກສ່ວນເຊັນສັນຍາຮ່ວມມືສະບັບໃໝຮ່ວມກັນ
ການນຳຂອງທັງສອງພາກສ່ວນເຊັນສັນຍາຮ່ວມມືສະບັບໃໝຮ່ວມກັນ

ກອງປະຊຸມຮ່ວມມືຮັກສາຄວາມສະຫງົບ ຄວາມເປັນລະບຽບຮຽບຮ້ອຍ ປະຈຳປີ 2019 ລະຫວ່າງກອງບັນຊາການຕຳຫຼວດ, ກອງບັນຊາທະຫານຊາຍແດນ ແຂວງເຫງະອານ ສສ ຫວຽດນາມ ກັບກອງບັນຊາການ ປກສ ແຂວງຫົວພັນ, ຊຽງຂວາງ ແລະ ແຂວງບໍລິຄຳໄຊ ສປປ ລາວ; ທີ່ກອງບັນຊາການຕຳຫຼວດແຂວງເຫງະອານ ໃນວັນທີ 22 ກໍລະກົດ 2019; ເປັນປະທານໂດຍ ພັອ ເລ ຄັກ ທຽດ ຫົວໜ້າກອງບັນຊາການຕຳຫຼວດແຂວງເຫງະອານ, ເຂົ້າຮ່ວມມີ ທ່ານ ເລ ງັອກ ຮວາ ຮອງເຈົ້າແຂວງໆແຂວງເຫງະອານ, ຕາງໜ້າຈາກກອງບັນຊາການ ປກສ ແຂວງຊຽງຂວາງ, ຫົວພັນ ແລະ ບໍລິຄຳໄຊ ພ້ອມຄະນະເຂົ້າຮ່ວມ.

ການນຳຂອງທັງສອງພາກສ່ວນເຊັນສັນຍາຮ່ວມມືສະບັບໃໝຮ່ວມກັນ
ການນຳຂອງທັງສອງພາກສ່ວນເຊັນສັນຍາຮ່ວມມືສະບັບໃໝຮ່ວມກັນ

ກອງປະຊຸມຄັ້ງນີ້, ທັງ 2 ຝ່າຍໄດ້ພ້ອມກັນປືກສາຫາລື-ແລກປ່ຽນສະພາບການຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຕາມຊາຍແດນໃຫ້ກັນຊາບ ໃນການຈັດຕັ້ງປະຕິບັດບົດບັນທຶກກອງປະຊຸມຮ່ວມມືຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ ກັບບັນດາແຂວງທີ່ມີຊາຍແດນຕິດຈອດກັນ ປະຈຳປີ 2018 ແລະ ການຮ່ວມມືໃນໄລຍະຜ່ານມາ; ເຫັນໄດ້ດ້ານດີ-ຜົນງານ ແລະ ດ້ານອ່ອນຄົງຄ້າງທີ່ຈະຕ້ອງໄດ້ພ້ອມກັນແກ້ໄຂ, ພ້ອມກັນປືກສາຫາລືກຳນົດທິດທາງແຜນການຮ່ວມມືໃນຕໍ່ໜ້າ; ເຊິ່ງທັງ 2 ຝ່າຍ ໄດ້ຕີລາຄາການຮ່ວມມື, ໂດຍແຕ່ລະຝ່າຍໄດ້ມີຄວາມຮັບຜິດຊອບສູງ ແລະ ມີຜົນສຳເລັດຫຼາຍດ້ານ.

ຄະນະນຳຂອງສອງພາກສ່ວນ ຖ່າຍຮູບເປັນທີ່ລະນຶກ
ຄະນະນຳຂອງສອງພາກສ່ວນ ຖ່າຍຮູບເປັນທີ່ລະນຶກ

ສະແດງອອກ: ໄດ້ເອົາໃຈໃສ່ແລກປ່ຽນຂໍ້ມູນຂ່າວສານຮ່ວມກັນເປັນປະຈຳ ພ້ອມທັງໄດ້ສຶກສາອົບຮົມປະຊາຊົນທີ່ຢູ່ລຽບຕາມຊາຍແດນ ໃຫ້ຮູ້ຈັກເຄົາລົບ ແລະ ປະຕິບັດກົດໝາຍການເຂົ້າ-ອອກ ແລະ ຮັກສາຄວາມສະຫງົບໃນຂອບເຂດບໍລິເວນຊາຍແດນ; ເອົາໃຈໃສ່ຊ່ວຍເຈົ້າໜ້າທີ່ໃນການຕິດຕາມການເຄື່ອນໄຫວກໍ່ຄວາມບໍ່ສະຫງົບ ຂອງກຸ່ມຄົນບໍ່ດີຢູ່ຂອບເຂດຊາຍແດນ ເຮັດໃຫ້ຊາຍແດນມີຄວາມສະຫງົບໂດຍພື້ນຖານ ແລະ ການຮ່ວມມືດ້ານວຽກງານສະກັດກັ້ນ ແລະ ຕ້ານຢາເສບຕິດ, ປີຜ່ານມາ ໄດ້ມີການພົວພັນຮ່ວມມືດ້ານການແລກປ່ຽນຂໍ້ມູນຂ່າວສານທີ່ພົວພັນເຖິງການລັກລອບຂົນສົ່ງ-ຄ້າຂາຍຢາເສບຕິດ ເຈົ້າໜ້າທີ່ຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ຂັ້ນຕ່າງໆຂອງ 2 ປະເທດໄດ້ມີການຮ່ວມມືປະສານງານກັນຢ່າງເປັນປົກກະຕິ.

ຕອນທ້າຍກອງປະຊຸມ ໄດ້ພ້ອມກັນເຊັນບົດບັນທຶກຮ່ວມກັນ ເພື່ອສືບຕໍ່ຈັດຕັ້ງປະຕິບັດວຽກງານຮັກສາຄວາມສະຫງົບຕາມຊາຍແດນຮ່ວມກັນໃນຕໍ່ໜ້າ.