ກະຊວງພາຍໃນ ໄດ້ຈັດຕັ້ງເຜີຍແຜ່-ເຊື່ອມຊຶມມະຕິ ກອງປະຊຸມຄົບຄະນະ ຄັ້ງທີ 10 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ X ໃນວັນທີ 9 ກໍລະກົດ 2020 ເຜີຍແຜ່ໂດຍ ທ່ານ ຄໍາໝັ້ນ ສູນວິເລີດ ກໍາມະການສູນກາງພັກ ລັດຖະມົນຕີກະຊວງພາຍໃນ, ມີຮອງລັດຖະມົນຕີ, ຄະນະພັກ-ຄະນະນໍາ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ກົມ, ພະແນກພ້ອມດ້ວຍພະນັກງານ-ລັດຖະກອນກະຊວງພາຍໃນເຂົ້າຮ່ວມ.

ທ່ານ ຄໍາໝັ້ນ ສູນວິເລີດ ກ່າວວ່າ: ຄະນະບໍລິຫານງານສູນກາງພັກ ສະໄໝທີ X ໄດ້ດໍາເນີນກອງປະຊຸມຄົບຄະນະ ຄັ້ງທີ 10 ໃນລະຫວ່າງວັນທີ 8-12 ມິຖຸນາ 2020 ຢ່າງເປັນທາງການພາຍໃຕ້ການເປັນ ປະທານຂອງ ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ກອງປະຊຸມໄດ້ຄົ້ນຄວ້າປຶກສາຫາລືບັນຫາສໍາຄັນຄື: ການຜັນຂະຫຍາຍມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 7, 8, 9 ສະໄໝ X ຕິດພັນກັບຄວາມຄືບໜ້າການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ປະເໝີແຜນງົບປະມານປະຈໍາໄຕມາດ 1 ປີ 2020 ແລະ ທິດທາງໃນຕໍ່ໜ້າ; ຮ່າງລາຍງານການເມືອງຕໍ່ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX (2021-2025).

ການຈັດຕັ້ງເຜີຍແຜ່ຄັ້ງນີ້, ຍັງໄດ້ຮັບຟັງການລາຍງານກຽ່ວກັບນິຍາມ ຫຼື ທິດສະດີຂອງຄໍາວ່າ: ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍເຊິ່ງ ທ່ານໄດ້ກ່າວວ່າ: ການຟອກເງິນ ແມ່ນການປ່ຽນຮູບ, ນໍາໃຊ້, ເຄື່ອນຍ້າຍ, ແລກປຽ່ນ, ໄດ້ມາຄອບຄອງ, ໂອນກໍາມະສິດທີ່ແທ້ຈິງຂອງເງິນ ຫຼື ຊັບສິນອື່ນທີ່ບຸກຄົນ ຫຼື ການຈັດຕັ້ງໂດຍທີ່ຮູ້, ໄດ້ຮູ້ ຫຼື ສົງໄສວ່າ: ເງິນ ຫຼື ຊັບສິນນັ້ນມາຈາກການກະທໍາຜິດ, ເພື່ອປົກປິດ ຫຼື ຊຸກເຊື່ອງຄຸນລັກສະນະທີ່ມາຂອງເງິນ, ທີ່ຕັ້ງຊັບສິນນັ້ນ ເພື່ອເຮັດໃຫ້ເງິນ ຫຼື ຊັບສິນດັ່ງກ່າວຖືກຕ້ອງຕາມກົດໝາຍ, ສ່ວນການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ແມ່ນການເຄື່ອນໄຫວ ໂດຍເຈດຕະນາທັງທາງກົງ ແລະ ທາງອ້ອມຂອງບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງທີ່ພະຍາຍາມໃຫ້ຮີບໂຮມຈັດຫາທຶນທີ່ຖືກຕ້ອງ ຫຼື ບໍ່ຖືກຕ້ອງທັງໝົດ ຫຼື ບາງສ່ວນ ເພື່ອສະໜອງໃຫ້ແກ່ການກໍ່ການຮ້າຍ ຫຼື ຜູ້ກໍ່ການຮ້າຍ.