ເຈົ້າໜ້າທີ່ໜ່ວຍງານຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ເມືອງຜົ້ງສາລີ ໄດ້ຕິດຕາມພຶດຕິກຳໂຊເຟີລົດບັນທຸກເຄື່ອງໄຟຟ້ານ້ຳອູ 7 ຫຼັງຈາກໄດ້ຮັບລາຍງານວ່າຜູ້ກ່ຽວມີການລັກລອບຂາຍຢາບ້າໃຫ້ກຳມະກອນທີ່ ເຮັດວຽກດັ່ງກ່າວ ແລະ ກໍສາມາດຈັບຜູ້ກ່ຽວພ້ອມຂອງກາງ 146 ເມັດ ໄປດຳເນີນຄະດີ.

ເຈົ້າໜ້າທີ່ ປກສ ເມືອງຕົ້ນເມືອງ ໃຫ້ຮູ້ວ່າ: ຜູ້ຖືກຫາຊື່ ທ້າວ ຈືຢາງ ອາຍຸ 31 ປີ ພະນັກງານຂັບລົດຢູ່ເຂື່ອນໄຟ ຟ້ານໍ້າອູ 7 ເມືອງຜົ້ງສາລີ; ເຊິ່ງຜູ້ກ່ຽວເປັນເປົ້າໝາຍຕິດຕາມຂອງເຈົ້າໜ້າທີ່ຕໍາຫຼວດ ເນື່ອງຈາກໄດ້ມີການລັກລອບເສບ ແລະ ຂາຍຢາບ້າໃຫ້ກັບພວກກໍາມະກອນທີ່ເຮັດວຽກນໍາກັນພາຍໃນເຂື່ອນໄຟຟ້າ. ຜ່ານການຕິດຕາມຮອດວັນທີ 15 ທັນ ວາ 2019 ຮູ້ວ່າຜູ້ກ່ຽວໄປຊື້ຢາບ້າໄປໄວ້ຂາຍ ຈຶ່ງເຂົ້າຈັບຕົວຢູ່ບ່ອນພັກຂອງຜູ້ກ່ຽວພ້ອມຢາບ້າ ຈໍານວນ 146 ເມັດ.

ຜ່ານການສອບສວນຜູ້ກ່ຽວຮັບສາລະພາບວ່າ: ໃນວັນທີ 14 ທັນວາ 2019, ໄດ້ໄປຊື້ຢາບ້າ ຈໍານວນ 163 ເມັດ ແລ້ວເສບ ຈໍານວນ 17 ເມັດ ແລະ ຈົ່ງໄວ້ຂາຍໃຫ້ພວກພະນັກງານຂັບລົດນໍາກັນ. ຮອດເວລາປະມານ 17 ໂມງ ຂອງວັນທີ 15 ທັນວາ 2019, ກໍຖືກເຈົ້າໜ້າທີ່ ປກສ ເມືອງຜົ້ງສາລີ ກັກຕົວພ້ອມຢາບ້າ ຈໍານວນ 146 ເມັດ, ໄປດຳເນີນຄະດີຕາມກົດໝາຍ.