ໃນວັນທີ 7 ກໍລະກົດ 2020, ທ່ານ ໄຊສົມພອນ ສຸກສີວົງໄຊ ຫົວໜ້າໂຄງການກໍ່ສ້າງເສັ້ນທາງຫຼວງແຫ່ງຊາດ 5A ພ້ອມຄະນະ ໄດ້ລົງກວດກາຜົນສຳເລັດຂອງໂຄງການກໍ່ສ້າງເສັ້ນທາງປູຢາງສອງຊັ້ນ ທາງຫຼວງແຫ່ງຊາດ 5A ພາຍຫຼັງທີ່ບໍລິສັດປັນຍາທິລາດກໍ່ສ້າງເຄຫາ, ຂົວທາງ ແລະ ຊົນລະປະທານ ຈຳກັດຜູ້ດຽວ ກໍ່ສ້າງສຳເລັດໃນທ້າຍປີ 2019.

ໂຄງການເສັ້ນທາງຫຼວງແຫຼ່ງຊາດ 5A ແຕ່ຂົວນໍ້າຍອນ ຫາ ບ້ານລ້ອງແຈ້ງ ເມືອງລ້ອງແຈ້ງ ເລີ່ມຕົ້ນລົງມືກໍ່ສ້າງ ແຕ່ວັນທີ 11 ກຸມພາ 2014 ເປັນຕົ້ນມາ ແລະ ໄດ້ສຳເລັດ 100% ໃນວັນທີ 16 ທັນວາ 2019 ລວມມູນຄ່າການກໍ່ສ້າງທັງໝົດ 304.517.716.120 ກີບ, ເສັ້ນທາງດັ່ງກ່າວມີຄວາມຍາວທັງໝົດ 40 ກິໂລແມັດ, ໜ້າທາງກວ້າງ 6 ແມັດ, ຄວາມເນີນຂອງທາງຂວາງຫຼັງເຕົ່າ 3%, ຄວາມຫງ່ຽງຂອງທາງສູງສຸດ 7%, ຄວາມເນີນທາງຍາວສູງສຸດ 12%, ຄວາມໄວອອກແບບຕໍ່າສຸດ 20 ກມ/ຊມ, ຄວາມໄວອອກແບບສູງ 80 ກມ/ຊມ, ລັດສະໝີໂຄ້ງຕໍ່າສຸດ 20 ແມັດ, ເປີດກວ້າງສູງສຸດ 1,5 ແມັດ.

ລະບົບເສັ້ນທາງປະກອບດ້ວຍການກໍ່ສ້າງທໍ່ກົມ, ທໍ່ລ່ຽມ, ຮ່ອງນ້ຳຂ້າງທາງ, ສ້າງຕາໜ່າງກັນເຈື່ອນ ແລະ ສ້າງຂົວ 3 ແຫ່ງ ຄື: ຂົວນ້ຳຍອນ ມີຄວາມຍາວ 30 ແມັດ, ຂົວນໍ້າເຍັນ ຍາວ 30 ແມັດ ແລະ ຂົວນ້ຳຜາໃຫຍ່ ຍາວ 40 ແມັດ, ຄວາມກວ້າງຂອງຂົວທັງ 3 ແຫ່ງ ກວ້າງ 10 ແມັດ, ໜ້າທາງຂອງຂົວ 7 ແມັດ, ຄວາມເນີນຂອງຂົວຫຼັງເຕົ່າ 3%, ທາງຄົນຍ່າງທັງສອງຂ້າງກວ້າງ 1 ແມັດ.

ເສັ້ນທາງດັ່ງກ່າວ ຍັງໄດ້ແຕ້ມເສັ້ນແບ່ງທິດທາງຈະລາຈອນ, ຕິດປ້າຍຈະລາຈອນ, ສ້າງຫຼັກກິໂລແມັດ, ຫຼັກປະກັນໄພ, ຮາວປ້ອງກັນເປັນທີ່ຮຽບຮ້ອຍແລ້ວ ແລະ ສາມາດນຳໃຊ້ໄດ້ 100%.