ພົຕ ປອ ສົມຫວັງ ທຳມະສິດ ຮອງລັດຖະມົນຕີ ກະຊວງ ປກສ ພ້ອມຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ກອງບັນຊາການ ປກສ ແຂວງອັດຕະປື ໃນລະຫວ່າງວັນທີ 8-9 ກໍລະກົດ 2020 ໂດຍການຕ້ອນຮັບ ພັອ ສີເວີນ ແກ້ວສີວົງສາ ຫົວໜ້າກອງບັນຊາການ ປກສ ແຂວງອັດຕະປື ພ້ອມດ້ວຍຄະນະພັກ-ຄະນະບັນຊາ, ພະນັກງານຂັ້ນນຳຂອງກອງບັນຊາການ ປກສ ແຂວງອັດຕະປື.

ທີ 9 ກໍລະກົດ 2020, ໄດ້ຈັດກອງປະຊຸມຮັບສ່ອງແສງວຽກງານພັກ​-ວຽກງານການເມືອງ ປະຈຳໄຕມາດ II ຂອງກອງບັນຊາການ ປກສ 4 ແຂວງພາກໃຕ້ ຢູ່ທີ່ຫໍປະຊຸມໃຫຍ່ຂອງແຂວງ ໂດຍການເປັນປະທານຂອງ ພົຕ ປອ ສົມຫວັງ ທຳມະສິດ ຮອງລັດຖະມົນຕີ ກະຊວງ ປກສ, ມີ ພັອ ສີເວີນ ແກ້ວສີວົງສາ ຫົວໜ້າກອງບັນຊາການ ປກສ ແຂວງອັດຕະປື ພ້ອມຄະນະ, ພັອ ຖາວອນ ບຸນກອງພິມ ຫົວໜ້າກອງບັນຊາການ ປກສ ແຂວງຈຳປາສັກ, ພັອ ສີເສີດ ສອນດາລາ ຫົວໜ້າກອງບັນຊາການ ປກສ ແຂວງສາລະວັນ, ພັອ ສົມໄຊ ພູລະຄຳມະນີ ຫົວໜ້າກອງບັນຊາການ ປກສ ແຂວງເຊກອງ, ມີຄະນະກອງບັນຊາການ ປກສ 5 ເມືອງ ເຂົ້າຮ່ວມ.

ພົຕ ປອ ສົມຫວັງ ທຳມະສິດ ຮອງລັດຖະມົນຕີ ກະຊວງ ປກສ

ຫົວໜ້າກອງບັນຊາການ ປກສ ທັງ 4 ແຂວງ ໄດ້ຂຶ້ນລາຍງານສະພາບການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານພັກ-ວຽກງານການເມືອງ ແລະ ວຽກງານວິຊາສະເພາະປ້ອງກັນຄວາມສະຫງົບ ຂອງແຕ່ລະແຂວງ ເຊິ່ງໄດ້ຍົກໃຫ້ເຫັນເຖິງບັນຫາທີ່ພົ້ນເດັ່ນ ເປັນຕົ້ນ: ບັນຫາຢາເສບຕິດ, ອຸບັດຕິເຫດຕາມທ້ອງຖະໜົນ, ບັນຫາການລັກລອບເຂົ້າ-ອອກເມືອງ, ການຄ້າຂາຍເຖື່ອນ, ບັນຫາການນຳໃຊ້ສື່ສັງຄົມອອນລາຍ ໃນການໃສ່ຮ້າຍປ້າຍສີການນຳພັກລັດ ແລະອື່ນໆ. ປະກົດການຫຍໍ້ທໍ້ດັ່ງກ່າວ ເປັນບັນຫາກົດໜ່ວງຖ່ວງດຶງການພັດທະນາເສດຖະກິດ-ສັງຄົມຂອງຊາດ ເວົ້າລວມ, ເວົ້າສະເພາະແມ່ນຢູ່ 4 ແຂວງພາກໃຕ້.

ພາຍຫຼັງໄດ້ຮັບຟັງການລາຍງານສະພາບຈາກ ປກສ ທັງ 4 ແຂວງແລ້ວ ທ່ານຮອງລັດຖະມົນຕີ ກະຊວງ ປກສ ກໍໄດ້ມີຄຳເຫັນຕໍ່ກອງປະຊຸມ ເຊິ່ງທ່ານໄດ້ເນັ້ນໜັກໃຫ້ ຄະນະກອງບັນຊາການ ປກສ ທັງ 4 ແຂວງ ເອົາໃຈໃສ່ວຽກງານສຶກສາອົບຮົມການເມືອງແນວຄິດໃຫ້ເລິກເຊິ່ງ, ແທດເຖິງແຕ່ລະເປົ້າໝາຍ, ເຮັດເປັນປົກກະຕິເປັນແຕ່ລະໄລຍະ ໂດຍສະເພາະມູນເຊື້ອຂອງກຳລັງ ຄື 3 ທາດແທ້ 7 ມູນເຊື້ອຂອງກຳລັງປ້ອງກັນຄວາມສະຫງົບ, ເອົາໃຈໃສ່ສ້າງມາດຖານລວມຂອງພະນັກງານ-ນັກຮົບ, ມາດຖານທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທຳ ປະຕິວັດ, ແບບແຜນການນຳພາ, ຄຸ້ມຄອງການຈັດຕັ້ງຂອງກຳລັງ ແລະ ແບບແຜນການດຳລົງຊີວິດ.