ວັນທີ 6 ພຶດສະພາ 2020, ບ້ານໂຄກໃໝ່ ເມືອງ ແລະ ແຂວງສາລະວັນ ໄດ້ມີພິທີມອບ-ຮັບອຸປະກອນການຜະລິດກະສິກໍາ ເພື່ອໂພຊະນາການ ແລະ ສຸຂະພາບທີ່ດີ ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ຈັນສີລອນ ສີສົມບູນ ເຈົ້າເມືອງໆສາລະວັນ, ມີທ່ານ ພັດສະຫວັນ ໄຊຍະວົງ ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ, ທ່ານ ພັນມະລີ ສີລິພົງ ຫົວໜ້າອົງການສຸພານິມິດ, ເລຂາພັກບ້ານ-ນາຍບ້ານ, ພະນັກງານວິຊາການທີ່ກ່ຽວຂ້ອງ ແລະ ພໍ່-ແມ່ປະຊາຊົນ ເຂົ້າຮ່ວມ.


ທ່ານ ພັດສະຫວັນ ໄຊຍະວົງ ລາຍງານວ່າ: ອຸປະກອນທີ່ໄດ້ຮັບປະກອບມີ: ຜ້າຢາງ 70 ແຜ່ນ, ແນວພັນເຂົ້າ 191 ກະສອບ, ອຸປະກອນສວນຄົວ 40 ຢ່າງ ເຊັ່ນ: ຊ້ວນ, ຄາດ, ບົວຫົດນ້ຳ 10 ລິດ, ໃນຜັກກາດກວາງຕຸງ, ຜັກກາດຕີນໝີ, ຜັກສະຫຼັດ, ຜັກບົ້ງ, ຖົ່ວຂົ້ວ, ໝາກອຶ, ໝາກແຕງ, ໝາກເລັ່ນ, ໝາກຖົ່ວຍາວ, ກາກນ້ຳຕານ, ຕາໜ່າງເຫຼັກ 1,2 ມ x 12 ມ, ເຫຼັກຕະປູ, ລວດ ແລະ ຖັງນ້ຳ 200 ລິດ, ມີເປົ້າໝາຍມອບໃຫ້ 9 ບ້ານຂອງເມືອງສາລະວັນ ເປັນຕົ້້ນແມ່ນ ບ້ານກຸດມູມ, ຄອນລາດ, ຄັນໝາກໂຍດ, ດົງໂກະເໜືອ, ເລີນສໍາພັນ, ໂຄກໃໝ່, ນາປາລີ, ບຸ່ງສູ້ຍ, ບ້ວງໃຫຍ່ ແລະ ບ້ານໜອງເພັກ ເພື່ອເປັນການປັບປຸງວຽກໂພຊະນາການສໍາລັບແມ່ຍິງ ແລະ ເດັກນ້ອຍ ເພື່ອຊຸມຊົນທີ່ມີສຸຂະພາບທີ່ດີ, ສະເພາະເຄື່ອງກະສິກໍາ. ອຸປະກອນດັ່ງກ່າວນີ້ແມ່ນໄດ້ຮັບການສະ ໜັບສະໜູນຈາກໂຄງການຮ່ວມມືປັບປຸງໂພຊະນາການ ໂດຍເລັງໃສ່ການຜະລິດກະສິກໍາ ເພື່ອໂພຊະນາການ ແລະ ສຸຂະພາບທີ່ດີ.

ຈາກນັ້ນ, ທ່ານ ພັນມະລີ ສີລິພົງ ຫົວໜ້າອົງການສຸພານິມິດ ຕາງໜ້າໂຄງການຮ່ວມມືປັບປຸງໂພຊະນາການ ໂດຍເລັງໃສ່ການຜະລິດກະສິກໍາ ເພື່ອໂພຊະນາການ ແລະ ສຸຂະພາບທີ່ດີ ກໍໄດ້ມອບອຸປະກອນດັ່ງກ່າວ ໃຫ້ປະຊາ ຊົນບ້ານໂຄກໃໝ່ ເພື່ອນຳໄປໃຊ້ເຂົ້າໃນວຽກງານຕົວຈິງໃຫ້ມີປະສິດທິພາບ, ພ້ອມທັງປົກປັກຮັກສາເຄື່ອງດັ່ງກ່າວໃຫ້ໄດ້ຮັບຜົນດີ ໂດຍຊ້ອງໜ້າ ທ່ານ ຈັນສີລອນ ສີສົມບູນ ເຈົ້າເມືອງສາລະວັນ ແລະ ພາກສ່ວນທີ່ກ່ຽວ ຂ້ອງເຂົ້າຮ່ວມເປັນສັກຂີພິຍານ.

ພາບ-ຂ່າວໂດຍ: ກິນດາວັນ