ວັນທີ 2 ກໍລະກົດ 2020 ກອງບັນຊາການ ປກສ ແຂວງຫຼວງນ້ຳທາ ໄດ້ຈັດພິທີມອບ-ຮັບ ໃບຢັ້ງຢືນ ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຂອງໜ່ວຍພັກອ້ອມຂ້າງອົງຄະນະພັກກອງບັນຊາການ ປກສ ແຂວງຫຼວງນໍ້າທາ, ເປັນປະທານ ໂດຍສະຫາຍ ພັອ ສົມໄຊ ຈັນທະວົງ ກຳມະການພັກແຂວງ ເລຂາອົງຄະນະພັກ ຫົວໜ້າກອງບັນຊາການ ປກສ ແຂວງຫຼວງນ້ຳທາ, ມີຄະນະພັກ-ຄະນະບັນຊາ, ເລຂາ-ຮອງເລຂາ ໜ່ວຍພັກອ້ອມຂ້າງກອງບັນຊາການ ປກສ ແຂວງເຂົ້າຮ່ວມ.

ສະຫາຍ ພັທ ອຸ່ນເຮືອນ ຮັກວັນ ນະວົງ ໄດ້ຂຶ້ນຜ່ານບົດສະຫຼຸບການເຄື່ອນໄຫວກໍ່ສ້າງໜ່ວຍພັກປອດໃສ; ເຂັ້ມແຂງ, ໜັ້ກແໜ້ນປະຈຳປີ 2019 ຂອງອົງຄະນະພັກກອງບັນຊາການ ປກສ ແຂວງ, ອົງຄະນະພັກກອງບັນຊາການ ປກສ ແຂວງ ມີສະມາຊິກພັກທັງໝົດ 593 ສະຫາຍ ຍິງ 125 ສະຫາຍ; ສຳຮອງ 84 ສະຫາຍ, ສາມາດຕີລາຄາແບ່ງປະເພດສະມາຊິກພັກປະເພດແຂງ 475 ສະຫາຍ; ຍິງ 99 ສະຫາຍ, ເທົ່າກັບ 80,10 % ທຽບໃສ່ປີ 2018 ເພີ່ມຂຶ້ນ 39 ສະຫາຍ; ປະເພດກາງ 8 ສະຫາຍ ຍິງ 1 ສະຫາຍ; ເທົ່າກັບ 1,34 %, ປະເພດອ່ອນ 1 ສະຫາຍ ເທົ່າກັບ 0,16 %, ບໍ່ໄດ້ຈັດປະເພດ 104 ສະຫາຍ ເທົ່າກັບ 17,53 %; ປະເມີນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ມີ 19 ໜ່ວຍພັກ ເທົ່າກັບ 73,76 %, ໜ່ວຍພັກກາງມີ 7 ໜ່ວຍ ເທົ່າກັບ 26,92%.

ໂອກາດດຽວກັນ, ກໍໄດ້ຜ່ານມະຕິ ຕົກລົງຂອງຄະນະປະຈໍາພັກແຂວງ ສະບັບເລກທີ 40/ຄປພຂ, ລົງວັນທີ 20 ກຸມພາ 2020 ວ່າດ້ວຍການຮັບຮອງເອົາໜ່ວຍພັກປອດໃສ; ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2019 ຄັ້ງທີ II ຮອບ ທີ II ຂອງໜ່ວຍພັກທີ່ຂຶ້ນກັບອົງຄະນະພັກກອງບັນຊາການ ປກສ ແຂວງ ຈໍານວນ 19 ໜ່ວຍ ແລະ ຜ່ານມະຕິຕົກລົງວ່າດ້ວຍການສ້າງຕັ້ງໜ່ວຍພັກໃໝ່ ຈໍານວນ 8 ໜ່ວຍພັກ; ຜ່ານມະຕິຕົກລົງວ່າດ້ວຍການບົ່ງຕົວ, ແຕ່ງຕັ້ງເລຂາ, ຮອງເລຂາ ແລະ ກຳມະການພັກຂອງບັນດາໜ່ວຍພັກອ້ອມຂ້າງອົງຄະນະພັກ ກອງບັນຊາການ ປກສ ແຂວງຕື່ມອີກ.

ພັອ ສົມໄຊ ຈັນທະວົງ ໄດ້ມອບ ໃບຢັ້ງຢືນ ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນຂອງ 19 ໜ່ວຍພັກ ປະຈໍາປີ 2019
ພັອ ສົມໄຊ ຈັນທະວົງ ໄດ້ມອບ ໃບຢັ້ງຢືນ ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນຂອງ 19 ໜ່ວຍພັກ ປະຈໍາປີ 2019

ຈາກນັ້ນ, ພັອ ສົມໄຊ ຈັນທະວົງ ໄດ້ມອບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນຂອງ 19 ໜ່ວຍພັກ ປະຈໍາປີ 2019, ພ້ອມທັງມີຄຳເຫັນຊີ້ນຳໃຫ້ຄະນະໜ່ວຍເອົາໃຈໃສ່ເຕົ້າໂຮມ ຄວາມສາມັກຄີພາຍໃນ, ນຳພາແກ້ໄຂ ວຽກງານວິຊາສະເພາະໃຫ້ໄດ້ຮັບໝາກຜົນດີຂຶ້ນກ່ວາເກົ່າ.