ຈັບຜົວ-ເມຍກາງທາງ ພ້ອມຢາບ້າ 7 ພັນກວ່າເມັດ

0
904

ພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງໄຊຍະບູລີ; ໄດ້ນໍາກໍາລັງຕໍາຫຼວດ ວິຊາສະເພາະ ລັດຈັບຕົວຄູ່ຜົວ-ເມຍ ຢູ່ເສັ້ນທາງ ລະຫວ່າງເມືອງໄຊຍະບູລີ ແຂວງໄຊຍະບູລີ ຫາ ເມືອງນານ ແຂວງຫຼວງພະບາງ; ພ້ອມຂອງກາງຢາບ້າ ຈໍານວນ 6.000 ເມັດ, ໃນວັນທີ 21 ທັນວາ 2019.

ພາຍຫຼັງຈັບຄູ່ຜົວ-ເມຍດັ່ງກ່າວແລ້ວ, ເຈົ້າໜ້າທີ່ໄດ້ ດໍາເນີນການເຂົ້າກວດຄົ້ນເຮືອນຂອງພວກກ່ຽວ; ພົບຢາບ້າ ແລະ ຢາຝິ່ນ ອີກຈໍານວນໜຶ່ງ; ລວມຢາບ້າ ທີ່ກວດພົບ ທັງໝົດ 7.000 ກວ່າເມັດ.

ພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງໄຊຍະບູລີ; ໃຫ້ຮູ້ວ່າ: ຜູ້ຖືກຫາ ຊື່ ທ້າວ ຈ່ຽວເຟີຍ ອາຍຸ 57 ປີ ແລະ ນາງ ຈ່ຽວອ່ຽນ ອາຍຸ 56 ປີ (ຜົວ-ເມຍ) ປະຊາຊົນ ຢູ່ບ້ານດອນຕູມ ເມືອງນານ ແຂວງຫຼວງພະບາງ; ເຊິ່ງຂອງກາງທີ່ຢຶດໃນຄັ້ງນີ້ ມີຢາບ້າ ຈໍານວນ 7.200 ເມັດ, ຢາຝິ່ນ 5 ກ້ອນນ້ອຍ, ເງິນ 14.000.000 ກີບ, 40.000 ບາດ ແລະ ໂທລະສັບມືຖື 2 ເຄື່ອງ.

ຄະດີດັ່ງກ່າວ, ເຈົ້າໜ້າທີ່ພວມດໍາ ເນີນການສືບສວນ-ສອບສວນ ເພື່ອຕິດ ຕາມພວກທີ່ພົວພັນຢາເສບຕິດນໍາກັນ ໄປດໍາເນີນຄະດີຕາມກົດໝາຍ.