ບັນຫາລົດບັນທຸກທີ່ບັນທຸກສິນຄ້າໜັກເກີນກຳນົດ ແລ່ນເຂົ້າຕົວເມືອງ ເປັນສາເຫດໜຶ່ງທີ່ພາໃຫ້ເກີດການສັນ ຈອນຕິດຂັດ ແລະ ເຮັດໃຫ້ຖະໜົນຫົນທາງເປ່ເພກ່ອນອາຍຸການນຳໃຊ້; ບັນຫານີ້, ໄດ້ສົ່ງຜົນກະທົບຫຼາຍດ້ານ ໂດຍສະເພາະການສູນເສຍງົບປະມານໃນການບູລະນະສ້ອມແປງເສັ້ນທາງໃນແຕ່ລະປີເປັນຈຳນວນບໍ່ໜ້ອຍ. ໃນໜຶ່ງປີຜ່ານມາ, ໜ່ວຍງານຄຸ້ມຄອງລົດບັນທຸກໜັກໃນນະຄອນຫຼວງວຽງຈັນ ໄດ້ກວດພົບລົດບັນທຸກໜັກ ເກີນກຳນົດ ຈຳນວນ 2.113 ຄັນ.

ທ່ານ ສົມຄິດ ບຸນເຮືອງ ຫົວໜ້າໜ່ວຍງານຄຸ້ມຄອງລົດບັນທຸກໜັກ ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນ ຫຼວງວຽງຈັນ ໄດ້ໃຫ້ສຳພາດຕໍ່ໜັງສືພິມຄວາມສະຫງົບ ວ່າ: ຢູ່ນະຄອນຫຼວງວຽງຈັນ ມີດ່ານກວດກາຕິດຊັ່ງນ້ຳໜັກ ລົດບັນທຸກ ຈຳນວນ 4 ຈຸດ ຄື: ດ່ານແຈ້ງສະຫວ່າງ, ດ່ານດົງໂພສີ, ດ່ານຫຼັກ 21 ແລະ ດ່ານໜອງດາ+ຈຸດກວດກາ ເຄື່ອນທີ່ສະເພາະກິດ ທີ່ເຮັດໜ້າທີ່ໃນການກວດກາ ແລະ ຕິດຊັ່ງໃນການຄຸ້ມຄອງລົດບັນທຸກ ເພື່ອບໍ່ໃຫ້ບັນທຸກນ້ຳ ໜັກເກີນຈາກການອະນຸຍາດ ເພື່ອປົກປັກຮັກສາເສັ້ນທາງຫຼວງ ແລະ ຂົວ ໃຫ້ມີອາຍຸການນຳໃຊ້ຍາວນານ ແລະ ເປັນ ການປະຢັດງົບປະມານລາຍຈ່າຍຂອງລັດໃນການກໍ່ສ້າງ ແລະ ສ້ອມແປງທາງ; ເຊິ່ງການກວດກາ ແລະ ຕິດຊັ່ງ ມີຢູ່ 3 ປະເພດ ຄື: ຕິດຊັ່ງຕົວຈິງ, ກວດກາຕົວຈິງ ແລະ ການແຈ້ງຜ່ານ. ຜ່ານການກວດກາໃນໄລຍະ 1 ປີຜ່ານມາ, ກວດພົບລົດບັນ ທຸກໜັກເກີນ ຈຳນວນ 2.113 ຄັນ; ໃນນີ້, ມີລົດບັນທຸກປະເພດ 6 ລ້ໍ ຈຳນວນ 41 ຄັນ, ລົດບັນ ທຸກ 8 ລ້ໍ ມີ 23 ຄັນ, ລົດບັນທຸກ 10 ລ້ໍ ມີ 745 ຄັນ, ລົດບັນທຸກ 12 ລ້ໍ ມີ 1.032 ຄັນ, ລົດບັນທຸກ 16 ລ້ໍ ມີ 4 ຄັນ, ລົດບັນທຸກ 18 ລ້ໍ ມີ 18 ຄັນ, ລົດບັນທຸກ 20 ລ້ໍ ມີ 6 ຄັນ, ລົດບັນທຸກ 22 ລ້ໍ ມີ 222 ຄັນ, ລົດບັນທຸກ 24 ລ້ໍ ມີ 13 ຄັນ, ລົດ ບັນທຸກ 28 ລໍ້ ມີ 2 ຄັນ.

 

ໃນການແກ້ໄຂບັນຫາດັ່ງກ່າວ, ໜ່ວຍງານຄຸ້ມຄອງລົດບັນທຸກໜັກ ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນ ຫຼວງວຽງຈັນ ກໍໄດ້ເອົາໃຈໃສ່ກວດກາໃນກໍລະນີພົບເຫັນຜູ້ຂັບຂີ່ລົດບັນທຸກແກ່ເຄື່ອງ, ສິນຄ້າ ແລະ ແກ່ຫີນ-ຊາຍ ໜັກ ເກີນກຳນົດ ຈະຖຶືກປະຕິບັດຕາມດຳລັດວ່າດ້ວຍການປັບໃໝ ແລະ ມາດຕະການຕ່າງໆຕໍ່ຜູ້ລະເມີດລະບຽບ, ກົດໝາຍດຽວກັບການສັນຈອນທາງບົກ, ການຂົນສົ່ງທາງບົກ ແລະ ການປົກປັກຮັກສາທາງຫຼວງ ເລກທີ 188/ນຍ ເຊິ່ງດຳລັດສະບັບດັ່ງກ່າວໄດ້ລະບຸໄວ້ຢ່າງຈະແຈ້ງວ່າ: ຢູ່ໃນມາດຕາ  33 ວ່າດ້ວຍການບັນທຸກສິນຄ້າ ຫຼື ເຄື່ອງຂອງ ເກີນຂະໜາດ ຄື: ຜູ້ຂັບຂີ່ ຫຼື ເຈົ້າຂອງລົດຫາກໄດ້ບັນທຸກເຄື່ອງ, ສິນຄ້າ ແລະ ແກ່ຫີນ-ຊາຍເກີນຂະໜາດ ແລ້ວ ເຮັດໃຫ້ກີດຂວາງຈະລາຈອນ ເຊັ່ນ: ຍາວໂພດ, ກວ້າງໂພດ ຫຼື ສູງໂພດ ຈະຖືກປັບໃໝ 80.000 ກີບ ຕໍ່ຖ້ຽວຕໍ່ຄັນ, ພ້ອມທັງຮັບຜິດຊອບຕາມແຈ້ງການສະບັບເລກທີ 2157/ຄຂປກ ກະຊວງຄົມມະນາຄົມ ແລະ ຂົນສົ່ງ ໄປສະນີ ແລະ ກໍ່ສ້າງ ໃນເມື່ອກ່ອນໃນການວາງມາດຕະການຕໍ່ຜູ້ລະເມີດຂ້ໍກຳນົດ ວ່າດ້ວຍດານອະນຸມັດນ້ຳໜັກລວມສູງສຸດຂອງ ລົດຂົນສົ່ງ ແລ່ນຕາມທາງບົກໃນ ສປປ ລາວ ແມ່ນຈະຖືກປັບໃໝ ຕາມການເກັບຄ່າຄຸ້ມຄອງເສັ້ນທາງ ແລະ ເອົາ ສິນຄ້າສ່ວນນ້ຳໜັກເກີນ ຄື: ລົດມີນ້ຳໜັກ 0,5 ໂຕນ ແຕ່ເກີນ 0,9 ໂຕນ ຈະຖືກປັບໃໝຄ່າເສຍຫາຍເສັ້ນທາງ 6.700 ກີບ ຕໍ່ກິໂລແມັດ, ຄ່າບໍລິການຊັ່ງນ້ຳໜັກເກີນ 300 ກີບ ຕໍ່ກິໂລແມັດ, ຄ່າຄຸ້ມຄອງທາງ 1 ກິໂລແມັດ ຕໍ່ 7.000 ກີບ ແລະ ຄ່າປັບໃໝນ້ຳໜັກເກີນ 50.000 ກີບ ຕໍ່ 1 ຖ້ຽວຕໍ່ຄັນ.

ເພື່ອເປັນການຄຸ້ມຄອງລົດບັນທຸກໃຫ້ເຂົ້າຕາມລະບຽບຫຼັກການ, ບັນທຸກນ້ຳໜັກຂອງລົດຂົນສົ່ງ ໂດຍສະເພາະຜູ້ ປະກອບທຸລະກິດແກ່ເຄື່ອງ, ສິນຄ້າ ແລະ ແກ່ຫີນ-ຊາຍ ຕາມຈຸດຕ່າງໆ ແລະ ເສັ້ນທາງພາກສ່ວນກ່ຽວຂ້ອງຕ້ອງ ເຄື່ອນໄຫວຢ່າງຕັ້ງໜ້າໃນການສະກັດກັ້ນ ແລະ ແກ້ໄຂຢ່າງ ຈິງຈັງ ໃນການຕິດຊັ່ງໃນການຄຸ້ມຄອງລົດບັນທຸກ ໜັກບໍ່ໃຫ້ ມີນ້ຳໜັກເກີນການອະນຸຍາດ ເພື່ອເປັນການປົກປັກຮັກສາ ເສັ້ນທາງຫຼວງ ແລະ ຂົວ ໃຫ້ມີອາຍຸການນຳ ໃຊ້ທີ່ຍາວນານ ທັງເປັນການປະຢັດງົບປະມານລາຍຈ່າຍຂອງລັດໃນການກໍ່ ສ້າງ ແລະ ສ້ອມແປງຂົວທາງ.