ທ້າວ ອານຸສອນ ຫຼື ໂຕ້ ອາຍຸ 39 ປີ ຢູ່ ບ້ານສະພານໃຕ້ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ເຄີຍຖືກປະຕິບັດໂທດມາແລ້ວ 5 ປີ ໃນຂໍ້ຫາການຄ້າຂາຍຢາເສບຕິດ; ແຕ່ພົ້ນໂທດໄດ້ພຽງ 2 ປີ ກໍກັບມາເດີນທາງສາຍເກົ່າ ແລະ ຖືກເຈົ້າໜ້າທີ່ກອງບັນຊາການ ປກສ ເມືອງ ສີສັດຕະນາກ ຈັບຕົວໄປດໍາເນີນຄະດີພ້ອມຢາບ້າເກືອບ 300 ເມັດ.

ຜ່ານການສອບສວນຂອງເຈົ້າໜ້າທີ່, ທ້າວ ໂຕ້ ສາລະພາບວ່າ: ຜູ້ກ່ຽວໄດ້ພົ້ນໂທດຖືກປ່ອຍຕົວກັບຄືນສູ່ຄອບຄົວໃນເດືອນຕຸລາ 2018; ແລ້ວກໍໄດ້ກັບຄືນໄປເຄື່ອນໄຫວເສບຢາເສບຕິດອີກ, ເຊິ່ງຢາບ້າທີ່ນໍາໄປເສບໃນແຕ່ລະຄັ້ງ ແມ່ນຊື້ນໍາຊາຍຄົນໜຶ່ງທີ່ຮູ້ຈັກກັນຢູ່ຮ້ານເກມເຂດ ບ້ານທົ່ງພານທອງ ເມືອງສີສັດຕະນາກ; ເມື່ອໄດ້ຢາບ້າແລ້ວກໍກັບໄປເສບຢູ່ເຮືອນ ໂດຍເສບມື້ລະ 1-5 ເມັດ.

ມາຮອດເດືອນກຸມພາ 2020, ທ້າວ ໂຕ້ ໄດ້ ຫັນຈາກຜູ້ເສບມາເປັນຜູ້ຄ້າ-ຂາຍຢາເສບຕິດ ໂດຍໄດ້ຊື້ຢາບ້ານໍາຂາປະຈໍາ ຈໍານວນ 50-200 ເມັດ ເພື່ອຂາຍເອົາກໍາໄລ; ພາຍຫຼັງທີ່ໄດ້ຢາບ້າມາແລ້ວ, ກໍເອົາໄປຂາຍໃຫ້ກັບໄວລຸ້ນຢູ່ຕາມຮ້ານເກມຕ່າງໆ ເຂດບ້ານຫາຍໂສກ ແລະ ເມື່ອຂາຍໝົດແລ້ວກໍກັບຄືນໄປຊື້ຢາບ້າ ເພື່ອເອົາໄປຂາຍ ແລະ ເຮັດແບບນັ້ນເປັນປະຈໍາ.

ໃນວັນທີ 25 ມີນາ 2020, ໄດ້ໄປຊື້ຢາບ້ານໍາຜູ້ຂາຍເຈົ້າເກົ່າ ຈໍານວນ 1 ຖົງ ເທົ່າກັບ 200 ເມັດ ແລ້ວໄປຂາຍໃຫ້ໄວລຸ້ນຢູ່ຮ້ານເກມຄືເກົ່າ; ແຕ່ຄັ້ງນີ້ແມ່ນຂາຍບໍ່ໝົດ ຍັງເຫຼືອ 95 ເມັດ, ຈຶ່ງ ໄດ້ກັບໄປຊື້ຢາບ້າເພີ່ມອີກ 200 ເມັດ ແລ້ວກໍເອົາຢາບ້າໄປຊຸກເຊື່ອງໄວ້ຢູ່ເຮືອນ. ເວລາ 18:00 ໂມງຂອງວັນທີ 28 ມີນາ, ໄດ້ນໍາຢາບ້າໄປຂາຍໃຫ້ໄວລຸ້ນ. ພາຍຫຼັງທີ່ໄດ້ເງິນຈາກການຄ້າ-ຂາຍ ຢາບ້າແລ້ວ, ທ້າວ ໂຕ້ ກໍເອົາໄປເຕີມເຊີຫຼິ້ນເກມ. ປະມານ 10 ນາທີຕໍ່ມາ, ເຈົ້າໜ້າທີ່ຕໍາຫຼວດໄດ້ ເຂົ້າກວດຄົ້ນພາຍໃນຮ້ານເກມ; ພົບເຫັນຢາບ້າ ຈໍານວນ 295 ເມັດ ທີ່ຊຸກເຊື່ອງໄວ້ໃນຖົງໂສ້ງ ຂອງ ທ້າວ ໂຕ້; ຈຶ່ງໄດ້ນໍາຕົວຜູ້ກ່ຽວໄປດໍາເນີນຄະດີຕາມກົດໝາຍ.