ທິດທາງແຜນການ 6 ເດືອນ ທ້າຍປີ 2020, ຫ້ອງກຳມະບານ ກະຊວງປ້ອງກັນຄວາມສະຫງົບ ຈະເພີ່ມທະວີສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກກຳມະບານ ມີຄຸນທາດການເມືອງໜັກແໜ້ນ ເປັນເຈົ້າການປະຕິບັດວຽກງານວິຊາສະເພາະ ໂດຍຕິດພັນກັບ ເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ ໃຫ້ມີຜົນສຳເລັດ.

ພັອ ວັນນະເລດ ບຸດຕະວົງ ປະທານຄະນະບໍລິຫານງານ ສະຫະພັນກຳມະບານກະຊວງ ປກສ ກ່າວໃນກອງປະຊຸມສະຫຼຸບຜົນງານ 6 ເດືອນ ຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2020 ທີ່ຈັດຂຶ້ນໃນວັນທີ 3 ກໍລະກົດ ໂດຍມີຄະນະສະຫະພັນກຳມະບານ ກະຊວງ ປກສ ແລະ ບັນດາໜ່ວຍສະຫະພັນກຳມະບານ ອ້ອມຂ້າງ ເຂົ້າຮ່ວມ ວ່າ:

6 ເດືອນຕໍ່ໜ້າ, ຈະເພີ່ມທະວີການສຶກສາອົບຮົມການເມືອງ-ແນວຄິດ ແນໃສ່ສ້າງໃຫ້ພະນັກງານ, ສະມາຊິກກໍາມະບານ, ກໍາມະກອນ ມີຄຸນທາດການເມືອງໜັກແໜ້ນ, ມີຄວາມຮູ້, ຄວາມສາມາດທາງດ້ານວິຊາສະເພາະ, ມີສະຕິຕື່ນຕົວໃນການປະຕິບັດລະບຽບວິໄນ, ມີຄວາມສາມັກຄີເປັນເອກະພາບ, ຕັ້ງໜ້າປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຄວາມຮັບຜິດຊອບຂອງຕົນໃຫ້ສໍາເລັດ; ພ້ອມທັງຈະເພີ່ມທະວີວຽກງານກໍາມະບານ ຕິດພັນກັບ ວຽກງານວິຊາສະເພາະ ເພື່ອຫັນເອົາເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ ໄປພ້ອມກັບ ຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ກໍຄື ຂະບວນການການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ຮັບປະກັນບໍ່ໃຫ້ສະມາຊິກກໍາມະບານອ່ອນ.

ໃນໄລຍະຜ່ານມາ, ໄດ້ເອົາໃຈໃສ່ໃນການສຶກສາອົບຮົມການເມືອງແນວຄິດ ໃຫ້ສະມາຊິກກຳມະບານຢ່າງເປັນປົກກະຕິ, ໄດ້ຊຸກຍູ້ໃຫ້ກຳມະບານແຕ່ລະຂັ້ນຈັດຕັ້ງປະຕິບັດ 4 ແຜນງານ, 41 ໂຄງການ ຂອງ ອົງຄະນະພັກກະຊວງ ແລະ ແຜນຍຸດທະສາດພັດທະນາວຽກງານກຳມະບານລາວ ວາງອອກ, ໂດຍສະເພາະແມ່ນ ແຜນງານໃຫຍ່ທີ II ໂຄງການທີ 6 ຂອງກົມໃຫຍ່ການເມືອງ ກ່ຽວກັບ ການຍົກສູງຄຸນນະພາບຂອງ ອົງການຈັດຕັ້ງມະຫາຊົນ ໂດຍສຸມໃສ່ປະຕິບັດໜ້າວຽກງານວິຊາສະເພາະ ຕິດພັນກັບ ການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 5 ເປັນເຈົ້າ, 5 ວຽກໃຫຍ່ ແລະ 18 ໜ້າວຽກ ຂອງ ສະຫະພັນກຳມະບານ ກະຊວງ ປກສ ວາງອອກ ໃຫ້ປະກົດຜົນເປັນຈິງ ໂດຍໄດ້ຜັນຂະຫຍາຍເປັນກິດຈະກຳ ແລະ ເປີດຂະບວນການຕາມແຕ່ລະໄລຍະ ເພື່ອຂ່ຳນັບຮັບຕ້ອນວັນສຳຄັນຕ່າງໆຂອງພັກ, ຂອງຊາດ, ຂອງກຳລັງປ້ອງກັນຄວາມສະຫງົບ ແລະອື່ນໆ.