ໃນອາທິດຜ່ານມາ, ປກສ ບໍລິການປະຊາຊົນກຸ່ມບ້ານຜາງົວ ເມືອງລອງ ແຂວງຫຼວງນຳ້ທາ ໄດ້ຈັດພິທີມອບ-ຮັບ ຫົວໜ້າຫ້ອງການ ປກສ ກຸ່ມ ບ້ານຜາງົວ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່; ເຂົ້າຮ່ວມໂດຍ ພັທ ຄໍານ້ອຍ ກອງມະນີພອນ ຮອງ ຫົວໜ້າກອງບັນຊາການ ປກສ ເມືອງ ລອງ; ມີເລຂາຄະນະພັກຮາກຖານ, ກອງກໍ່ສ້າງຮາກຖານ 914 ປະຈຳຢູ່ກຸ່ມຜາ ງົວ, ອຳນາດການປົກຄອງບ້ານ, ປກສ ບ້ານ, ຫົວໜ້າຫ້ອງການ ປກສ ກຸ່ມບ້ານຜາງົວ ແລະ ພະນັກງານ-ນັກຮົບພາຍ ໃນຫ້ອງການ ປກສ ກຸ່ມບ້ານ ເຂົ້າຮ່ວມ.

ພິທີມອບ-ຮັບ ຫົວໜ້າຫ້ອງການ ປກສ ກຸ່ມ ບ້ານຜາງົວ
ພິທີມອບ-ຮັບ ຫົວໜ້າຫ້ອງການ ປກສ ກຸ່ມ ບ້ານຜາງົວ

ຮຕ ສຸລິພັນ ຄູນໄຊສະຫວາດ ພະ ນັກງານ ພະແນກການເມືອງ ໄດ້ຜ່ານຂໍ້ຕົກລົງຂອງກອງບັນຊາການ ປກສ ເມືອງ ເລກທີ 1051, ລົງວັນທີ 3 ມິຖຸນາ 2020 ວ່າດ້ວຍການຊັບຊ້ອນ-ໂຍກຍ້າຍພະ ນັກງານໄປປະຈຳການທີ່ຂຶ້ນກັບກອງບັນ ຊາການ ປກສ ເມືອງລອງ; ໃນນີ້, ໂຍກຍ້າຍ ພັຕ ຄໍາເພັດ ແສງອາພອນ ຫົວໜ້າ ປກສ ກຸ່ມບ້ານຜາງົວ ຜູ້ເກົ່າ ໄປຮັບໜ້າທີ່ໃໝ່ເປັນຫົວໜ້າ ປກສ ກຸ່ມ ບ້ານຈະເລີນໄຊ ແລະ ສັບຊ້ອນ ຮທ ຄົງ ແຈ້ງວິໄລ ຈາກຫົວໜ້າ ປກສ ກຸ່ມບ້ານທາດ ມາເປັນຫົວໜ້າ ປກສ ກຸ່ມ ບ້ານຜາງົວ ຜູ້ໃໝ່.

ໃນໂອກາດນີ້, ພັທ ຄໍານ້ອຍ ກອງມະນີພອນ ໄດ້ເນັ້ນໃຫ້ຫົວໜ້າ ປກສ ກຸ່ມ ຜູ້ໃໝ່ ຈົ່ງເພີ່ມທະວີໃນການປະສານງານກັບຄະນະພັກຮາກຖານກອງ ກໍ່ສ້າງຮາກຖານ 914 ອຳນາດການປົກຄອງບ້ານ; ປກສ ບ້ານ ໃນການປະຕິ ບັດໜ້າທີ່ວຽກງານດ້ານຕ່າງໆທີ່ຂຶ້ນກັບ ກຸ່ມຕົນເອງຮັບຜິດຊອບ; ເອົາໃຈໃສ່ ຕິດຕາມການເໜັງຕີງຂອງພົນລະເມືອງ ຄົນເຂົ້າ-ອອກ, ຕ້ານ ແລະ ສະກັດກັ້ນ ປະກົດການຫຍໍ້ທໍ້ໃນສັງຄົມ ເປັນຕົ້ນ ແມ່ນ ບັນຫາຢາເສບຕິດ, ຄ້າຂາຍເຖື່ອນ, ຂີ້ລັກ-ງັດແງະ, ຫຼິ້ນການພະນັນ ແລະ ບັນຫາອື່ນໆ ເພື່ອເຮັດໃຫ້ກຸ່ມບ້ານຂອງ ຕົນມີຄວາມສະຫງົບ-ປອດໄພ.