ເຈົ້າໜ້າທີ່ຕໍາຫຼວດ ໜ່ວຍງານສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ເມືອງຜົ້ງສາລີ ແຂວງຜົ້ງສາລີ ຈັບກຸມໄວລຸ້ນຄ້າຢາ ອາຍຸ 19 ປີ ຢູ່ທີ່ເສັ້ນທາງ ເລກທີ 9 ບ້ານຢາປຸງ ເມືອງຜົ້ງສາລີ ພ້ອມຢາບ້າ 6.000 ເມັດ ໃນວັນທີ 5 ສິງຫາ 2019 ພາຍຫຼັງຕິດຕາມມາໄດ້ 20 ວັນ.

ເຈົ້າໜ້າທີ່ ເປີດເຜີຍກ່ຽວກັບ ການຕິດຕາມຈັບຕົວ ຜູ້ກ່ຽວ ວ່າ: ໄດ້ຮັບລາຍງານຈາກປະຊາຊົນ ແຕ່ວັນທີ 15 ກໍລະກົດ 2019 ວ່າ ມີໄວລຸ້ນລັກລອບຄ້າຂາຍຢາບ້າ ພາຍໃນເທດສະບານເມືອງ ເປັນປະຈໍາ
ເຈົ້າໜ້າທີ່ ເປີດເຜີຍກ່ຽວກັບ ການຕິດຕາມຈັບຕົວ ຜູ້ກ່ຽວ ວ່າ: ໄດ້ຮັບລາຍງານຈາກປະຊາຊົນ ແຕ່ວັນທີ 15 ກໍລະກົດ 2019 ວ່າ ມີໄວລຸ້ນລັກລອບຄ້າຂາຍຢາບ້າ ພາຍໃນເທດສະບານເມືອງ ເປັນປະຈໍາ

ເຈົ້າໜ້າທີ່ ປກສ ເມືອງຜົ້ງສາລີ ໃຫ້ຮູ້ກ່ຽວກັບ ການຕິດຕາມຈັບກຸມ ໃນຄັ້ງນີ້ວ່າ:

ຄະດີດັ່ງກ່າວ ແມ່ນໄດ້ຮັບລາຍງານຈາກປະຊາຊົນ ແຕ່ວັນທີ 15 ກໍລະກົດ 2019 ວ່າ ມີໄວລຸ້ນລັກລອບຄ້າຂາຍຢາບ້າ ພາຍໃນເທດສະບານເມືອງ ເປັນປະຈໍາ; ຈາກນັ້ນ, ເຈົ້າໜ້າທີ່ ຈຶ່ງໄດ້ແຕ່ງຕັ້ງກໍາລັງວິຊາສະເພາະ ລົງຕິດຕາມເປົ້າໝາຍຢ່າງໃກ້ຊິດ ເຫັນວ່າມີມູນຄວາມຈິງ.

ມາຮອດວັນທີ 5 ສິງຫາ 2019, ຈຶ່ງສາມາດກັກຕົວໄດ້ ຊື່ ທ້າວ ເມັ່ງ ອາຍຸ 19 ປີ ຢູ່ບ້ານນໍ້າຮາງ ເມືອງສໍາພັນ ແຂວງຜົ້ງສາລີ ພ້ອມຢາບ້າຈໍານວນ 3 ມັດ ເທົ່າກັບ 6.000 ເມັດ, ມີລົດຈັກເວບ 100 ສີຟ້າ ປ້າຍທະບຽນ ຈຈ 6955 ອຸດົມໄຊ 1 ຄັນ, ໂທລະສັບມືຖື 2 ເຄື່ອງ, ບັດປະຈໍາຕົວ 1 ບັດ, ໃບຂັບຂີ່ 1 ໃບ, ບັດ ATM 1 ບັດ ແລະ ປຶ້ມເງິນຝາກປະຢັດ 1 ຫົວ.

ຈັບກຸມໄວລຸ້ນຄ້າຢາ ຂອງກາງ 6.000 ເມັດ ຫຼັງຕິດຕາມມາໄດ້ 20 ວັນ
ຈັບກຸມໄວລຸ້ນຄ້າຢາ ຂອງກາງ 6.000 ເມັດ ຫຼັງຕິດຕາມມາໄດ້ 20 ວັນ

ຜ່ານການສອບສວນ ຜູ້ກ່ຽວຮັບສາລະພາບວ່າ:

ຢາບ້າຈໍານວນດັ່ງກ່າວ ແມ່ນຂອງຜູ້ກ່ຽວແທ້; ເຊິ່ງໃນວັນທີ 3 ສິງຫາ 2019, ຜູ້ກ່ຽວໄດ້ໄປຊື້ຢານໍາຄົນຮູ້ຈັກກັນ ຢູ່ບ້ານຫ້ວຍຊາຍ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ໂດຍທັງ 2 ຄົນ ໄດ້ນັດຊື້-ຂາຍຢາເສບຕິດ ປະເພດຢາບ້າ ຢູ່ຄິວລົດເກົ່າ ແຂວງອຸດົມໄຊ ພາຍຫຼັງໄດ້ຢາບ້າມາແລ້ວ ກໍໄດ້ຂັບຂີ່ລົດຈັກກັບຄືນບ້ານ.

ເຈົ້າໜ້າທີ່ ປກສ ເມືອງຜົ້ງສາລີ ດຳເນີນການສອບສວນ ຜູ້ກ່ຽວ
ເຈົ້າໜ້າທີ່ ປກສ ເມືອງຜົ້ງສາລີ ດຳເນີນການສອບສວນ ຜູ້ກ່ຽວ

ຮອດໃນວັນທີ 5 ສິງຫາ 2019 ໄດ້ເອົາຢາບ້າຈໍານວນດັ່ງກ່າວ ໄປຂາຍໃຫ້ກັບກໍາມະກອນ ເຮັດວຽກຢູ່ເຂື່ອນໄຟຟ້ານໍ້າອູ 6 ເມືອງຜົ້ງສາລີ ແຕ່ພໍເດີນທາງຮອດເສັ້ນທາງບ້ານຢາປຸງ ເມືອງຜົ້ງສາລີ ຖືກເຈົ້າໜ້າ ປກສ ເມືອງຜົ້ງສາລີ ກັກຕົວໄດ້ກ່ອນ ພ້ອມຢາບ້າຈໍານວນດັ່ງກ່າວ.