ກອງປະຊຸມວິຊາການ ຂອງໜ່ວຍງານດ້ານການປົກຄອງ ກົມແຜນການ ແລະ ການຮ່ວມມື ກະຊວງພາຍໃນ ມີຂຶ້ນໃນວັນທີ 26 ສິງຫາຜ່ານມາ ເພື່ອເປັນການປຶກສາຫາລືກ່ຽວກັບບົດບາດຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ, ໂດຍການເຂົ້າຮ່ວມ ຂອງ ທ່ານ ນິສິດ ແກ້ວປັນຍາ ຫົວໜ້າກົມແຜນການ ແລະ ການຮ່ວມ ມື ທັງເປັນຫົວໜ້າກອງເລຂາໜ່ວຍ ງານດ້ານການປົກຄອງ; ມີ ທ່ານ ໂມ ລາຣີ ຮອງຜູ້ຕາງໜ້າອົງການ ສປຊ ເພື່ອພັດທະນາປະຈໍາລາວ, ມີບັນດາຕາງໜ້າຈາກບັນດາກະຊວງ, ອົງ ການຂອງລັດ, ແຂກຮັບເຊີນ ພ້ອມ ດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ກອງປະຊຸມວິຊາການໜ່ວຍງານດ້ານການປົກຄອງ
ກອງປະຊຸມວິຊາການໜ່ວຍງານດ້ານການປົກຄອງ

ທ່ານ ນິສິດ ແກ້ວປັນຍາ ໄດ້ ລາຍງານວ່າ:

ການຈັດກອງປະຊຸມໃນຄັ້ງນີ້, ເປັນການປຶກສາຫາລື ແລະ ແລກປ່ຽນຄໍາຄິດເຫັນກ່ຽວກັບບົດບາດຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງກ່ຽວກັບການຮັບຟັງຄໍາຄິດເຫັນ ຂອງປະຊາຊົນ ເປັນຕົ້ນແມ່ນການສ້າງຄວາມເຂົ້າໃຈກ່ຽວກັບກົນໄກສາຍພົວພັນລະຫວ່າງສະພາແຫ່ງຊາດ; ສະພາປະຊາຊົນ, ລັດຖະບານ ແລະ ປະຊາຊົນ ເພື່ອເນັ້ນໃສ່ ກົນໄກການຕອບສະໜອງຄວາມຄິດເຫັນຂອງປະຊາຊົນທີ່ມີໃນປັດຈຸບັນ ( ເຄື່ອງມືໃນການສື່ສານ ເຊັ່ນ: ສາຍດ່ວນ, ການຮັບຄໍາຮ້ອງ ທຸກ…) ວ່າມີຈຸດດີ-ຈຸດອ່ອນ; ສິ່ງທ້າທາຍ, ຄວາມຈໍາເປັນ ແລະ ບົດ ຮຽນທີ່ຖອດຖອນໄດ້ ພ້ອມທັງປຶກ ສາຫາລືກ່ຽວກັບການສ້າງແຜນຕໍ່ໜ້າ ເພື່ອເຮັດໃຫ້ການຕອບສະ ໜອງຄໍາຄິດເຫັນຂອງປະຊາຊົນ ມີປະສິດທິພາບ ແລະ ປະສິດທິຜົນທີ່ດີກວ່າເກົ່າ.

ກອງປະຊຸມວິຊາການໜ່ວຍງານດ້ານການປົກຄອງ
ກອງປະຊຸມວິຊາການໜ່ວຍງານດ້ານການປົກຄອງ

ນອກນີ້, ຜູ້ເຂົ້າຮ່ວມຍັງໄດ້ສົນທະນາກ່ຽວກັບການມີສ່ວນຮ່ວມຂອງການພັດທະນາເສດຖະກິດ-ສັງຄົມຈາກພາກສ່ວນຕ່າງໆ ເຊິ່ງ ໄດ້ແລກປ່ຽນປະສົບການຈັດຕັ້ງປະຕິບັດແຜນພັດທະນາເສດຖະ ກິດ-ສັງຄົມ; ຄັ້ງທີ 8 ເພື່ອໃຫ້ບັນລຸເປົ້າໝາຍການພັດທະນາແບບ ຍືນຍົງ ແລະ ບັນດາບຸລິມະສິດກ່ຽວ ກັບການປົກຄອງໃນຄັ້ງຕໍ່ໄປອີກດ້ວຍ.