ໃນວັນທີ 25 ກໍລະກົດ 2019 ກົມຕໍາຫຼວດຄຸມຂັງ-ດັດສ້າງ ກະຊວງ ປກສ ໄດ້ສ້າງຂະບວນການອອກແຮງງານລວມ, ນໍາພາໂດຍ ພັທ ໄຊຍະວົງ ແກ້ວສຸລິວົງ ຮອງຫົວໜ້າກົມຕໍາຫຼວດຄຸມຂັງ-ດັດສ້າງ, ມີພະນັກງານ-ນັກຮົບ ຈາກ 1 ຫ້ອງການ, 8 ພະແນກ ເຂົ້າຮ່ວມ.

ພັທ ໄຊຍະວົງ ແກ້ວສຸລິວົງ ກ່າວວ່າ:

ຂະບວນການອອກແຮງງານລວມ
ຂະບວນການອອກແຮງງານລວມ

ການອອກແຮງງານລວມ ຄັ້ງນີ້, ເປັນການຂໍ່ານັບຮັບຕ້ອນວັນສໍາຄັນຕ່າງໆຂອງພັກຂອງຊາດ; ເວົ້າລວມ, ເວົ້າສະເພາະ ແມ່ນວັນສາກົນຕ້ານການຄ້າມະນຸດ ຄົບຮອບ 19 ປີ (20 ພະຈິກ 2003-20 ພະຈິກ 2019) ແລະ ກອງປະຊຸມໃຫຍ່ ຄັ້ງທີ 2 ຂອງອົງຄະນະພັກ ກົມຕໍາຫຼວດຄຸມຂັງ-ດັດສ້າງ ແລະ ໜ່ວຍພັກອ້ອມຂ້າງກົມໃຫ້ເປັນຂະບວນການຟົດຟື້ນ;ໃນນີ້, ໄດ້ອະນາໄມພ້ອມກັນປັດກວດເດີ່ນອ້ອມຂ້າງບໍລິເວນເດີ່ນກົມກອງ, ຖາງຫຍ້າ ແລະ ອະນາໄມຮ່ອງນໍ້າ ເພື່ອທໍາລາຍແຫຼ່ງເພາະພັນຂອງຍຸງລາຍ; ເນື່ອງຈາກໄລຍະນີ້ ເປັນໄລຍະທີ່ໄຂຍຸງລາຍກໍາລັງແພ່ລະບາດໃນວົງກວ້າງ ເຮັດໃຫ້ມີຜູ້ຕິດເຊື້ອ ແລະ ເສຍຊີວິດ; ເພື່ອຕ້ານ ແລະ ສະກັດກັ້ນບໍ່ໃຫ້ພະຍາດດັ່ງກ່າວເກີດໃນຖັນແຖວພະນັກງານ-ນັກຮົບໃນກໍາລັງປ້ອງກັນຄວາມສະຫງົບ ເວົ້າລວມ ເວົ້າສະເພາະ ກົມຕໍາຫຼວດຄຸມຂັງ-ດັດ ສ້າງໃຫ້ຫຼຸດລົງ ແລະ ທັງເປັນການ ໂດຍປະຕິບັດຕາມ 5 ປໍ ຄື: ປໍ ປິດ, ປໍ ປ່ຽນ, ປໍ ປ່ອຍ, ປໍ ປັບປຸງ ແລະ ປໍປະຕິບັດ.

ຂະບວນການອອກແຮງງານລວມ
ຂະບວນການອອກແຮງງານລວມ