6 ເດືອນຕົ້ນປີ ນວ ມີອຸບັດຕິເຫດ 448 ຄັ້ງ ເສຍຊີວິດ 92 ຄົນ

0
1250

ໃນ 6 ເດືອນຕົ້ນປີ, ນະຄອນຫຼວງວຽງຈັນ ມີອຸບັດຕິເຫດເກີດຂຶ້ນທັງໝົດ 448 ຄັ້ງ, ພາຫະນະເປ່ເພ 953 ຄັນ, ຄົນໄດ້ຮັບບາດເຈັບ 616 ຄົນ ແລະ ເສຍຊີວິດ 92 ຄົນ, ທຽບໃສ່ 6 ເດືອນ ຕົ້ນປີ 2019 ຄົນເສຍຊີວິດເພີ່ມຂຶ້ນ 3 ຄົນ. ໃນນີ້, ເມືອງໄຊທານີ ອຸບັດຕິເຫດ 141 ຄັ້ງ, ສີໂຄດ 65 ຄັ້ງ, ຫາດຊາຍຟອງ 63 ຄັ້ງ, ສີສັດຕະນາກ 61 ຄັ້ງ, ໄຊເສດຖາ 48 ຄັ້ງ, ຈັນທະບູລີ 40 ຄັ້ງ , ເມືອງນາຊາຍຟອງ 15 ຄັ້ງ, ສັງທອງ 8 ຄັ້ງ ແລະ ປາກງື່ມ 7 ຄັ້ງ.

ພັທ ເພັງສະຫວັນ ທໍາມາບູນ ຫົວໜ້າພະແນກຕໍາຫຼວດຈະລາຈອນ ປກສ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ໃນ 6 ເດືອນຕົ້ນປີ 2020, ການສັນຈອນຢູ່ນະຄອນຫຼວງວຽງຈັນ ຍັງສືບຕໍ່ແອອັດໃນໂມງໄປການ-ເລີກການ, ຕໍ່ກັບສະພາບເສັ້ນທາງຍັງບໍ່ພຽງພໍຕາມຄວາມຮຽກຮ້ອງຕ້ອງ ການ, ລະບົບໄຟສັນຍານ, ປ້າຍສັນຍານປ້າຍເຕືອນ, ຂອບທາງຍັງບໍ່ທັນແທດເໝາະກັບຄວາມເປັນຈິງ ແລະ ເສັ້ນແບ່ງທາງ. ນອກນັ້ນ, ຍັງມີຜູ້ຂັບຂີ່ຈໍານວນໜຶ່ງມີການລະເມີດລະບຽບການສັນຈອນຕ່າງໆ ເຊັ່ນ: ດື່ມເມົາແລ້ວຂັບຂີ່, ຂັບຂີ່ລົດໄວ, ລ່ວງປ້າຍຫ້າມ, ຈອດບໍ່ຖືກຊ່ອງຈະລາຈອນ, ສະພາບເຕັກນິກບໍ່ຮັບປະກັນ, ຈອດລົດຊະຊາຍ, ຈອດບໍລິເວນປ້າຍຫ້າມ ແລະອື່ນໆ ຈຶ່ງເປັນສາເຫດພາໃຫ້ການສັນຈອນແອອັດ ແລະ ເກີດອຸບັດຕິເຫດ.

ການແກ້ໄຂຈະລາຈອນແອອັດ ແລະ ຫຼຸດຜ່ອນອຸບັດຕິເຫດ, ເຈົ້າໜ້າທີ່ຕໍາຫຼວດຈະລາຈອນກໍໄດ້ເຄື່ອນໄຫວໂຄສະນາຕາມສໍານັກງານອົງ ການ, ຕາມໂຮງຮຽນ ແລະ ສາຍທາງຕ່າງໆ ເພື່ອເຕືອນສະຕິຜູ້ໃຊ້ລົດ-ໃຊ້ຖະໜົນ ເປັນເຈົ້າການປະຕິບັດລະບຽບກົດໝາຍ ພ້ອມທັງເຮັດໜ້າທີ່ລະບຽບການສັນຈອນຢູ່ຈຸດ 3 ແຍກ, 4 ແຍກ, ຫຼື ຈຸດທີ່ມີ ຄວາມສັບສົນ, ເຮັດໜ້າທີ່ຈັດສັນຄວາມບໍ່ເປັນລະບຽບຕາມສາຍທາງ, ລະບາຍການສັນຈອນຄອບຄຸມຄວາມໄວ, ກວດທາດເຫຼົ້າ, ສົມທົບກັບບັນດາສະມາຄົມຄິວລົດ ແລະ ວຽກງານອື່ນໆທີ່ປິ່ນອ້ອມ, ແຕ່ບັນຫາຈະລາຈອນ ແລະ ຜູ້ຂັບຂີ່ລະເມີດລະບຽບກົດໝາຍ ກໍຍັງມີຢູ່ເປັນຈໍານວນຫຼວງຫຼາຍ.

ໃນນີ້, ວຽກງານທາງຫຼວງ ກໍເຮັດໜ້າທີ່ຢ່າງຕັ້ງໜ້າຈັບຄວາມໄວ ແລະ ກວດທາດເຫຼົ້າຢູ່ຕາມເສັ້ນທາງເຂົ້າ-ອອກ ນະຄອນຫຼວງວຽງຈັນ ເພື່ອສະກັດກັ້ນ ເພາະບັນຫາອຸບັດຕິເຫດສ່ວນໃຫຍ່ເກີດຈາກດື່ມສິ່ງມືນເມົາຂັບຂີ່ ແລະ ໃຊ້ຄວາມໄວ, ເຊິ່ງວຽກງານທາງຫຼວງ ຈັບຄວາມໄວ 24 ຄັ້ງ, ຈັດລະບຽບ 100 ຄັ້ງ, ລ໋ອກລໍ້ 55 ຄັນ, ກວດທາດເຫຼົ້້າ 10 ຄົນ ເກີນ 5 ຄົນ, ກວດພົບຜູ້ລະເມີດກົດລະບຽບຈະລາຈອນ 789 ຄົນ ຍິງ 205 ຄົນ, ກ່າວເຕືອນ 281 ຄົນ, ຂຽນໃບສັ່ງກັກເອກະສານ 508 ໃບ, ເອກະການ 238 ໃບ. ສໍາລັບວຽກງານປະຈໍາປ້ອມ ພົບຜູ້ລະເມີດ 420 ຄົນ, ສຶກສາອົບຮົມ 241 ຄົນ, ຂຽນໃບສັ່ງ 179 ໃບ, ກັກເອກະສານ 163 ໃບ, ກັກລົດ 16 ຄັນ ລົດໃຫຍ່ 3 ຄັນ, ລ໋ອກລໍ້ 21 ຄັນ, ຢຽບທາງມ້າລາຍ 110 ຄັນ ແລະ ວຽກງານກວດກາພາຫະນະທົ່ວນະຄອນຫຼວງວຽງຈັນ ກວດພົບຜູ້ລະເມີດກົດລະບຽບຈະລາຈອນ 4.570 ຄົນ, ສຶກສາອົບຮົມ ແລະ ຂຽນໃບເຕືອນ 2.555 ຄົນ, ຂຽນໃບສັ່ງ-ກັກເອກະສານລົດ 2.000 ກວ່າໃບ, ກັກເອກະສານ 1.900 ກວ່າໃບ ແລະ ກັກລົດ 108 ຄັນ.

ໃນຕໍ່ໜ້າ, ການສັນຈອນຍັງຈະສືບຕໍ່ແອອັດ ແລະ ອຸບັດຕິເຫດກໍຄົງຈະເກີດຂຶ້ນ. ດັ່ງນັ້ນ, ພະແນກຕໍາຫຼວດຈະລາຈອນຈະສຸມໃສ່ວຽກງານໂຄສະນາປູກຈິດສໍານຶກໃຫ້ຜູ້ໃຊ້ລົດ-ໃຊ້ຖະໜົນຮັບຮູ້ຫຼາຍຂຶ້ນ, ເຮັດໜ້າທີ່ປະຈໍາຈຸດ, ປະຈໍາປ້ອມ ເພື່ອຕິດຕາມສະພາບການຈະລາຈອນແອອັດໃນໂມງໄປການ-ເລີກການ ພ້ອມທັງເຮັດໜ້າທີ່ຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍ, ເປັນຕົ້ນແມ່ນການຢຸດ, ການຈອດລົດຢູ່ຕາມແຄມທາງ, ຄຽງຄູ່ກັນນີ້, ສົມທົບກັບພາກ ສ່ວນກ່ຽວຂ້ອງຈັດສັນການວາງຂາຍ ເຄື່ອງຕາມແຄມທາງ, ທັງນີ້ກໍເພື່ອເຮັດ ໃຫ້ການສັນຈອນມີຄວາມສະດວກສະບາຍຫຼາຍຂຶ້ນ.

ເພື່ອຫຼຸດຜ່ອນຈະລາຈອນແອອັດ ແລະ ອຸບັດຕິເຫດ ຜູ້ຂັບຂີ່ທຸກຊັ້ນຄົນໃນສັງຄົມ ກໍຄວນເປັນເຈົ້າການໃນການປະຕິບັດກົດລະບຽບການສັນຈອນວາງອອກຢ່າງເຂັ້ມງວດ, ໃຫ້ກຽດເຊິ່ງກັນແລະກັນ ໃນເວລາຂັບຂີ່ທັງບໍ່ຝ່າຝືນລະບຽບ ແລະ ຂໍ້ຫ້າມໃດໆທີ່ຈະພາໃຫ້ລະເມີດກົດລະບຽບການສັນຈອນ ຖ້າພ້ອມກັນສຸມໃສ່ຈັດຕັ້ງປະຕິບັດເຊື່ອແນ່ວ່າຈະຫຼຸດຜ່ອນໄດ້ບັນຫາຈະລາຈອນແອອັດ ແລະ ອຸບັດຕິເຫດ.