ອົງການໄອຍະການປະຊາຊົນ ສົ່ງຟ້ອງນາງ ຄໍາຫຼ້າ ຫຼື ຫຼ້າ ອາຍຸ 30 ປີ ຢູ່ບ້ານໜອງໜ້ຽວ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໃນສະ ຖານຄ້າຂາຍຢາເສບຕິດຂຶ້ນສານຂັ້ນຕົ້ນ ນະຄອນຫຼວງວຽງຈັນ ໃນວັນທີ 30 ພຶດສະພາ ທີ່ຜ່ານມາ, ໂດຍສານໄດ້ພິຈາລະນາຕັດສິນຈຳຄຸກ 6 ປີ 9 ເດືອນ ແລະ ປັບໃໝ 40.000.000 ກີບ.

ສຳລັບການກະທຳຜິດຂອງນາງ ຄຳຫຼ້າ ມີເນື້ອໃນຄະດີດັ່ງນີ້: ເດືອນກໍລະກົດ2019, ນາງ ເລີ່ມເຄື່ອນໄຫວຄ້າຂາຍຢາບ້າຊື້ນຳ ທ້າວ ແກ້ວ ອາຍຸ 25 ປີ ຢູ່ບ້ານທົ່ງປົ່ງ ເມືອງສີໂຄດຕບອງ ຄັ້ງລະ 2-3 ຖົງ ຖົງລະ 200 ເມັດ ດ້ວຍວິທີການຕິດໜີ້ຂາຍຢາບ້າໝົດ ຈຶ່ງເອົາເງິນຈ່າຍໃຫ້ຕາມພາຍຫຼັງ, ຢາບ້າທີ່ເອົາໄປຂາຍແມ່ນຂາຍໃຫ້ກັບໄວລຸ້ນຢູ່ພາຍໃນບ້ານ. ເມື່ອຂາຍໝົດໄດ້ໂທບອກໃຫ້ ທ້າວ ແກ້ວ ເອົາຢາບ້າມາໃຫ້ພ້ອມຈ່າຍເງິນຄ່າຢາບ້າທີ່ຜ່ານມາ. ມາວັນທີ 12 ສິງຫາ 2019, ໄດ້ໂທຫາ ທ້າວ ແກ້ວ ເພື່ອມາເອົາເງິນ ແລະ ເອົາຢາບ້າມາໃຫ້ຢູ່ເຮືອນຈຳນວນ 3 ຖົງ ເທົ່າກັບ 600 ເມັດ. ຈາກນັ້ນ, ໄດ້ນໍາ ເອົາຢາບ້ານຳໄປເຊື່ອງໄວ້ຢູ່ໃນຕູ້ເຄື່ອງຫ້ອງນອນ. ມາວັນທີ 13 ສິງຫາ 2019, ກໍຖືກຈັບຕົວພ້ອມຂອງກາງຈຳນວນດັ່ງກ່າວ.

ຈາກການວິນິດໄສຂອງສານ, ເຫັນຄວນລົງໂທດຕັດອິດສະຫຼະພາບ ນາງ ຄຳຫຼ້າ ເປັນເວລາ 6 ປີ 9 ເດືອນ ປັບໃໝ 40.000.000 ກີບ.