ສະຫຼຸບວຽກງານລົງກໍ່ສ້າງຮາກຖານຢູ່ເມືອງໄຊເສດຖາ

0
1353

ຄະນະກວດກາພັກ-ລັດ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານລົງກໍ່ສ້າງຮາກຖານ ປະຈໍາປີ 2019 ແລະ ທິດທາງແຜ່ນການປີ 2020 ໂດຍການເຂົ້າຮ່ວມຂອງ ທ່ານ ໂພໄຊ ໄຊຍະສອນ ເຈົ້າເມືອງໆໄຊເສດຖາ ແລະ ທ່ານ ບຸນສີ ກອງບຸດ ຮອງປະທານຄະນະກວດກາ-ຮອງປະທານອົງການກວດກາລັດ ນະຄອນຫຼວງວຽງຈັນ, ມີບັນດາພະນັກງານ, ນາຍບ້ານ, ປກຊ-ປກສ ແລະ ແຂກຮັບເຊີນ ເຂົ້າຮ່ວມ.

ທ່ານ ນາງ ບຸນເສີມ ໄຊຍະຄໍາ ຕາງໜ້າໜ່ວຍງານກໍ່ສ້າງຮາກຖານການເມືອງ ກ່າວວ່າ: ຕະຫຼອດໄລຍະ 1 ປີຜ່ານມາ, ໄດ້ສົມທົບກັບ ຄະນະກວດກາພັກ-ລັດເມືອງ ເພື່ອຄົ້ນຄວ້າສ້າງ ແລະ ປັບປຸງນິຕິກໍາຕ່າງໆ ເປັນຕົ້ນແມ່ນ ຄົ້ນຄວ້າປັງປຸງກົງຈັກການຈັດຕັ້ງຂອງ ຄະນະກວດກາພັກ ແລະ ອົງການກວດກາລັດເມືອງ ຈາກ 4 ໜ່ວຍງານ ມາເປັນ 3 ໜ່ວຍງານ; ໄດ້ສ້າງແຜນການ-ແຜນງານການເຄື່ອນໄຫວວຽກງານກວດກາພັກ, ກວດກາລັດ ແລະ ສະກັດກັ້ນຕ້ານການສໍ້ລາດບັງຫຼວງ ປະຈໍາປີ 2020; ສ້າງແຜນຝຶກອົບຮົມໃຫ້ຄະນະພັກຮາກຖານ, ເລຂາໜ່ວຍພັກ, ຜູ້ເຮັດວຽກງານກວດກາຄະນະພັກຮາກຖານ ແລະ ຜູ້ກວດກາໜ່ວຍພັກທົ່ວເມືອງໄຊເສດຖາ ໃຫ້ມີຄວາມຊໍານິຊໍານານໃນໜ້າທີ່ວິຊາສະເພາະ.

ນອກນັ້ນ, ຍັງໄດ້ມີການແບ່ງງານ-ແບ່ງຄວາມຮັບຜິດຊອບໃຫ້ແຕ່ລະສະຫາຍ ເພື່ອເສີມຂະຫຍາຍດ້ານດີ, ດ້ານຕັ້ງໜ້າ ແລະ ປັບປຸງແກ້ໄຂດ້ານອ່ອນຂໍ້ຄົງຄ້າງ ພ້ອມທັງມີມາດຕະການແກ້ໄຂຢ່າງເຂັ້ມງວດ, ເດັດຂາດ ແລະ ທັນການຕໍ່ຜູ້ທີ່ລະເມີດກົດລະບຽບຕ່າາໆ; ເອົາໃຈໃສ່ເຮັດວຽກສຶກສາອົບຮົມການເມືອງ-ແນວຄິດ ໃຫ້ບັນດາສະມາຊິກກາຍເປັນບຸກຄົນທີ່ມີຄວາມຮູ້-ຄວາມສາມາດເຂັ້ມແຂງທາງດ້ານວິຊາສະເພາະ ໜັກແໜ້ນທາງດ້ານການຊີ້ນໍາ-ນໍາພາ ແລະ ມີຄວາມຈິງໃຈໃນການຕໍານິສົ່ງຂ່າວເຊິ່ງກັນແລະກັນ; ເອົາໃຈໃສ່ເພີ່ມທະວີຄວາມຮັບຜິດຊອບໃນການພັດທະນາເສດຖະກິດຂອງບ້ານ ໂດຍອີງໃສ່ການຂຸດຄົ້ນແຫຼ່ງລາຍຮັບຂອງບ້ານ ເພື່ອເກັບລາຍຮັບເຂົ້າງົບປະມານ, ການພັດທະນາຕິດພັນກັບ ການປຸງແຕ່ງຜະລິດຕະພັນກາຍເປັນສິນຄ້າ ແລະ ຊຸກຍູ້ປະຊາຊົນປະກອບອາຊີບອື່ນໆທີ່ຖືກຕ້ອງຕາມກົດໝາຍ, ປຸກລະດົມປະຊາຊົນ, ຫົວໜ່ວຍທຸລະກິດ, ບັນດາຫ້າງຮ້ານບໍລິສັດພາຍໃນບ້ານໃຫ້ມີການປະກອບສ່ວນ ເພື່ອສ້າງສາພັດທະນາບ້ານໃຫ້ມີຄວາມຈະເລີນກ້າວໜ້າເປັນກ້າວໆ.

ໃນຕອນທ້າຍ, ຍັງໄດ້ຜ່ານຂໍ້ຕົກລົງວ່າດ້ວຍ ການຍ້ອງຍໍ-ສັນລະເສີນໃຫ້ພະນັກງານລົງກໍ່ສ້າງຮາກຖານການເມືອງ ຈໍານວນ 12 ທ່ານ ທີ່ມີຜົນງານດີເດັ່ນໃນການເຄື່ອນໄຫວປະຕິບັດວຽກງານ ແລະ ມີຜົນສໍາເລັດຕາມຄາດໝາຍທີ່ວາງໄວ້.