ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ ໄດ້ທຳລາຍສິນຄ້າປະເພດພືດ-ຜັກ ນໍ້າໜັກ 6.880 ກິໂລ ທີ່ນໍາເຂົ້າທີ່ບໍ່ຖືກຕ້ອງຕາມກົດລະບຽບກົດໝາຍ ເຊິ່ງຢຶດໄດ້ຈາກລົດຂົນສົ່ງສິນຄ້າທີ່ມາຈາກຫວຽດນາມ ລວມມູນຄ່າ 71.800.000 ກີບ,
ໂດຍພິທີທໍາລາຍພືດຜັກດັ່ງກ່າວ ຈັດຂຶ້ນໃນວັນທີ 8 ກຳລະກົດ 2020 ທີ່ສະໜາມບຳບັດຂີ້ເຫຍື້ອຫຼັກ 32 ເມືອງໄຊທານີ ນະຄອນຫຼວງວຽງຈັນ ໂດຍມີພາກສ່ວນທີ່ກ້ຽວຂ້ອງເຂົ້າຮ່ວມ.

ທ່ານ ນັນຕາ ສານຸວົງ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ ກ່າວວ່າ: ໃນວັນທີ 7 ກໍລະກົດ 2020, ເຈົ້າໜ້າທີ່ພະແນກອຸດສາຫະກຳ ແລະ ຄ້າໄດ້ກວດກາລົດຂົນສົ່ງສິນຄ້າ ໝາຍເລກທະບຽນ 74C03595 ມາຈາກປະເທດຫວຽດນາມ ຢູ່ເຂດພະຂາວ ເມືອງໄຊທານີ ນະຄອນຫຼວງວຽງຈັນ. ຜ່ານການກວດກາ, ພົບວ່າ ເອກະສານຢັ້ງຢືນແຈ້ງສິນຄ້າມີຈໍານວນ 1.600 ກິໂລ, ແຕ່ສິນຄ້າຕົວຈິງມີຈໍານວນເກີນ. ນອກນີ້, ຍັງບໍ່ໄດ້ຜ່ານການກວດກາຢັ້ງຢືນ ແລະ ວິໄຈຫາສານປົນເປື້ອນຈາກພາກສ່ວນກ່ຽວຂ້ອງ. ສະນັ້ນ, ຈຶ່ງໄດ້ຍຶດສິນຄ້າຈໍານວນດັ່ງກ່າວທໍາລາຍຖິ້ມ.

ຈໍານວນພືດຜັກດັ່ງກ່າວ ປະກອບມີ: ໝາກເລັ່ນ 2.100 ກິໂລ, ໝາກນາວ 2.580 ກິໂລ, ກະລົດສີມ່ວງ 200 ກິໂລ ແລະ ໝາກມັງກອນ 2.000 ກິໂລ ລວມນໍ້າໜັກທັງໝົດ 6.880 ກິໂລ ລວມມູນຄ່າ 71.800.000 ກີບ.

ໃນໄລຍະຜ່ານມາ, ພະແນກອຸດສາຫະກໍາ ແລະ ການຄ້າ ນະຄອນຫຼວງວຽງຈັນ ໄດ້ເອົາໃຈໃສ່ຕິດຕາມກວດກາການລັກລອບນໍາເຂົ້າສິນຄ້າຜິດກົດໝາຍ ໂດຍໄດ້ສຸມກວດກາລົດຂົນສົ່ງສິນຄ້າ, ຕະຫຼາດຈໍາໜ່າຍ ແລະ ຈຸດຂ້າມລອຍຕ່າງໆຢ່າງເປັນປົກກະຕິເພື່ອບໍ່ໃຫ້ສິນຄ້າທີ່ຕ້ອງຫ້າມ ຫຼື ມີສິ່ງປົນເປື້ອນຈາກສານເຄມີຖືກນໍາເຂົ້າມາຈຳໜ່າຍໃນທ້ອງຕະຫຼາດ ເພື່ອຮັບປະກັນໃຫ້ຜູ້ບໍລິໂພກໄດ້ຊົມໃຊ້ສິນຄ້າທີ່ດີ, ບໍ່ເປັນອັນຕະລາຍຕໍ່ສຸຂະພາບ ແລະ ຊີວິດ ທັງເປັນການປົກປ້ອງ ແລະ ສົ່ງເສີມການຜະລິດພາຍໃນ, ພ້ອມທັງຍົກສູງສະຕິຕໍ່ຜູ້ຂາຍທີ່ນຳເຂົ້າສິນຄ້າ ຕ້ອງໄດ້ປະຕິບັດພັນທະຢ່າງຄົບຖ້ວນ.

ຖ້າຫາກວ່າບຸກຄົນໃດພົບເຫັນການນຳເຂົ້າທີ່ບໍ່ຖືກຕ້ອງ ຫຼື ການຈຳໜ່າຍສິນຄ້າທີ່ຜິດຕໍ່ລະບຽບກົດໝາຍແມ່ນໃຫ້ແຈ້ງສາຍດ່ວນ 1510 ເພື່ອລົງແກ້ໄຂໃຫ້ທັນເວລາ.