ກອງປະຊຸມໃຫຍ່ ຄັ້ງທີ VII ຂອງ ອົງຄະນະພັກ ເມືອງໄຊເສດຖາ ຈັດຂຶ້ນໃນລະຫວ່າງວັນທີ 1-2 ກໍລະກົດ 2020 ທີ່ສູນການຄ້າລາວ-ໄອເຕັກ, ເປັນປະທານໂດຍ ສະຫາຍ ໂພຄຳ ໄຊຍະສອນ ກຳມະການພັກ ນະຄອນຫຼວງວຽງຈັນ ຮັກສາການເລຂາພັກເມືອງ ເຈົ້າເມືອງໆໄຊເສດຖາ, ເປັນກຽດເຂົ້າຮ່ວມໂດຍ ສະຫາຍ ປອ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍບັນດາເຈົ້າເມືອງ-ຮອງເຈົ້າເມືອງ, ຜູ້ແທນສະມາຊິກພັກ ແລະ ແຂກຮັບເຊີນ.

ສະຫາຍ ໂພຄຳ ໄຊຍະສອນ ໄດ້ຜ່ານຮ່າງບົດລາຍງານການເມືອງ ທັງ II ພາກ ໂດຍຍົກໃຫ້ເຫັນຜົນງານຫຼາຍດ້ານ ໃນການບໍລິຫານວຽກງານພັກ ໃນຊຸດທີ່ຜ່ານມາ ຄື:

ທົ່ວເມືອງມີ 3 ຄະນະພັກຮາກຖານ ແລະ 91 ໜ່ວຍພັກ, ມີສະມາຊິກພັກ 1.895 ສະຫາຍ ຍິງ 672 ສະຫາຍ; ໜ່ວຍພັກສ່ວນໃຫຍ່ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ, ສາມາດສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ທີ່ເກີດຂຶ້ນພາຍໃນພັກ ເປັນຕົ້ນ ແກ້ໄຂສະມາຊິກພັກທີ່ອ່ອນເສຍທາດຂາດຄຸນໄດ້ຢ່າງທັນການ.

ພ້ອມນັ້ນ, ໄດ້ຈຳກັດ ແລະ ແກ້ໄຂຈຸດອ່ອນຂໍ້ບົກພ່ອງ ການສວຍໂອກາດສໍ້ລາດບັງຫຼວງ, ສວຍໃຊ້ໜ້າທີ່ຫາຜົນປະໂຫຍດໄດ້ຢ່າງຂາດຕົວ, ຢຶດໝັ້ນການພັດທະນາເສດຖະກິດເປັນໃຈກາງ ຕິດພັນກັບ ການພັດທະນາສັງຄົມຕາມນະໂຍບາຍປ່ຽນແປງໃໝ່ຂອງພັກ ທີ່ມີຫຼາຍພາກສ່ວນເສດຖະກິດບົນພື້ນຖານເສດຖະກິດຕະຫຼາດ ທີ່ມີການຄຸ້ມຄອງຂອງລັດ ເຮັດໃຫ້ເມືອງໄຊເສດຖາ ມີເສດຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງ ສະເລ່ຍ 8,95% ຕໍ່ປີ ລວມຍອດຜະລິດຕະພັນພາຍໃນ ບັນລຸ 4.315 ຕື້ກວ່າກີບ ທຽບໃສ່ຜ່ານມາ ເພີ່ມຂຶ້ນ 405 ຕື້ກວ່າກີບ.

ສະພາບແວດລ້ອມການລົງທຶນ-ການດຳເນີນທຸລະກິດ ໄດ້ຮັບການປັບປຸງ ສາມາດປະຕິບັດໂຄງການລົງທຶນ ໄດ້ 30 ໂຄງການ ມູນຄ່າ 99,35 ຕື້ກີບ ທຽບໃສ່ແຜນການ ປະຕິບັດໄດ້ 17,61% ພ້ອມນັ້ນຍັງສາມາດຂຸດຄົ້ນລາຍຮັບໄດ້ 294 ຕື້ກວ່າກີບ ທຽບໃສ່ຜ່ານມາ ເພີ່ມຂຶ້ນ 7,30% ທຽບໃສ່ແຜນການຈັດເກັບລາຍຮັບ ປະຕິບັດໄດ້ 92,28%.

ທັ້ງນີ້, ກອງປະຊຸມ ຍັງໄດ້ປ່ອນບັດຄັດເລືອກເອົາ ຄະນະພັກຊຸດໃໝ່ ມີຜູ້ສະໝັກຈໍານວນ 29 ສະຫາຍ ເລືອກເອົາ 25 ສະຫາຍ ໄດ້ແກ່:

  • ສະຫາຍ ໂພຄໍາ ໄຊຍະສອນ ເປັນເລຂາ;
  • ສະຫາຍ ບຸນປີງ ປັນຍາຈິດ ເປັນຮອງເລຂາ ທັງເປັນປະທານກວດກາ;
  • ສະຫາຍ ຄໍາສະຫວັນ ໂຄດໄຊ ເປັນຮອງເລຂາ ແລະ ອີກ 22 ສະຫາຍເປັນຄະນະ.

ໃນໂອກາດດັ່ງກ່າວ, ທ່ານເຈົ້າຄອງນະຄອນຫຼວງ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະພັກຊຸດໃໝ່ ພ້ອມທັງກ່າວເນັ້ນບາງດ້ານ ວ່າ:

ເຖິງແມ່ນວ່າ ເສດຖະກິດຈະມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ແຕ່ກໍຍັງບໍ່ທັນໜັກແໜ້ນເທົ່າທີ່ຄວນ. ດັ່ງນັ້ນ, ທິດທາງແຜນການໃນຕໍ່ໜ້ານີ້ ຄະນະພັກຊຸດໃໝ່ ຈົ່ງສືບຕໍ່ສ້າງເມືອງໃຫ້ເປັນຈຸດໃຈກາງທາງດ້ານການເມືອງ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ເສດຖະກິດ-ວັດທະນະທຳ-ສັງຄົມ ແລະ ການພົວພັນຕ່າງປະເທດ ເພື່ອເຮັດໃຫ້ເປັນເມືອງເຂັ້ມແຂງຮອບດ້ານ, ພ້ອມທັງສ້າງ 17 ບ້ານ ໃນຕົວເມືອງໃຫ້ເປັນເທດສະບານໜ້າຢູ່, ສ້າງ 31 ບ້ານ ເຂດຊານເມືອງ ໃຫ້ກາຍເປັນບ້ານພັດທະນາ ແລະ ການເປັນຊົນນະບົດໃໝ່ທີ່ມີພື້ນຖານຫັນເປັນຕົວເມືອງໃນອະນາຄົດ.

ນອກຈາກນີ້, ໃຫ້ສູ້ຊົນສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ຮັບປະກັນໄດ້ທາງດ້ານຄຸນະພາບ ແລະ ປະລິມານ ໃນແຕ່ລະປີ ໃຫ້ໄດ້ 85% ຂອງຈຳນວນໜ່ວຍພັກທັງໝົດ, ສູ້ຊົນເຮັດໃຫ້ຜະລິດຕະພັນພາຍໃນຂອງເມືອງ ເພີ່ມຂຶ້ນບັນລຸ 6.631 ຕື້ກວ່າກີບ ສະເລ່ຍບໍ່ຫຼຸດ 9,2% ຕໍ່ປີ ແລະ ສ້າງເມືອງໃຫ້ກາຍເປັນເມືອງ 5 ດີ; ພ້ອມດຽວກັນນັ້ນ, ກໍໃຫ້ກຳນົດວິໄສທັດ ແລະ ຍຸດທະສາດທີ່ສຳຄັນໃນການພັດທະນາເມືອງ ອີກດ້ວຍ.