ພັທ ບຸນຈັນ ອິນພົມມາ ເລຂາຄະນະບໍລິຫານງານຊາວໜຸ່ມ ກະຊວງ ປກສ ໄດ້ໃຫ້ສຳພາດໃນວັນທີ 9 ກໍລະກົດ 2020 ວ່າ: ໄລຍະຜ່ານມາ ກໍຄືປັດຈຸບັນ ຄະນະບໍລິຫານງານຊາວໜຸ່ມ ກະຊວງ ປກສ ພວມສຸມໃສ່ຊຸກຍູ້ໃຫ້ບັນດາອົງການຈັດຕັ້ງຊາວໜຸ່ມກົມກອງອ້ອມຂ້າງ ກະຊວງ ປກສ ເຄື່ອນໄຫວສ້າງ 4 ຂະບວນການເພື່ອຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກ ກະຊວງ ປກສ ແລະ ຂໍ່ານັບຮັບຕ້ອນ ວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບປະຊາຊົນ ຄົບຮອບ 60 ປີ (5 ເມສາ 1961-5 ເມສາ 2020) ໃຫ້ມີບັນຍາກາດຟົດຟື້ນ.

ທ່ານເລຂາຄະນະບໍລິຫານງານຊາວໜຸ່ມ ກະຊວງ ປກສ ໃຫ້ຮູ້ວ່າ: 4 ຂະບວນການທີ່ພວມສຸມໃສ່ຊຸກຍູ້ມີຄື: ຂະບວນການສຶກສາອົບຮົມການເມືອງ-ນຳພາແນວຄິດ ໂດຍເອົາວຽກງານດັ່ງກ່າວສອດຫ້ອຍເຂົ້າທຸກຂະແໜງການຂອງວຽກງານວິຊາສະເພາະແຕ່ລະກົມກອງດ້ວຍຫຼາຍຮູບຫຼາຍແບບ ໂດຍຜ່ານຄະນະຊາວໜຸ່ມແຕ່ລະຂັ້ນ ຕົ້ນຕໍແມ່ນຖືເອົາການຈັດຕັ້ງຄົ້ນຄວ້າຮໍ່າຮຽນ ແລະ ເຊື່ອມຊຶມແນວທາງນະໂຍບາຍຂອງພັກ-ກົດໝາຍຂອງລັດ, ລະບຽບຂອງກຳລັງ, ຂອງຊາວໜຸ່ມປະຊາຊົນປະຕິວັດລາວ, ຮໍ່າຮຽນຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດຂອງບັນດາທ່ານຜູ້ນຳໃຫ້ເປັນຂະບວນກວ້າງຂວາງ.

ຂະບວນການແຂ່ງຂັນປະຕິບັດວຽກງານວິຊາສະເພາະ ແມ່ນສຸມໃສ່ເພີ່ມທະວີການຊີ້ນຳ-ນຳພາແຂ່ງຂັນການຈັດຕັ້ງປະຕິບັດໜ້າທີ່ວິຊາສະເພາະຂອງແຕ່ລະຊາວໜຸ່ມກົມກອງເຫຼົ່າວິຊາສະເພາະ ຕາມແຕ່ລະຫົວຂໍ້ທີ່ໄດ້ຮັບມອບໝາຍ ດ້ວຍຄວາມຮັບຜິດຊອບສູງ ມີການກວດກາປະເມີນຜົນຊອກໃຫ້ເຫັນກົມກອງລວມໝູ່ ແລະ ບຸກຄົນດີເດັ່ນໃນຂະບວນການ ເພື່ອສະເໜີຂັ້ນເທິງຍ້ອງຍໍໃຫ້ທັນເວລາ ໂດຍສະເພາະແມ່ນການມອບທຸງໄຊນຳໜ້າໃນຂະບວນການ 4 ບຸກ; ໃນປີນີ້ ຄະນະບໍລິຫານງານ ຊາວໜຸ່ມ ກະຊວງ ປກສ ຮ່ວມກັບ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ປະຕິບັດໂຄງການພັດທະນາຊາວໜຸ່ມ-ໄວໜຸ່ມ ພາຍໃຕ້ຫົວຂໍ້ “ປົກປັກຮັກສາຕົ້ນໄມ້ໃຫ້ໃຫຍ່ ແລະ ຂຽວງາມ”.

ຂະບວນການວຽກງານປັບປຸງກໍ່ສ້າງການຈັດຕັ້ງຊາວໜຸ່ມ ຄະນະຊາວໜຸ່ມແຕ່ລະຂັ້ນໃນຖັນແຖວກຳລັງ ປກສ ຕ້ອງຍົກລະດັບຄວາມຮັບຮູ້ ແລະ ເຂົ້າໃຈໃຫ້ສູງຂຶ້ນຕື່ມກ່ຽວກັບບົດບາດຂອງຊາວໜຸ່ມ, ເຍົາວະຊົນຕໍ່ພາລະກິດປົົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ເອົາໃຈໃສ່ຄົ້ນຄວ້າ, ກຳນົດເນື້ອໃນ, ຮູບການ ແລະ ວິທີການນຳພາແບບແຜນວຽກຂອງຕົນ.

ຂະບວນການອອກແຮງງານ, ເພີ່ມພູນຜະລິດຜົນ ແລະ ຂະບວນການສ້າງບັນຍາກາດຕ່າງໆ ຄະນະບໍລິຫານງານຊາວໜຸ່ມ ກະຊວງ ປກສ ໄດ້ກຳນົດກິດຈະກຳລົງຊຸກຍູ້ຄອບຄົວຕົວແບບການປູກຝັງ, ການລ້ຽງສັດເປັນສິນຄ້າ, ການບໍລິການຄ້າຂາຍທີ່ບໍ່ຜິດຕໍ່ລະບຽບກົດໝາຍ; ນອກນັ້ນ, ຍັງມີການຊຸກຍູ້ຂະບວນການອອກແຮງງານລວມ ແລະ ຈະມີການຈັດຂະບວນການແຂ່ງຂັນກິເຕະລາບານຊາວໜຸ່ມ, ບານສົ່ງຍິງອ້ອມຂ້າງກະຊວງ ປກສ ແລະ ແຂ່ງຂັນກິລາມິດຕະພາບກັບ ຄະນະຊາວໜຸ່ມແຮກສ່ຽວຈຳນວນໜຶ່ງ. ພ້ອມນັ້ນຍັງໄດ້ແນະນຳແຈ້ງການໃຫ້ຄະນະຊາວໜຸ່ມ 18 ກົມກອງ ສ້າງຂະບວນການດ້ານຕ່າງໆຕື່ມອີກ.