ພົຕ ປອ ສົມຫວັງ ທໍາມະສິດ ຮອງລັດຖະມົນຕີ ກະຊວງ ປກສ ເນັ້ນໃຫ້ເຈົ້າໜ້າທີ່ເຮັດວຽກງານວິຊາສະເພາະ ສຸມໃສ່ສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ ເຊັ່ນ: ບັນຫາກໍ່ອາຊະຍາກໍາ, ອຸບັດຕິເຫດ, ອັກຄີໄພ ແລະອື່ນໆ ເພື່ອເຮັດໃຫ້ທົ່ວສັງຄົມມີຄວາມເປັນລະບຽບຮຽບຮ້ອຍ ແລະ ປອດໄພ ໃນໂອກາດທີ່ທ່ານເຂົ້າຮ່ວມ ກອງປະຊຸມສະຫຼຸບວຽກງານຕໍາຫຼວດທົ່ວປະເທດ ປະຈໍາປີ 2019 ທີ່ໄດ້ຈັດຂຶ້ນໃນລະຫວ່າງວັນທີ 23-24 ມັງກອນ 2020 ທີ່ນະຄອນຫຼວງວຽງຈັນ; ເຊິ່ງເປັນປະທານໂດຍ ພົຕ ປອ ທອງເຫຼັກ ມັງໝໍ່ເມກ ຫົວໜ້າກົມໃຫຍ່ຕໍາຫຼວດ, ມີຫົວໜ້າ-ຮອງກົມ, ວິທະຍາຄານ ແລະ ກອງບັນຊາການໃນທົ່ວປະເທດ ເຂົ້າຮ່ວມ.

ພົຕ ປອ ສົມຫວັງ ທໍາມະສິດ ຮອງລັດຖະມົນຕີ ກະຊວງ ປກສ

ພົຕ ປອ ສົມຫວັງ ທໍາມະສິດ ໄດ້ເນັ້ນໃສ່ວຽກງານດັ່ງນີ້:

  • ໃຫ້ປັບປຸງ, ບໍາລຸງ, ກໍ່ສ້າງ ແລະ ເອົາໃຈໃສ່ສຶກສາອົບຮົມພະນັກງານເຫຼົ່າຮົບວິຊາສະເພາະ ໃນວຽກງານຕໍາຫຼວດ ເພື່ອຮັບປະກັນວຽກງານໃຫ້ມີຄຸນນະພາບ ຮອງຮັບໜ້າທີ່ການເມືອງໃນໄລຍະໃໝ່
  • ເພີ່ມທະວີຕິດຕາມກວດກາ ກໍາແໜ້ນສະພາບການເຄື່ອນໄຫວຂອງ ກຸ່ມຄົນບໍ່ດີ ພ້ອມທັງມີວິທີການ, ມາດຕະການສະກັດກັ້ນ ແລະ ແກ້ໄຂໃຫ້ທັນເວລາ
  • ນິ້້ມນວນ-ຄ່ອງແຄ້ວ ຮັບປະກັນບໍ່ໃຫ້ມີຊ່ອງຫວ່າງທີ່ກຸ່ມຄົນບໍ່ດີຕ້ານຄືນ
  • ສືບຕໍ່ຫັນເອົາກໍາລັງລົງກໍ່ສ້າງຮາກຖານການເມືອງໃຫ້ເຂັ້ມແຂງ, ສ້າງຕາໜ່າງວຽກງານ ປກສ ຢູ່ຮາກຖານ ໃຫ້ ກວ້າງຂວາງ ຕິດພັນກັບ ສະກັດກັ້ນ ແລະ ແກ້ໄຂເປົ້າໝາຍອາຊະຍາກໍາ ກໍ່ຄວາມບໍ່ສະຫງົບ, ຄວາມບໍ່ເປັນລະບຽບຮຽບຮ້ອຍທາງສັງຄົມ ໃຫ້ໜັກແໜ້ນເຂັ້ມແຂງແຕ່ຮາກຖານຂຶ້ນມາ
  • ເອົາໃຈໃສ່ວຽກງານສືບສວນ-ສອບສວນ ແລະ ດໍາເນີນຄະດີຕ່າງໆໃຫ້ວ່ອງໄວ, ບໍ່ໃຫ້ຄະດີອັ່ງອໍ-ແກ່ຍາວ ທັງໃຫ້ຖືກຕ້ອງຕາມລະບຽບກົດໝາຍ, ຖືກຂັ້ນຕອນຂອງການດໍາເນີນຄະດີ, ມີຄວາມໂປ່ງໃສ ແລະ ຍຸຕິທໍາ
  • ໃຫ້ສຸມໃສ່ແກ້ໄຂບັນຫາລັກລອບຄ້າຂາຍ, ມົ້ວສຸມຢາເສບຕິດ, ຊິງຊັບ, ປຸ້ນຊັບ, ສໍ້ໂກງຊັບ, ຄ້າຂາຍເຖື່ອນ, ນັກເລງອັນຕະພານ, ພະນັນເຖື່ອນ, ອຸບັດຕິເຫດ, ຄ້າຂາຍອາວຸດເຖື່ອນ, ຄ້າມະນຸດ ແລະອື່ນໆ
  • ຊອກໃຫ້ໄດ້ຜູ້ເປັນຫົວໂປ່ໂຕການ ເພື່ອມາລົງໂທດຕາມກົດໝາຍ ພ້ອມທັງສະກັດກັ້ນ ແລະ ຕອບໂຕ້ການໂຄສະນາໂຈມຕີ-ໂຄສະນາໃສ່ຮ້າຍປ້າຍສີ ຕໍ່ແນວທາງນະໂຍບາຍຂອງພັກ-ລັດ ຂອງກຸ່ມຄົນບໍ່ດີທີ່ສວຍໃຊ້ອິນເຕິເນັດ ແລະ ເຟສບຸກ

ນອກນັ້ນ, ໃຫ້ເອົາໃຈໃສ່ປະສານສົມທົບກັບ ບັນດາຂະແໜງການຕ່າງໆໃຫ້ດີ ເປັນຕົ້ນແມ່ນ ໄອຍະການ, ສານ, ຍຸຕິທໍາ ແລະ ທ້ອງຖິ່ນ ເພື່ອພ້ອມກັນເຮັດສໍາເລັດໜ້າທີ່. ຄຽງຄູ່ກັນນີ້, ກໍໃຫ້ເອົາໃຈໃສ່ວຽກງານພົວພັນ ແລະ ຮ່ວມມືກັບບັນດາປະເທດເພື່ອນມິດສາກົນ ເພື່ອແລກປ່ຽນຂໍ້ມູນຂ່າວສານເຊິ່ງກັນແລະກັນ.

ໂອກາດນີ້, ຮອງລັດຖະມົນຕີ ກະຊວງ ປກສ ຮຽກຮ້ອງມາຍັງ ບັນດາສະຫາຍທີ່ເຂົ້າຮ່ວມກອງປະຊຸມຄັ້ງນີ້ ໃຫ້ຍົກສູງຄວາມຮັບຜິດຊອບ, ນໍາເອົາຜົນສໍາເລັດໃນກອງປະຊຸມ ໄປຄົ້ນຄວ້າປຶກສາຫາລືເປັນເອກະພາບໃນໝູ່ຄະນະ ແລະ ພ້ອມກັນຈັດຕັ້ງຜັນຂະຫຍາຍປະຕິບັດແຕ່ລະໜ້າວຽກ ໃຫ້ມີຜົນສໍາເລັດ. ພ້ອມດຽວກັນນີ້, ກໍຕ້ອງຮີບຮ້ອນສະຫຼຸບ, ຖອນຖອນບົດຮຽນຂອງຕົນຮັບຜິດຊອບ, ຕີລາຄາຜົນທີ່ໄດ້ຮັບ ແລະ ກໍານົດທິດທາງໜ້າທີ່ວຽກງານຂອງຕົນ ໃຫ້ແທດເໝາະຈຸດພິເສດກົມກອງ ແລະ ທ້ອງຖິ່ນຂອງຕົນ.