ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຢ້ຽມຢາມບ້ານໃຫຍ່ພັດທະນາ ບວມເລົາ-ຜາແກ້ວ

0
216
ທ່ານ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຮັບຟັງລາຍການສະພາບຈາກທ່ານນາຍບ້ານໆ ບວມເລົາ-ຜາແກ້ວ
ທ່ານ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຮັບຟັງລາຍການສະພາບຈາກທ່ານນາຍບ້ານໆ ບວມເລົາ-ຜາແກ້ວ

ທ່ານ ສຈ.ປອ ກິແກ້ວ ໄຂຄໍາພິທູນ ເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍຄະນະ ໄດ້ຢ້ຽມຢາມ ແລະ ເຮັດວຽກຢູ່ບ້ານໃຫຍ່ພັດທະນາ ບວມເລົາ-ຜາແກ້ວ ເມືອງປາກລາຍ ແຂວງໄຊຍະບູລີ, ໃນວັນທີ 22 ສິງຫາ 2019; ໃຫ້ການຕ້ອນຮັບໂດຍ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໆໄຊຍະບູລີ ພ້ອມດ້ວຍການນໍາຂອງແຂວງ, ເມືອງ, ອໍານາດການປົກຄອງບ້ານດັ່ງກ່າວ.

ທ່ານ ບຸນລັງ ທຽນສິງ ເລຂາພັກບ້ານ ນາຍບ້ານໆບວມເລົາ-ຜາແກ້ວ ໄດ້ລາຍງານຫຍໍ້ກ່ຽວກັບການກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດຮອບດ້ານ, ການດຳເນີນກອງປະຊຸມໃຫຍ່ຄະນະພັກຮາກຖານ ແລະ ຂະບວນການຜະລິດກະສິກຳຂອງປະຊາຊົນບ້ານ ບວມເລົາ-ຜາແກ້ວວ່າ: ບ້ານບວມເລົາ-ຜາແກ້ວ ມີ 95 ໜ່ວຍຄຸ້ມຄອງ, ມີ 922 ຄອບຄົວ, ຈໍານວນພົນທັງໝົດ 4.340 ຄົນ ຍິງ 2.137 ຄົນ, ເຜົ່າລາວ ກວມເອົາ 99,47%, ເຜົ່າກຶມມຸ-ເຜົ່າມົ້ງ ກວມເອົາ 0,53%; ປະຊາຊົນສ່ວນຫຼາຍແມ່ນມີມູນເຊື້ອດຸໝັ່ນໃນການຜະລິດກະສິກໍາ, ເຊິ່ງອາຊີບຕົ້ນຕໍຂອງປະຊາຊົນພາຍໃນບ້ານແມ່ນຍຶດຖືເອົາການປູກຝັງລ້ຽງ -ສັດເປັນສ່ວນໃຫຍ່ ເປັນຕົ້ນແມ່ນການປູກເຂົ້າ, ສາລີ, ມັນຕົ້ນ, ພືດຕະກູນຖົ່ວ ແລະ ການລ້ຽງສັດປະເພດງົວ-ຄວາຍ ຕິດພັນກັບການປູກຫຍ້າ; ຄະນະພັກຮາກຖານບ້ານໃຫຍ່ ປະກອບມີ 4 ໜ່ວຍພັກຂຶ້ນກັບ, ມີຄະນະພັກຮາກຖານ ຈໍານວນ 7 ສະຫາຍ, ສະມາຊິກພັກ ທັງໝົດ 59 ສະຫາຍ ຍິງ 15 ສະຫາຍ, ການພັດທະນາເສດຖະກິດ ແລະ ແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນພາຍໃນບ້ານ ແມ່ນໄດ້ສ້າງແຜນທີ່ຈັດສັນການນຳໃຊ້ທີ່ດິນຂອງບ້ານເປັນລະບົບ ເຊັ່ນ: ດິນທຳການຜະລິດປ່າປ້ອງກັນ, ປ່າສະຫງວນ, ປ່າຜະລິດ, ດິນປູກພືດອຸດ ສາຫະກໍາ, ດິນນາ, ດິນປຸກສ້າງ, ດິນປ່າ ຊົມໃຊ້ຂອງບ້ານ, ດິນປູກໄມ້ ແລະ ດິນ ບໍລິການ; ປັດຈຸບັນ, ເສດຖະກິດໂດຍລວມຂອງບ້ານຂະຫຍາຍຕົວຢ່າງຕໍ່ເນື່ອງ ລວມຍອດລາຍຮັບທັງໝົດຂອງບ້ານ ເທົ່າກັບ 73,06 ຕື້ກີບ, ສະເລ່ຍໃສ່ຫົວຄົນໜຶ່ງໄດ້ 16,86 ລ້ານກີບ ເທົ່າກັບ 2.056 ໂດລາສະຫະລັດຕໍ່ຄົນຕໍ່ປີ; ທົ່ວບ້ານມີເນື້ອທີ່ຜະລິດເຂົ້າທັງໝົດ 468,13 ເຮັກຕາ, ຜົນຜະລິດໄດ້ 1.855.63 ໂຕນ ສະເລ່ຍໃສ່ຫົວຄົນໄດ້ 434 ກິໂລກຼາມຕໍ່ຄົນຕໍ່ປີ, ເນື້ອທີ່ປູກພືດອຸດສາຫະກຳເປັນສິນຄ້າທັງໝົດ 2.098, 13 ເຮັກຕາ, ຜົນຜະລິດໄດ້ 20.233,23 ໂຕນ.

ຄຽງຄູ່ກັນນັ້ນ, ຄະນະພັກ-ອົງການປົກຄອງບ້ານ ຍັງໄດ້ສຸມໃສ່ຍາດແຍ່ງການພັດທະນາພື້ນຖານໂຄງລ່າງພາຍໃນບ້ານເຊັ່ນ: ມີລະບົບໄຟຟ້າຖາວອນຊົມໃຊ້, ຄອບຄົວທີ່ໄດ້ຊົມໃຊ້ກວມເຖິງ 95% ຂອງຈໍານວນຄອບຄົວທັງໝົດ, ມີຕະຫຼາດຖາວອນແລກປ່ຽນຊື້-ຂາຍ ສິນຄ້າຕະຫຼອດວັນ, ມີລະບົບເຄືອຂ່າຍມືຖື 4 ຈີ ຊົມໃຊ້; ລະບົບເສັ້ນທາງຄົມມະນາຄົມໄດ້ຮັບການປັບປຸງດີຂຶ້ນ ສາມາດທຽວໄດ້ຢ່າງສະດວກສະບາຍ, ມີເຮືອນພັກ, ຮ້ານອາຫານ, ໂຮງງານນ້ຳດື່ມ, ນ້ຳກ້ອນ, ມີລະບົບໄຟຟ້າເຍືອງທາງ ແລະ ພື້ນຖານໂຄງລ່າງອື່ນໆທີ່ຈໍາເປັນຂອງບ້ານ ແມ່ນໄດ້ຮັບການປັບປຸງປົວແປງໃຫ້ດີຂຶ້ນເທື່ອລະກ້າວ.