ກົມໃຫຍ່ການເມືອງ ກະຊວງ ປກສ ໄດ້ຈັດກິດຈະກໍາປ່ອຍປາ ເພື່ອຂໍ່ານັບຮັບຕ້ອນວັນອະນຸລັກສັດນໍ້າ-ສັດປ່າ ແຫ່ງຊາດ ( 13 ກໍ ລະກົດ ) ໃນວັນທີ 10 ກໍລະກົດ 2020 ທີ່ສູນຮັບຕ້ອນ ແລະ ຝຶກອົບຮົມວິຊາສະເພາະ ກະຊວງ ປກສ, ນໍາພາໂດຍ ພົຕ ວັນທອງ ກອງມະນີ ຫົວໜ້າກົມໃຫຍ່ການ ເມືອງ ປກສ, ພ້ອມດ້ວຍພະນັກງານຫຼັກແຫຼ່ງຈາກກົມກອງອ້ອມຂ້າງກົມໃຫຍ່ ແລະ ແຂກຮັບເຊີນ ເຂົ້າຮ່ວມ.

ພັອ ພອນເພັງ ຫຼ້າບັນດິດ ຫົວໜ້າຫ້ອງການ ກົມໃຫຍ່ການເມືອງ ປກສ ກ່າວວ່າ: ການຈັດກິດຈະກໍາປ່ອຍປ່າ ເພື່ອຂໍ່ານັບຮັບຕ້ອນ ວັນອະນຸລັກສັດນໍ້າ-ສັດປ່າ ແຫ່ງຊາດ ໃນຄັ້ງນີ້ ເພື່ອເປັນການປູກຈິດສໍານຶກໃຫ້ແກ່ຄົນຮຸ່ນໜຸມ ເວົ້າລວມ, ເວົ້າສະເພາະ ແມ່ນພະນັກງານ-ນັກຮົບໃນກໍາລັງປ້ອງກັນຄວາມສະຫງົບ ຮູ້ຈັກຄຸ້ມຄອງ ແລະ ອະນຸລັກປົກປັກຮັກສາສັດນໍາ້-ສັດປ່າ ທີ່ເປັນຊັບພະຍາກອນທໍາມະຊາດ, ຮັກສາສິ່ງແວດລ້ອມ, ຊີວະນາໆພັນ, ລະບົບນິເວດວິທະຍາໃຫ້ມີຄວາມອຸດົມສົມບູນ ແລະ ຍືນຍົງຕະຫຼອດໄປ.

ພ້ອມນີ້ຍັງ ເປັນການຈັດຕັ້ງປະຕິບັດ 4 ແຜນ ງານ 41 ໂຄງການ ທີ່ກະຊວງ ປກສ ວາງອອກ ເປັນຕົ້ນແມ່ນ ແຜນງານ ທີ 3 ຮັບປະກັນດ້ານພະລາທິການໃຫ້ແກ່ການເຄື່ອນໄຫວວິຊາສະເພາະ ແລະ ການລ້ຽງດູກໍາລັງຕາມທັດສະນະເພິ່ງຕົນເອງກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ຕິດພັນກັບການປະຕິບັດໜ້າທີ່ວິຊາສະເພາະ; ທັງນີ້ກໍເພື່ອເປັນການຂໍ່ານັບຮັບຕ້ອນວັນຄ້າຍວັນ ເກີດ ປະທານ ສຸພານຸວົງ ຄົບຮອບ 111 ປີ ( 13 ກໍລະກົດ 1909-13 ກໍລະກົດ 2020 ), ກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກະຊວງ ປກສ ແລະ ວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ຄົບຮອບ 60 ປີ ( 5 ເມສາ 1961-5 ເມສາ 2021 ) ທີ່ຈະມາເຖິງໃຫ້ມີບັນຍາກາດຟົດຟື້ນ.

ປາທີ່ນຳມາປ່ອຍໃນຄັ້ງນີ້ ປະກອບມີປານິນ, ປາປາກ, ປາໄນ, ປາ ເກັດແລບ ແລະ ປາຄໍ່ ຈໍານວນ 28.000 ໂຕ; ໃນນີ້ ຄອບຄົວ ທ່ານ ວາດສະໜາ ສຸລິຍາ ປະກອບສ່ວນຊຸກຍູ້ລູກປາ ຈໍານວນ 5.000 ໂຕ.