ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມບັນດາມະຕິ ຂອງ ກົມການເມືອງສູນກາງພັກ ເພື່ອ ສ້າງຄວາມຮັບຮູ້, ເຂົ້າໃຈຢ່າງເລິກເຊິ່ງ ແລະ ກວ້າງຂວາງກ່ຽວກັບມະຕິຕ່າງໆ ຂອງກົມການເມືອງສູນກາງພັກ ທີ່ກຳນົດອອກໃນແຕ່ລະໄລຍະໃຫ້ແກ່ບັນດາຄະນະຂອງກະຊວງ, ອົງການນະຄອນຫຼວງວຽງຈັນ ແລະ ບັນດາຄະນະບັນນາທິການສື່ມວນຊົນສູນກາງ, ໃນວັນທີ 9 ກໍລະກົດ 2020, ເຂົ້າຮ່ວມໂດຍທ່ານ ປອ ໄຊສົມພອນ ພົມວິຫານ ກຳມະການກົມການ ເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ.

ສຳລັບເອກະສານທີ່ນຳມາເຜີຍແຜ່ເຊື່ອມຊຶມປະກອບມີ: ມະຕິຂອງກົມການເມືອງສູນກາງພັກ ເລກທີ 111/ກມສພ ວ່າດ້ວຍ ເພີ່ມທະວີວຽກປ້ອງກັນຄວາມສະຫງົບ ໃນສະພາບການໃໝ່, ມະຕິຂອງກົມການເມືອງສູນກາງພັກ ເລກທີ 112/ກມສພ ວ່າດ້ວຍ ການຍົກສູງຄຸນນະພາບການດຳເນີນຄະດີຕາມຂະບວນການຍຸຕິທຳ ແລະ ມະຕິຂອງກົມການເມືອງສູນກາງພັກ ເລກທີ 108/ກມສພ ວ່າດ້ວຍ ວຽກງານແນວໂຮມ ແລະ ວຽກງານມະຫາຊົນຂອງພັກ ໃນໄລຍະໃໝ່.

ໃນນີ້, ພົຕ ກົງທອງ ພົງວິຈິດ ຮອງເລຂາຄະນະພັກ ຮອງລັດຖະມົນຕີ ກະຊວງ ປກສ ໄດ້ຍົກໃຫ້ເຫັນມະຕິຂອງ ກົມການເມືອງສູນກາງພັກ ວ່າດ້ວຍ ການເພີ່ມທະວີວຽກງານປ້ອງກັນຄວາມສະຫງົບ ໃນສະພາບການໃໝ່ ວ່າ: ທັດສະນະຂອງພັກຕໍ່ວຽກງານປ້ອງກັນຄວາມສະຫງົບ ວຽກງານປ້ອງກັນຄວາມສະຫງົບ ເປັນວຽກງານຍຸດທະສາດສໍາຄັນຕົ້ນຕໍຂອງພັກ-ລັດໃນພາລະກິດປົກປັກສາຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ມີລັກສະນະຕັດສິນຕໍ່ການຄົງຕົວ ແລະ ຂະຫຍາຍຕົວຂອງປະເທດຊາດ ພາຍໃຕ້ການນໍາພາໂດຍກົງ, ເດັດຂາດ ແລະ ຮອບດ້ານຂອງພັກປະຊາຊົນປະຕິວັດລາວ.

ພື້ນຖານປ້ອງກັນຄວາມສະຫງົບ ແມ່ນມາຈາກປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອຜົນປະໂຫຍດຂອງປະຊາຊົນ, ຢຶດໝັ້ນ ແລະ ປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ, ສ້າງທ່າສະໜາມປ້ອງກັນຄວາມສະຫງົບ ຕາມທິດ 3 ສ້າງ, ກໍາລັງພື້ນຖານປ້ອງກັນຄວາມສະຫງົບ ແມ່ນກ້ອນກໍາລັງມະຫາສາມັກຄີທົ່ວປວງຊົນລາວທັງຊາດ, ກໍາລັງແຮງຂອງລະບົບການເມືອງ, ເສດຖະກິດ, ວັດທະນະທໍາ-ສັງຄົມ, ວິທະຍາສາດ-ເຕັກໂນໂລຊີ ແລະ ກໍາລັງແຮງທາງດ້ານການພົວພັນຕ່າງປະເທດ, ເຊິ່ງໃນນັ້ນກຳລັງປ້ອງກັນຄວາມສະຫງົບປະຊາຊົນເປັນກຳລັງຫຼັກແຫຼ່ງແກ່ນສານ, ພັກເຮົາຍາມໃດກໍຖືຄວາມສະຫງົບເປັນເງື່ອນໄຂພື້ນຖານຮັບປະກັນໃຫ້ແກ່ການພັດທະນາ, ຢາກພັດທະນາໄດ້ກໍ່ຕໍ່ເມື່ອມີຄວາມສະຫງົບປອດໄພ, ໃນໄລຍະໃໝ່ນີ້ ຕ້ອງຮູ້ເສີມສ້າງ ແລະ ຍົກລະດັບການຊົມໃຊ້ໝາກຜົນຂອງການພັດທະນາຢ່າງຍຸຕິທຳ ແລະ ທົ່ວເຖິ່ງ ເພື່ອຮັບປະກັນໃຫ້ແກ່ຄວມສະຫງົບ.