ເກີດເຫດດິນເຈື່ອນຢູ່ທີ່ເໝືອງຢົກ ໃນຕອນເຊົ້າຂອງວັນທີ 28 ກໍລະກົດ ເຮັດໃຫ້ມີຜູ້ເສຍຊີວິດ 18 ຄົນ ເຊິ່ງມີເຈົ້າໜ້າທີ່ຕຳຫຼວດລວມຢູ່ດ້ວຍ ຢ່າງໜ້ອຍ 1 ຄົນ
ເກີດເຫດດິນເຈື່ອນຢູ່ທີ່ເໝືອງຢົກ ໃນຕອນເຊົ້າຂອງວັນທີ 28 ກໍລະກົດ ເຮັດໃຫ້ມີຜູ້ເສຍຊີວິດ 18 ຄົນ ເຊິ່ງມີເຈົ້າໜ້າທີ່ຕຳຫຼວດລວມຢູ່ດ້ວຍ ຢ່າງໜ້ອຍ 1 ຄົນ

ໃນວັນທີ 28 ກໍລະກົດ ທີ່ຜ່ານມາ, ເຈົ້າໜ້າທີ່ມຽນມາ ກ່າວວ່າ: ເກີດເຫດດິນເຈື່ອນຢູ່ທີ່ເໝືອງຢົກ ໃນຕອນເຊົ້າຂອງວັນທີ 28 ກໍລະກົດ ເຮັດໃຫ້ມີຜູ້ເສຍຊີວິດ 18 ຄົນ ເຊິ່ງມີເຈົ້າໜ້າທີ່ຕຳຫຼວດລວມຢູ່ດ້ວຍ ຢ່າງໜ້ອຍ 1 ຄົນ ເນື່ອງຈາກດິນ ແລະ ຕົມ ໄຫຼລົງມາທັບຖົມທີ່ຕັ້ງຂອງ ໜ່ວຍຮັກສາຄວາມປອດໄພ ແລະ ຍັງມີຜູ້ຫາຍສາບສູນອີກ 4 ຄົນ ເຊິ່ງຄາດວ່າຈະເສຍຊີວິດແລ້ວ.

ຕຳຫຼວດໃນພື້ນທີ່ ກ່າວວ່າ:

ຂະນະນີ້ ພົບຮ່າງຜູ້ເສຍຊີວິດແລ້ວ 14 ສົບ ໃນຂະນະທີ່ອີກ 4 ຄົນ ເຊິ່ງມີເຈົ້າໜ້າທີ່ຕຳຫຼວດ 2 ຄົນ ທີ່ເຮັດໜ້າທີ່ຮັກສາຄວາມປອດໄພ ຢູ່ທີ່ເໝືອງຢົກ ລວມຢູ່ດ້ວຍ ກໍສູນຫາຍໄປ ແລະ ຄາດວ່າຈະເສຍຊີວິດແລ້ວທັງ 4 ຄົນ.

ຕຳຫຼວດ ກ່າວຕື່ມວ່າ:

ສາມາດຊ່ວຍເຫຼືອຕຳຫຼວດໄດ້ 2 ຄົນ ເຊິ່ງໄດ້ຮັບບາດເຈັບບໍລິເວນຫົວ ແລະ ຖືກສົ່ງຕົວໄປໂຮງໝໍແລ້ວ ແລະ ກໍມີຕຳຫຼວດ 1 ຄົນ ທີ່ມີການຢືນຢັນແລ້ວວ່າ ເສຍຊີວິດຈາກເຫດການ ໃນຄັ້ງນີ້.

ທັ້ງນີ້, ເມືອງຜາກັນ ໃນລັດຄະສິ່ນ ທາງພາກເໜືອຂອງມຽນມາ ເປັນແຫຼ່ງຜະລິດຢົກທີ່ສຳຄັນ ແຕ່ມັກຈະເກີດອຸບັດຕິເຫດ ເຮັດໃຫ້ເກີດການເສຍຊີວິດຢູ່ເລື້ອງໆ.

ດັ່ງນັ້ນ, ລັດຖະບານມຽນມາ ຈຶ່ງໄດ້ສັ່ງໃຫ້ເໝືອງທຸກເເຫ່ງ ໃນເມືອງຜາກັນ ພັກການເຮັດວຽກ ໃນໄລຍະ ເດືອນພຶດສະພາ ເຖິງ ເດືອນຕຸລາ ເຊິ່ງເປັນໄລຍະລະດູມໍລະສຸມ ແຕ່ປະຊາຊົນໃນທ້ອງຖິ່ນ ກ່າວວ່າ: ຍັງມີຄົນລັກລອບເຂົ້າໄປຂຸດຫາຢົກຢູ່.

ເຫດການຄັ້ງນີ້ ເຈົ້າໜ້າທີ່ ສາມາດຊ່ວຍເຫຼືອຕຳຫຼວດໄດ້ 2 ຄົນ ເຊິ່ງໄດ້ຮັບບາດເຈັບບໍລິເວນຫົວ ແລະ ຖືກສົ່ງຕົວໄປໂຮງໝໍແລ້ວ
ເຫດການຄັ້ງນີ້ ເຈົ້າໜ້າທີ່ ສາມາດຊ່ວຍເຫຼືອຕຳຫຼວດໄດ້ 2 ຄົນ ເຊິ່ງໄດ້ຮັບບາດເຈັບບໍລິເວນຫົວ ແລະ ຖືກສົ່ງຕົວໄປໂຮງໝໍແລ້ວ

ເຈົ້າໜ້າທີ່ຕຳຫຼວດ ກ່າວເສີມອີກວ່າ:

ຫຼາຍບໍລິສັດ ບໍ່ໄດ້ຂຸດຫາຢົກ ໃນໄລຍະນີ້ ເນື່ອງຈາກຂາດເຂີນນໍ້າ ແຕ່ເຈົ້າໜ້າທີ່ຍັງຄົງປະຕິບັດໜ້າທີ່ ເພື່ອປ້ອງກັນບໍ່ໃຫ້ເກີດດິນເຈື່ອນ ຈາກການລັກລອບເຮັດເໝືອງຢົກ.

ຜູ້ເຫັນເຫດການລາຍໜຶ່ງ ກ່າວວ່າ: ດິນເຈື່ອນໃນຄັ້ງນີ້ ເກີດຂຶ້ນໃນຕອນຫຼັງທ່ຽງຄືນ ສຽງຂອງດິນທີ່ຖະຫຼົ່ມລົງມາ ເປັນຕາຢ້ານກົວຫຼາຍ ຈົນບ້ານເຮືອນສັ່ນສະເທືອນໄປໝົດ.