ກອງປະຊຸມຄົບຄະນະບໍລິຫານງານພັກ ກົມໃຫຍ່ການເມືອງ ກະຊວງ ປກສ ຄັ້ງທີ II ສະໄໝທີ VI ຈັດຂຶ້ນໃນວັນທີ 9 ກໍລະກົດ 2020, ເປັນປະທານ ໂດຍ ສະຫາຍ ພົຕ ວັນທອງ ກອງມະນີ ຄະນະປະຈໍາພັກກະຊວງ ເລຂາຄະນະພັກ ຫົວໜ້າກົມໃຫຍ່ການເມືອງ ປກສ, ມີຮອງເລຂາ, ຄະນະປະຈໍາພັກ, ຄະນະພັກກົມໃຫຍ່ການເມືອງ ເຂົ້າຮ່ວມ.

ສະຫາຍ ພົຈວ ປອ ສຸວັນນີ ສີສຸພາບມີໄຊ ຮອງເລຂາຄະນະພັກຮອງຫົວໜ້າກົມໃຫຍ່ການເມືອງ ກ່າວວ່າ: ຕະຫຼອດໄລຍະ 6 ເດືອນຜ່ານມາ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ຄະນະພັກພັກ, ຄະນະບັນຊາ, ສະມາຊິກພັກ, ພະນັກງານ-ນັກຮົບ ດ້ວຍຫຼາຍຮູບການ, ຫຼາຍວິທີການ ເປັນຕົ້ນແມ່ນ ການຄົ້ນຄວ້າເຊື່ອມຊຶມບັນດາເອກະສານມູນເຊື້ອຂອງພັກ, ຂອງຊາດ, ມະຕິ, ຄໍາສັ່ງ, ທິດທາງແຜນການວຽກງານທີ່ຈະຕ້ອງສຸມໃສ່ໃຫ້ມີຄວາມເປັນເອກະພາບພາຍໃນນັບແຕ່ຂັ້ນເທິງຮອດຂັ້ນລຸ່ມ. ນອກນັ້ນ, ຍັງໄດ້ສຶກສາອົບຮົມກໍ່ສ້າງບັນດາມະຫາຊົນຜູ້ທີ່ມີຄວາມກ້າວໜ້າ, ຫ້າວຫັນໃນການປະຕິບັດວຽກງານວິຊາສະເພາະ ເພື່ອຂະຫຍາຍເປັນມາຫາຊົນກ້າວໜ້າເຂົ້າຮຽນສະໜັບສະໜູນ, ຮຽນລະບຽບພັກ ມີ 34 ສະຫາຍ ຍິງ 17 ສະຫາຍ, ຂະຫຍາຍມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສໍາຮອງ ມີ 36 ສະຫາຍ ຍິງ 12 ສະຫາຍ, ເລື່ອນສະມາຊິກພັກສໍາຮອງເປັນສະມາຊິກພັກສົມບູນ 45 ສະຫາຍ ຍິງ 8 ສະຫາຍ. ຄຽງຄູ່ກັນນັ້ນ, ຄະນະພັກຍັງໄດ້ຊີ້ນໍາຕໍ່ວຽກງານສື່ມວນຊົນໃຫ້ເອົາໃຈໃສ່ທາງດ້ານເນື້ອໃນ, ຮູບພາບ, ສີສັນ ເປັນຕົ້ນແມ່ນ ການອອກຂ່າວໃນໜ້າໜັງສືພິມ, ວາລະສານ, ອອກລາຍການວິທະຍຸ-ໂທລະພາບ ປກສ ໃຫ້ຖືກຕ້ອງຕາມແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ສອດຄ່ອງກັບແນວທາງພັດທະນາເສດຖະກິດ-ສັງຄົມໃນປັດຈຸບັນ, ຜ່ານມາ 6 ເດືອນສາມາດຜະລິດ ແລະ ຈໍາໜ່າຍໜັງສືພິມ ປກສ ໄດ້ຈໍານວນ 180.000 ສະບັບ, ວາລະສານ 6.000 ຫົວ, ລາຍການວິທະຍຸ 24 ລາຍການ ແລະ ລາຍການໂທລະພາບ 29 ລາຍການ.

ສໍາລັບທິດທາງແຜນການໃນຕໍ່ໜ້າ ຈະເພີ່ມທະວີໃນການສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກພັກ, ພະນັກງານ-ນັກຮົບ ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງເຮັດສໍາເລັດໜ້າທີ່ວຽກງານຕາມການມອບໝາຍ, ຕັ້ງໜ້າຝຶກຝົນຫຼ່ໍຫຼອມທັດສະນະຫຼັກໝັ້ນຊົນຊັ້ນມິດ-ສັດຕູ, ຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດໃຫ້ໜັກແໜ້ນມີນໍ້າໃຈຮັກຊາດ, ມີຄວາມຈົ່ງຮັກພັກດີຕໍ່ພັກ, ຕໍ່ປະ ເທດຊາດ ແລະ ປະຊາຊົນຢ່າງແທ້ຈິງ, ຕັ້ງໜ້າປັບປຸງກໍ່ສ້າງພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ ທາງດ້ານແນວຄິດ, ການຈັດຕັ້ງ ແລະ ແບບແຜນການນໍາພາ, ການຂະຫຍາຍພັກຕ້ອງເນັ້ນຄຸນນະພາບເປັນກົກຖຶກຕ້ອງຕາມ 5 ຫຼັກການ ແລະ 3 ທິດນໍາ, ສືບຕໍ່ປັບປຸງການຈັດຕັ້ງບັນດາຫ້ອງການ, ກົມໃຫຍ່, ກອງບັນຊາການການ, ກົມກອງໃຫ້ມີຄວາມສອດຄ່ອງກັບໜ້າທີ່ການເມືອງ ໃນໄລຍະໃໝ່.