ເພີ່ມສະຕິ…ຫຼີກລ່ຽງຖືກໂກງຊັບ

0
1211

ການສໍ້ໂກງຊັບພົນລະເມືອງ ໃນສັງຄົມປັດຈຸບັນ ແມ່ນມີຫຼາຍວິທີ ແລະ ຫຼາຍຮູບແບບທີ່ແຕກຕ່າງກັນໄປ ເພື່ອເຮັດໃຫ້ຜູ້ຄົນຫຼົງເຊື່ອ ແລະ ໜຶ່ງໃນວິທີ ທີ່ພົ້ນເດັ່ນ ກໍຄື: ການແອບອ້າງຕົນວ່າສາມາດແລ່ນເຂົ້າຮຽນ, ເຂົ້າລັດຖະກອນ ໂດຍສະເພາະແມ່ນເປັນຕໍາຫຼວດ ແລະ ທະຫານ ໂດຍຕັ້ງລາຄາຄ່ານາຍໜ້າຂ້ອນ ຂ້າງສູງ; ເຮັດໃຫ້ມີຜູ້ປົກຄອງຈໍານວນຫຼາຍ ຕົກເປັນເຫຍື່ອ ແລະ ເສຍເງິນໄປຫຼາຍສິບລ້ານ. ສະນັ້ນ, ພໍ່-ແມ່ປະຊາຊົນທຸກຊັ້ນຄົນ ຄວນມີສະຕິຕໍ່ກົນອຸບາຍຂອງກຸ່ມຄົນບໍ່ດີ ທີ່ຫວັງຕົວະຍົວະຫຼອກລວງເອົາເງິນຄໍາຂອງທ່ານໄປລ້າໆ ໂດຍລູກຫຼານຂອງບໍ່ໄດ້ເຂົ້າເປັນລັດຖະກອນຢ່າງທີ່ຄາດຫວັງ.

ການເຄື່ອນໄຫວຂອງກຸ່ມຄົນພວກນີ້; ສ່ວນຫຼາຍຈະແອບອ້າງວ່າຕົນເອງ ເປັນພະນັກງານລັດ ແລະ ແອບອ້າງວ່າ ຮູ້ຈັກກັບຜູ້ໃຫຍ່ນາຍໂຕ ທີ່ສາມາດແລ່ນເອົາລູກເອົາຫຼານ ເຂົ້າເຮັດວຽກໄດ້; ແຕ່ຕ້ອງໄດ້ຈ່າຍ ເງິນໃຫ້ກ່ອນລ່ວງໜ້າເຄິ່ງໜຶ່ງ ເພື່ອເປັນຄ່າມັດຈໍາ. ພາຍຫຼັງໄດ້ເຂົ້າແລ້ວ, ຈິ່ງຈ່າຍເງິນທີ່ເຫຼືອໃຫ້ ຕາມທີ່ຕົກລົງລາຄາກັນ. ແຕ່ສ່ວນຫຼາຍແລ້ວ; ຜູ້ທີ່ຫຼົງເຊື່ອ ເພື່ອຫວັງໃຫ້ລູກຫຼານຂອງຕົນ ໄດ້ເຂົ້າເຮັດວຽກ ກໍຍອມຈ່າຍໃຫ້. ບາງຄົນຢ້ານລູກ ບໍ່ໄດ້ເຂົ້າເຮັດວຽກ ກໍຈ່າຍກ່ອນລ່ວງໜ້າຈົນໝົດ; ເຮັດໃຫ້ຜູ້ຄົນທີ່ແອບອ້າງ ຫອບເງິນໜີ ຢ່າງໜ້າຕາເສີຍ.

ເມື່ອບໍ່ດົນມານີ້, ເຈົ້າໜ້າທີ່ຕໍາຫຼວດ ປກສ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໄດ້ຮັບຄາໍຮ້ອງຟ້ອງຂໍຄວາມເປັນທໍາຈາກຜູ້ເສຍຫາຍ ຈໍານວນຫຼາຍສະບັບ ວ່າ:

ມີຄົນແອບອ້າງສາມາດແລ່ນເອົາລູກຫຼານເຂົ້າເປັນຕໍາຫຼວດ-ທະຫານໄດ້

ດັ່ງນັ້ນ, ເຈົ້າໜ້າທີ່ວິຊາສະເພາະ ຈຶ່ງລົງຕິດຕາມຫາເປົ້າໝາຍຈົນ ສາມາດຈັບຕົວມາໄດ້ ໃນວັນທີ 2 ພຶດ ສະພາ 2019; ຊື່ ທ້າວ ແຫຼ້ ອາຍຸ 52 ປີ ຢູ່ບ້ານດົງໂພນເລົາ ເມືອງຫາດຊາຍຟອງ ນະຄອນຫຼວງວຽງ ຈັນ. ຜ່ານການສອບສວນ, ຜູ້ກ່ຽວຮັບສາລະພາບວ່າ:

ຜ່ານມາເຄີຍພົວພັນຕົວະຍົວະຮັບແລ່ນເອົາລູກຫຼານເຂົ້າເປັນທະຫານມາແລ້ວ 15 ຄົນ; ໃນນີ້, ມາຈາກແຂວງວຽງຈັນ 13 ຄົນ ແລະ ແຂວງຫົວພັນ 2 ຄົນ ແລະ ໄດ້ຈ່າຍເງິນລ່ວງໜ້າກ່ອນ ຄົນລະ 4.000.000-15.000.000 ກີບ; ລວມເງິນທີ່ໄດ້ປະມານ 129.000.000 ກວ່າກີບ. ພາຍຫຼັງທີ່ຜູ້ກ່ຽວໄດ້ເງິນນໍາຜູ້ເສຍຫາຍແລ້ວ; ກໍເອົາເງິນໄປໃຫ້ນາຍທະຫານ ທີ່ຮູ້ຈັກຢູ່ນະຄອນຫຼວງວຽງຈັນ; ເຊິ່ງ ເງິນແຕ່ລະຄົນທີ່ເອົາມາ ແມ່ນໄດ້ຫັກໄວ້ ຄົນລະ 2.000.000 ກີບ; ແຕ່ບໍ່ສາມາດແລ່ນເອົາຄົນເຂົ້າທະຫານໄດ້ ແລະ ເງິນກໍບໍ່ໄດ້ສົ່ງຄືນ.

ອີກຄະດີໜຶ່ງ, ໃນວັນທີ 17 ທັນ ວາ 2019, ເຈົ້າໜ້າທີ່ ປກສ ເມືອງນາ ຊາຍທອງ ນະຄອນຫຼວງວຽງ ຈັນ ສາມາດກັກຕົວ ທ້າວ ພອນຈັນ ອາຍຸ 60 ປີ ບ້ານສີເກີດ ເມືອງນາຊາຍທອງ ໃນຂໍ້ຫາສໍ້ໂກງຊັບພົນ ລະເມືອງ ດ້ວຍຮູບການແອບອ້າງແລ່ນເຂົ້າເປັນຕໍາຫຼວດ ໂດຍມີຜູ້ເສຍຫາຍ ຈໍານວນ 2 ຄົນ; ລວມມູນ ຄ່າເສຍຫາຍເກືອບ 30.000.000 ກີບ. ຜ່ານການສອບສວນ, ທ້າວ ພອນຈັນ ຮັບສາລະພາບວ່າ:

ໃນຕົ້ນເດືອນທັນວາ 2018 ໄດ້ຕົວະເອົາເງິນນຳ ນາງ ອຸ່ນຄໍາ ອາຍຸ 27 ປີ ບ້ານນາທ່ອນ ເມືອງນາຊາຍ ທອງ ຈໍານວນ 170.000 ບາດ ແລະ ໃຫ້ຜູ້ເສຍຫາຍຈ່າຍຄ່າມັດຈໍາກ່ອນ ຈໍານວນ 12.000.000 ກີບ ເພື່ອແລ່ນເອກະສານສະໝັກເຂົ້າເປັນຕໍາຫຼວດ. ຕໍ່ມາໃນວັນທີ 6 ມິຖຸນາ 2018; ໄດ້ຕົວະເອົາເງິນນຳ ທ້າວ ແສງແກ້ວ ອາຍຸ 56 ປີ ບ້ານຫຼັກ 52 ເມືອງໂພນໂຮງ ແຂວງວຽງ ຈັນ ວ່າ ສາມາດແລ່ນເອົາລູກສາວຂອງຜູ້ກ່ຽວເຂົ້າເປັນຕໍາຫຼວດ ໃນລາຄາ 150.000 ບາດ ແລະ ໃຫ້ຈ່າຍເງິນກ່ອນ ຈໍານວນ 17.500.000 ກີບ; ສ່ວນທີ່ເຫຼືອແມ່ນຈະຈ່າຍພາຍຫຼັງ; ເຊິ່ງກໍານົດເວລາແລ່ນເອກະສານ ແມ່ນ 8 ເດືອນ. ພໍຮອດກຳນົດ, ຕົນເອງກໍບໍ່ສາມາດແລ່ນເຂົ້າຕໍາຫຼວດໄດ້.

ປັດຈຸບັນ, ການເຂົ້າເຮັດວຽກເປັນລັດຖະກອນ ແມ່ນມີລະບຽບການທີ່ເຄັ່ງຄັດ; ຖ້າທ່ານຢາກເຂົ້າເປັນພະ ນັກງານລັດ ຕ້ອງໄດ້ເຂົ້າໄປສະໝັກ ດ້ວຍຕົວທ່ານເອງ ແລະ ຕ້ອງໄດ້ສອບເສັງ ເຂົ້າເປັນລັດຖະກອນ; ເພາະຫວ່າງບໍ່ດົນມານີ້, ທ່ານນາຍົກໄດ້ມອບໝາຍໃຫ້ພາກສ່ວນທີ່ ກ່ຽວຂ້ອງຈັດຕັ້ງການສອບ ເສັງ ເພື່ອຄັດເລືອກເຂົ້າເປັນລັດຖະກອນ ແລະ ຫ້າມບໍ່ໃຫ້ຮັບເອົາພະນັກງານອາສາສະໝັກ ເຂົ້າເປັນລັດຖະກອນ ໂດຍທີ່ບໍ່ໄດ້ຜ່ານການສອບເສັງ. ສະນັ້ນ, ຖືວ່າເປັນເລື່ອງດີທີ່ຈະເປີດໂອກາດໃຫ້ຜູ້ທີ່ມີຄວາມຮູ້, ຄວາມສາມາດແທ້ໆ ທີ່ຈະໄດ້ພິສູດຕົວເອງ ເພື່ອເຂົ້າເປັນພະນັກງານຂອງລັດ.

ສະນັ້ນ, ປະຊາຊົນຜູ້ທີ່ມີຄວາມຕ້ອງການໃຫ້ລູກຫຼານຂອງທ່ານໄດ້ເຂົ້າເປັນລັດຖະກອນ ໂດຍສະເພາະທະຫານ- ຕໍາຫຼວດ ຈົ່ງມີສະຕິລະມັດລະວັງ; ຢ່າຫຼົງເຊື່ອຄົນງ່າຍເກີນໄປ ໂດຍສະເພາະຄົນຮູ້ຈັກຮັກແພງກັນ ທີ່ວ່າສາມາແລ່ນເຂົ້າເປັນລັດຖະກອນ, ເປັນທະຫານ, ຕໍາຫຼວດໄດ້. ຖ້າບໍ່ດັ່ງນັ້ນ, ທ່ານຈະເສຍເງິນໄປລ້າໆ ແລະ ອາດຖືກດໍາເນີນຄະດີໃນຂໍ້ຫາໃຫ້ສິນບົນຊື້ຈ້າງເຈົ້າໜ້າທີ່ກໍເປັນໄດ້.