ໃນວັນທີ 3 ກໍລະກົດ 2020, ສານອາຍາຂັ້ນຕົ້ນແຂວງອຸດົມໄຊ ໄດ້ຕັດສິນຄະດີຄ້າຂາຍ ແລະ ມີຢາບ້າໄວ້ໃນຄອບຄອງ 2 ເລື່ອງ ໂດຍຕັດອິດສະຫຼະພາບ ທ້າວ ມອນ ອາຍຸ 27 ປີ ຢູ່ບ້ານຕະໂລະລົມ ເມືອງຫຼາ ແຂວງອຸດົມໄຊ ຈຳຄຸກ 10 ປີ ປັບໃໝ 100.000.000 ກີບ ແລະ ທ້າວ ສົມສັກ ອາຍຸ 19 ປີ ຢູ່ ບ້ານຕາກກະຈຳ ເມືອງຊຽງເງິນ ແຂວງຫຼວງພະບາງ ຈໍາຄຸກ 5 ປີ ປັບ 10.000.000 ກີບ.

ທ້າວ ມອນ ສາລະພາບວ່າ: ໃນວັນ ທີ 28 ມັງກອນ 2020, ໄດ້ຂໍຢືມລົດຈັກຮອນດ້າເວບ 100 ສີແດງ ບໍ່ມີໝາຍເລກທະບຽນນໍາ ທ້າວ ບິງ (ພໍ່ເຖົ້າ) ໂດຍມີຈຸດປະສົງແມ່ນໄປສັກຢາປົວຫົວເຂົ່າຂອງຈຳເລີຍ ຢູ່ຄລີນິກໃນຕົວເມືອງຫຼາ. ພາຍຫຼັງສັກຢາແລ້ວ, ຈໍາເລີຍໄດ້ຂັບຂີ່ລົດຈັກກັບບ້ານ; ພໍມາຮອດເຂດບ້ານກົກໄມ້ໃຫຍ່ຫາບ້ານອາຄັງ ໄດ້ຂໍຊື້ຢາບ້ານໍາຜູ້ຊາຍຄົນໜຶ່ງ ຈຳນວນ 10 ຖົງ ມີ 2.000 ເມັດ; ຈາກນັ້ນ, ກໍຂັບລົດມາຮອດເຂດບ້ານອາໂນ ຈຶ່ງຖືກເຈົ້າໜ້າທີ່ກັກຕົວພ້ອມຂອງກາງຈຳນວນດັ່ງກ່າວ.

ທ້າວ ສົມສັກ ໃຫ້ການວ່າ: ໃນເດືອນທັນວາ 2019, ໄດ້ຂີ່ລົດໂດຍສານອອກຈາກເມືອງຊຽງເງິນ ແຂວງຫຼວງພະບາງ ໄປແຂວງອຸດົມໄຊ ແລ້ວ ໄປຮັບຈ້າງເປັນກໍາມະກອນຢູ່ສວນກ້ວຍ ເຂດເມືອງນາໜໍ້. ມາຮອດວັນທີ 13 ມັງກອນ 2020, ໄດ້ໄປບ້ານປາງທອງ ເພື່ອໄປຊອກຊື້ຢາບ້າມາເສບ ແລະ ຂາຍໃຫ້ກັບໄວລຸ້ນທີ່ເປັນກຳມະກອນເຂດສວນກ້ວຍ. ເມື່ອໄປຮອດ, ໄດ້ພົບກັບຊາຍຄົນໜຶ່ງທີ່ເປັນຄົນຄ້າຂາຍຢາບ້າຢູ່ແຄມທາງ ຈຶ່ງໄດ້ຖາມຊື້ຢາບ້ານຳຊາຍຄົນນັ້ນ 1 ຖົງ ມີ 200 ເມັດ. ພາຍຫຼັງກັບມາສວນກ້ວຍ, ໄດ້ເອົາຢາບ້າອອກມາເສບ ຈໍານວນ 40 ເມັດ ແລະ ໄດ້ຂາຍໃຫ້ກຳມະກອນ 2 ເມັດ ຍັງເຫຼືອຢາບ້າຈໍານວນ 158 ເມັດ. ຮອດເວລາປະມານ 10:00 ໂມງ ຂອງວັນທີ 16 ມັງກອນ 2020, ເຈົ້າໜ້າທີ່ກວດຄົ້ນ ພ້ອມທັງກັກຕົວພ້ອມຂອງກາງທີ່ຍັງເຫຼືອມາດຳເນີນຄະດີ.

ຜ່ານການຄົ້ນຄວ້າ, ກວດກາບັນດາຂໍ້ມູນຫຼັກຖານ ແລະ ເອກະສານຕ່າງໆທີ່ມີຢູ່ໃນສໍານວນຄະດີຢ່າງລະອຽດຖີ່ຖ້ວນ, ຮອບດ້ານ, ພາວະວິໄສແລ້ວ ເຫັນວ່າ: ການກະທໍາຂອງຈຳເລີຍທັງ 2 ຄົນ ມີຄວາມຜິດຕາມຂໍ້ກ່າວຫາແທ້ ເຊິ່ງມັນສະແດງອອກໃນເວລາເຈົ້າໜ້າທີ່ກັກຕົວພວກຈຳເລີຍ ພົບເຫັນຢາບ້ານຳ ທ້າວ ມອນ 2.000 ເມັດ ແລະ ພົບຢາບ້ານຳທ້າວ ສົມສັກ 158 ເມັດ ບວກກັບຄຳໃຫ້ການຂອງພວກຈຳເລີຍທີ່ວ່າໄດ້ຊື້ຢາບ້າຈຳນວນດັ່ງກ່າວມາໄວ້ຂາຍ ແລະ ຄອບຄອງແທ້. ຢາບ້າຈຳນວນດັ່ງກ່າວ, ເຈົ້າໜ້າທີ່ພະແນກກວດກາ ແລະ ຄວບຄຸມຢາເສບຕິດ ປກສ ແຂວງອຸດົມໄຊ ໄດ້ນຳເຂົ້າກວດພິສູດ-ວິໄຈ, ເຊິ່ງບັນຈຸສານເສບຕິດໃນໝວດ Meth amphetamine.

ພວກຈຳເລີຍເປັນບຸກຄົນທີ່ມີສະຕິສໍາປະຊັນຍະສົມບູນດີ ແລະ ເຖິງກະສຽນອາຍຸທາງອາຍາ ສາມາດຮູ້ໄດ້ວ່າ ຢາບ້າເປັນທາດເຄມີທີ່ເປັນໄພອັນຕະລາຍຕໍ່ລະບົບປະສາດຂອງຄົນ, ບຸກຄົນຜູ້ໃດ ຫາກຄ້າຂາຍ ແລະ ມີໄວ້ໃນຄອບຄອງ ແມ່ນມີໂທດທາງອາຍາ ແຕ່ຈໍາເລີຍກໍຍັງກະທໍາຜິດໂດຍເຈດຕະນາຄ້າຂາຍ ເພື່ອຫວັງຜົນປະໂຫຍດ, ຫວັງເອົາກໍາໄລ ໂດຍບໍ່ຖືກຕ້ອງຕາມກົດໝາຍ ຫຼື ເພື່ອໄວ້ເສບເອງ ຕໍ່ກັບການວາງໂທດ ໃສ່ພວກຈຳເລີຍນັ້ນ ແມ່ນໄດ້ອີງຕາມກົດໝາຍອາຍາສະບັບປັບປຸງປີ 2017 ມາດຕາ 146 ) ທີ່ລະບຸໄວ້ວ່າ: ບຸກຄົນຜູ້ໃດຫາກຜະລິດ, ປຸງແຕ່ງ, ຄ້າຂາຍ, ຈໍາໜ່າຍ, ຂົນສົ່ງ, ມີໄວ້ໃນຄອບຄອງ ຫຼື ນໍາເຂົ້າ, ສົ່ງອອກ ຫຼື ນຳຢາອີ, ຢາບ້າ, ຢາໄອສ໌ (Ice) ຫຼື ວັດຖຸອອກລິດຕໍ່ຈິດປະສາດ, ຜ່ານ ສປປ ລາວ ຕໍ່າກວ່າ 100 ກຼາມ ຈະຖືກລົງໂທດຕັດອິດສະຫຼະພາບແຕ່ 5-10 ປີ ແລະ ຈະຖືກປັບໃໝແຕ່ 10.000.000-100.000.000 ກີບ; ສ່ວນລົດຈັກເວບຮ້ອຍສີແດງ ແລະ ເງິນກີບທະນາຄານທີ່ຍຶດໄດ້ຈາກ ທ້າວ ມອນ ນັ້ນ. ຜ່ານການກວດກາແລ້ວ, ເຫັນວ່າ ບໍ່ມີສ່ວນພົວພັນກັບໍການກະທຳຜິດຄັ້ງນີ້ ຈຶ່ງໄດ້ມອບຄືນໃຫ້ກັບຜູ້ທີ່ຈຳເລີຍຢືມມາ; ສ່ວນເງິນທະນາຄານ ກໍມອບຄືນໃຫ້ກັບຈໍາເລີຍ.