ກອງປະຊຸມໃຫຍ່ ຄັ້ງທີ III ຂອງໜ່ວຍພັກ ປກສ ກຸ່ມເພຍວັດ ກອງບັນຊາການ ປກສ ເມືອງ ສີສັດຕະນາກ ນະຄອນຫຼວງວຽງຈັນ ໄດ້ຈັດຂຶ້ນໃນວັນທີ 27 ສິງ ຫາ 2019, ໂດຍມີ ສະຫາຍ ໂພຄໍາ ໄຊຍະສອນ ກຳມະການພັກ ນວ ເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງໆສີສັດຕະນາກ, ພັທ ທອງສະຫວັດ ແສນສຸວາດ ເລຂາ ຄະນະພັກຮາກຖານ ຫົວໜ້າກອງ ບັນຊາການ ປກສ ເມືອງສີສັດຕະນາກ, ມີຄະນະພັກເມືອງ, ຫົວໜ້າຄະນະໂຄສະນາອົບຮົມເມືອງ, ສະມາຊິກພັກສົມບູນ ເຂົ້າຮ່ວມ.

ພັທ ໂອໄດ ພິມມະຈັນ
ພັທ ໂອໄດ ພິມມະຈັນ

ພັທ ໂອໄດ ພິມມະຈັນ ເລຂາໜ່ວຍພັກ ຫົວໜ້າ ປກສ ກຸ່ມ ເພຍວັດ ໄດ້ຜ່ານບົດສະຫຼຸບການຈັດຕັ້ງນຳພາປະຕິບັດວຽກງານໄລ ຍະ 5 ປີ (2014-2019) ຜ່ານມາ ວ່າ:

ຄະນະໜ່ວຍພັກ ປກສ ກຸ່ມ ເພຍວັດ ໄດ້ເອົາໃຈໃສ່ເຮັດວຽກງານກໍ່ສ້າງພັກ-ກໍ່ສ້າງພະນັກງານ ເປັນປົກກະຕິ ເປັນຕົ້ນແມ່ນກໍ່ສ້າງພັກທາງດ້ານການເມືອງ-ແນວຄິດໂດຍຖືເອົາການສຶກສາອົບຮົມເປັນວຽກງານສຳຄັນໃນການສຶກສາສະມາຊິກພັກດ້ວຍຫຼາຍວິທີ ໃນນັ້ນ, ໄດ້ຈັດຕັ້ງເຜີຍແຜ່ເຊື່ອມຊຶມເອກະສານຂອງພັກ-ຂອງຊາດ ເປັນຕົ້ນ ມະຕິກອງປະຊຸມໃຫຍ່ ຂອງອົງຄະນະພັກ ນະຄອນຫຼວງວຽງຈັນ; ອົງຄະນະພັກເມືອງ ກໍຄືຂອງກອງ ບັນຊາການ ປກສ ເມືອງວາງອອກ ເພື່ອຈັດຕັ້ງຜັນຂະຫຍາຍເຂົ້າສູ່ວຽກງານຕົວຈິງໃຫ້ເປັນຮູບປະທຳ ແລະ ປາກົດຜົນເປັນຈິງເທື່ອລະກ້າວ; ຜ່ານການເຊື່ອມຊຶມເຫັນວ່າ ສະມາຊິກພັກທຸກສະຫາຍ ສາມາດກຳແໜ້ນແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍ ຂອງລັດ, ມີຄວາມອຸ່ນອຽນທຸ່ນທ່ຽງ; ເຊື່ອໝັ້ນຕໍ່ການນຳພາຂອງ ພັກ-ລັດ, ສະມາຊິກພັກພາຍໃນໜ່ວຍພັກໄດ້ຮັບການຍົກສູງຂຶ້ນ ສາມາດບຸກທະລຸທາງດ້ານແນວຄິດຈິນຕະນາການເຮັດໃຫ້ສະມາຊິກພັກມີຄຸນທາດການເມືອງໜັກແໜ້ນ, ມີຄວາມຊື່ສັດບໍລີສຸດຕໍ່ພັກ ແລະ ຈົ່ງຮັກພັກດີຢ່າງສະເໝີຕົ້ນສະເໝີປາຍຕໍ່ອຸດົມການຂອງພັກ; ຜ່ານການຈັດຕັ້ງປະຕິບັດ ຜ່ານມາສະມາຊິກພັກໄດ້ຮັບການຍ້ອງຍໍປະເພດຕ່າງໆ 9 ສະຫາຍ, ໄດ້ຮັບຫຼຽນໄຊແຮງງານ ຊັ້ນ II 3 ສະຫາຍ ແລະ ຊັ້ນ III 2 ສະຫາຍ, ຫຼຽນກາ 4 ສະຫາຍ.

ກອງປະຊຸມໃຫຍ່ ຄັ້ງທີ III ໜ່ວຍພັກປກສ ກຸ່ມເພຍວັດ
ກອງປະຊຸມໃຫຍ່ ຄັ້ງທີ III ໜ່ວຍພັກປກສ ກຸ່ມເພຍວັດ

ກອງປະຊຸມໄດ້ປ່ອນບັດເລືອກເອົາຄະນະໜ່ວຍພັກຊຸດໃໝ່, ເຊິ່ງມີຜູ້ລົງສະໝັກເລືອກຕັ້ງ 5 ສະຫາຍ, ເລືອກເອົາ 3 ສະຫາຍ; ໃນນັ້ນ, ເລືອກໄດ້ ສະຫາຍ ພັທ ໂອ ໄດ ພິມມະຈັນ ເປັນເລຂາຄະນະໜ່ວຍພັກ, ສະຫາຍ ພັຕ ເພັດວົງສັກ ໝື່ນອາສາ ເປັນຮອງເລຂາ ແລະ ສະຫາຍ ພັຕ ແກ່ນຈັນ ຫຼວງພັກດີ ເປັນປະທານກວດກາພັກ ເພື່ອສືບຕໍ່ເຮັດວຽກງານກໍ່ສ້າງພັກ-ກໍ່ສ້າງພັກນັກງານ; ໂດຍສະເພາະກໍ່ສ້າງພັກທາງດ້ານການເມືອງ-ແນວຄິດ ໂດຍການນຳພາເຂົ້າຮ່ວມເຊື່ອມຊຶມບັນດາແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ມະຕິຄຳສັ່ງຕ່າງໆ ເພື່ອເຮັດໃຫ້ສະມາຊິກພັກ ແລະ ພະນັກງານຫຼັກແຫຼ່ງມີຄຸນທາດການເມືອງໜັກແໜ້ນ; ມີຄຸນສົມບັດສິນທຳປະຕິບັດ, ມີນ້ໍາໃຈຮັກຊາດຢ່າງດູດດື່ມ ແລະ ເສຍສະຫຼະຢ່າງ ສູງສົ່ງ ພ້ອມທັງເປັນເຈົ້າການໃນການເຕົ້າໂຮມຄວາມສາມັກຄີເປັນປຶກແຜ່ນແໜ້ນໜາຢູ່ພາຍໃນພັກພ້ອມທັງຄົ້ນຄວ້າສະເໜີຍ້ອງຍໍປະເພດຕ່າງໆຕໍ່ສະມາຊິກທີ່ມີຜົນງານປະກອບສ່ວນເຂົ້າໃນການປະຕິບັດວຽກງານທີ່ການຈັດຕັ້ງມອບໝາຍໃຫ້ຢ່າງຕໍ່ເນື່ອງໃນຕໍ່ໜ້າ.