ເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ປກສ ແຂວງວຽງຈັນ ໄດ້ກວດລົດກະບະຮຸນໄດ ທີ່ແກ່ລົດຈັກ 2 ຄັນ ມາແຕ່ແຂວງສະຫວັນນະເຂດ. ໃນນີ້, ພົບລົດຈັກ 1 ຄັນ ບໍ່ມີເອກະສານຢັ້ງຢືນ, ຈຶ່ງໄດ້ຢຶດລົດຄັນດັ່ງກ່າວໄວ້ທີ່ຫ້ອງການ ເພື່ອກວດກາ.

ເຈົ້າໜ້າທີ່ພະແນກຕໍາຫຼວດຈະລາຈອນ ປກສ ແຂວງວຽງຈັນ ໃຫ້ຮູ້ວ່າ: ໃນວັນທີ 22 ພຶດສະພາ ເວລາປະມານ 11:00 ໂມງ ຕໍາຫຼວດປະຕິ ບັດໜ້າທີ່ຢູ່ປ້ອມບ້ານໂພນໄຊ ເມືອງຫີນເຫີບ ໄດ້ພົບເຫັນລົດກະບະຍີ່ຫໍ້ຮຸນໄດ, ໝາຍເລກທະບຽນ ກຕ 3066 ກຳແພງນະຄອນ ແກ່ລົດ ຈັກ 2 ຄັນຂຶ້ນເໜືອ, ເຈົ້າໜ້າທີ່ຈຶ່ງລັດລົດຄັນດັ່ງກ່າວ ທີ່ຂັບຂີ່ໂດຍ ທ້າວ ນ້ອຍ ຢູ່ບ້ານກອກ ເມືອງນ້ຳບາກ ແຂວງຫຼວງພະບາງ ເພື່ອກວດກາ ແລະ ສອບຖາມຜູ້ຂັບຂີ່ຈຶ່ງຮູ້ວ່າ ລົດຈັກຈໍານວນ 2 ຄັນ ແມ່ນມາແຕ່ສະຫວັນນະເຂດ ຂຶ້ນເມືອແຂວງຫຼວງພະບາງ, ຜ່ານການກວດກາເອກະສານລົດຈັກ ມີ 1 ຄັນ ບໍ່ມີເອກະສານ, ເຈົ້າໜ້າທີ່ຈຶ່ງກັກລົດຄັນດັ່ງກ່າວໄວ້ຊົ່ວຄາວ ແລ້ວນຳຂຶ້ນມາຮັກສາໄວ້ຢູ່ພະແນກຈະລາຈອນ ປກສ ແຂວງວຽງຈັນ ເພື່ອກວດກາຄືນຄວາມຖືກຕ້ອງ.

ມາຮອດວັນທີ 1 ມິຖຸນາ 2020, ທ້າວ ພູວົງ ອາຍຸ 49 ປີ ຢູ່ບ້ານໂພນສູງ ນະຄອນໄກສອນ ແຂວງສະຫວັນນະເຂດ ໄດ້ນຳບົດບັນທຶກຮັບແຈ້ງຄວາມລົດຈັກເສຍ ຄັ້ງວັນທີ 15 ພຶດສະພາ 2020 ແລະ ປື້ມທະບຽນລົດມາຢັ້ງຢືນ ຢູ່ພະແນກຕຳຫຼວດຈະລາຈອນ ປກສ ແຂວງວຽງຈັນ ກວດກາເລກຈັກ, ເລກຖັງ ປະຫວັດຂຶ້ນທະບຽນແມ່ນຖືກຕ້ອງ. ມາຮອດວັນທີ 26 ມິຖຸນາ 2020, ຈຶ່ງໄດ້ມອບລົດຄືນເຈົ້າຂອງເດີມ, ມອບໂດຍ ພັທ ສົມສັກ ໄຊປັນຍາ ຮອງຫົວໜ້າຫ້ອງຕຳຫຼວດ ປກສ ແຂວງວຽງຈັນ.