ເຈົ້າໜ້າທີ່ໜ່ວຍງານສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ສົມທົບກັບເຈົ້າໜ້າທີ່ສະຖານີກ້ອງວົງຈອນປິດຕາດທອງ ເຂົ້າປິດລ້ອມເປົ້າໝາຍຄ້າຂາຍຢາບ້າ ໃນວັນທີ 10 ມິຖຸນາ 2020 ສາມາດກັກຕົວຜູ້ຖືກຫາໄດ້ 1 ຄົນ ພ້ອມຂອງກາງຢາບ້າ 2.040 ເມັດ ໄປຂະຫຍາຍຜົນຫາຄູ່ຮ່ວມຂະບວນການ.

ເຈົ້າໜ້າທີ່ ປກສ ເມືອງສີໂຄດຕະບອງ ເປີດເຜີຍໃຫ້ຮູ້ວ່າ: ຜູ້ຖືກຫາຊື່ທ້າວ ບຸນເຮືອງ ຫຼື ຕິກ ອາຍຸ 29 ປີ ຢູ່ບ້ານໂນນຂີ້ເຫຼັກ ເມືອງສີໂຄດຕະບອງ. ຜ່ານການສອບສວນ ຜູ້ກ່ຽວສາລະພາບວ່າ: ໄດ້ເລີ່ມເສບຢາບ້າມາແຕ່ປີ 2016, ເສບມື້ລະ 3-4 ເມັດ ແລະ ຢາບ້າທີ່ນໍາມາເສບໃນແຕ່ລະຄັ້ງແມ່ນຊື້ຢູ່ຮ້ານເກມທີ່ຕົນມັກໄປຫຼິ້ນ; ຈາກນັ້ນ, ຕົ້ນປີ 2019 ໄດ້ໄປເຮັດວຽກຢູ່ປະເທດເພື່ອນບ້ານ ປະມານ 5-6 ເດືອນ; ພາຍຫຼັງກັບມາ ກໍໄດ້ເລີ່ມເຄື່ອນໄຫວຄ້າຂາຍຢາເສບຕິດປະເພດຢາບ້າ ຮ່ວມກັບ ທ້າວ ໂຈ ອາຍຸ 27 ປີ ຢູ່ບ້ານຕາດທອງ ເມືອງສີໂຄດຕະບອງ ຈໍານວນຫຼາຍຄັ້ງ ຄັ້ງລະ 200 ເມັດ, ເຊິ່ງຜູ້ກ່ຽວແມ່ນຮັບໄປຂາຍກ່ອນ ແລ້ວຈຶ່ງຈ່າຍເງິນຄືນຕາມຫຼັງ.

ສ່ວນຢາບ້າ ຈໍານວນ 2.040 ເມັດ ທີ່ເຈົ້າໜ້າທີ່ຕຳຫຼວດກວດພົບໃນມື້ກັກຕົວ ແມ່ນເປັນຂອງຜູ້ກ່ຽວແທ້, ເຊິ່ງໄດ້ໄປຊື້ນໍາຊາຍບໍ່ຮູ້ຊື່ ທີ່ຢູ່ເຂດບ້ານໃກ້ຄຽງ ຈໍານວນຫຼາຍຖົງ ຖົງລະ 200 ເມັດ ແລະ ຊື້ມາ ແລ້ວຫຼາຍຄັ້ງ ເພື່ອເອົາໄປຂາຍໂດຍແຕ່ລະຄັ້ງແມ່ນໄດ້ນໍາໄປຂາຍໃຫ້ກັບກຸ່ມມົ້ວສຸມພາຍໃນບ້ານ ເມື່ອໄດ້ເງິນແລ້ວກໍໃຊ້ຈ່າຍຫຼິ້ນກິນຟຸມເຟືອຍຈົນໝົດ.

ປັດຈຸບັນ, ຄະດີດັ່ງກ່າວ ຍັງຢູ່ໃນຂັ້ນຕອນດໍາເນີນການສືບສວນ-ສອບສວນ ຫາກຸ່ມແກ້ງຮ່ວມຂະບວນການດຽວກັນ ເພື່ອສະຫຼຸບສໍານວນສົ່ງໄອຍະການປະຊາຊົນເຂດ 1 ນະຄອນຫຼວງວຽງຈັນ ນໍາຕົວພວກກ່ຽວໄປລົງໂທດຕາມກົດໝາຍ.