ວັນທີ 7-8 ສິງຫາ 2019 ອົງຄະນະພັກອົງການກວດສອບແຫ່ງລັດ; ໄດ້ເປີດກອງປະຊຸມບັ້ນດຳເນີນຊີວິດການເມືອງກາງສະໄໝຂອງ ຄະນະບໍລິຫານງານພັກອົງການກວດສອບແຫ່ງລັດ; ເປັນປະທານ ໂດຍ ທ່ານ ປອ ນາງ ວຽງທອງ ສີພັນດອນ ກຳມະການສູນກາງພັກ ເລຂາຄະນະພັກອົງການກວດສອບແຫ່ງລັດ; ມີບັນດາສະຫາຍຄະນະພັກ, ເລຂາໜ່ວຍພັກ 11 ໜ່ວຍ ຂຶ້ນກັບ ແລະ ແຂກຮັບເຊີນ ເຂົ້າຮ່ວມ.

ກອງປະຊຸມຄະນະບໍລິຫານງານພັກ ອົງການກວດສອບແຫ່ງລັດ ເປີດບັ້ນດຳເນີນຊີວິດການເມືອງກາງສະໄໝ
ກອງປະຊຸມຄະນະບໍລິຫານງານພັກ ອົງການກວດສອບແຫ່ງລັດ ເປີດບັ້ນດຳເນີນຊີວິດການເມືອງກາງສະໄໝ

ໃນກອງປະຊຸມ, ບັນດາສະຫາຍຄະນະບໍລິຫານອົງການກວດສອບແຫ່ງລັດ; ໄດ້ຜັດປ່ຽນກັນຂຶ້ນຜ່ານເນື້ອໃນການສຳຫຼວດການ ນຳພາລວມຂອງຄະນະພັກ ແລະ ບຸກຄົນໃນຄະນະພັກ; ໂດຍອີງໃສ່ບົດແນະນຳກ່ຽວກັບການດຳລົງຊີວິດການເມືອງພາຍໃນພັກ; ເພືື່ອກ້າວເຂົ້າສູ່ກອງປະຊຸມໃຫຍ່ 3 ຂັ້ນຂອງຄະນະກວດກາສູນກາງພັກ ສະບັບເລກທີ 358/ຄກສພ, ລົງວັນທີ 19 ຕຸລາ 2018; ເຊິ່ງສະຫຼຸບຕີລາຄາການນຳພາລວມຂອງຄະນະພັກ ນັບແຕ່ກອງປະຊຸມ ໃຫຍ່ ຄັ້ງທີ I ຕັ້ງແຕ່ເດືອນຕຸລາ 2016 ເປັນຕົ້ນມາ; ເພື່ອຕີລາຄາຜົນສຳເລັດການຊີ້ນຳ-ນຳພາຂອງຄະນະພັກຕາມຄວາມຮັບຜິດຊອບ ໃນການຜັນຂະຫຍາຍແນວທາງນະໂຍບາຍຂອງພັກ-ລັດ ທີ່ໄດ້ກຳນົດໄວ້ໃນມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ; ເຊິ່ງຜ່ານການຕີລາຄາ ແລະ ປະກອບຄໍາເຫັນຂອງ ຄະນະພັກ, ເຫັນວ່າຄະນະພັກໄດ້ ເຮັດສຳເລັດໜ້າທີ່ຕາມການມອບໝາຍຂອງກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກໃນການປັບປຸງກົງຈັກການຈັດຕັ້ງ, ວຽກງານກໍ່ສ້າງພະນັກງານ ແລະ ການດຳເນີນການກວດກາຕາມຫຼັກການວິຊາສະເພາະຢ່າງມີປະສິດທິຜົນ.

ກອງປະຊຸມຄັ້ງນີ້, ບັນດາສະຫາຍໃນຄະນະພັກ ໄດ້ຜ່ານບົດສຳຫຼວດການເຄື່ອນໄຫວປະຕິບັດໜ້າທີ່ວຽກງານຕາມການມອບໝາຍຂອງຄະນະພັກ ແລະ ຄວາມຮັບຜິດຊອບເບື້ອງລັດ; ເຊິ່ງແຕ່ລະສະຫາຍ ໄດ້ສະເໜີລາຍງານ ຢ່າງກົງ-ໄປກົງມາ; ດຳເນີນການຕຳນິສົ່ງຂ່າວເຊິ່ງກັນແລະກັນ 5 ຫຼັກການ 3 ທິດນຳຂອງພັກທີ່ໄດ້ກຳນົດໄວ້ ແລະ ການປະກອບຄຳເຫັນ-ຄຳເຫັນ ແມ່ນດຳເນີນໄປດ້ວຍຄວາມຮັບຜິດຊອບ; ເປັນເຈົ້າການ, ສ້າງສັນ ແລະ ຮັກສາໄດ້ບັນຍາກາດຄວາມສາມັກຄີພາຍໃນພັກ.