ພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງສາລະວັນ ໄດ້ຈັດພິທີມອບ-ໂອນບັນດາສະຫາຍນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດ ທີ່ໄດ້ຮັບນະໂຍບາຍອຸດໜຸນບຳນານ, ເສຍອົງຄະໃນປາງສົງຄາມ ໃຫ້ກັບຄືນຄວາມຮັບຜິດຊອບເດີມໃຫ້ກອງບັນຊາການທະຫານແຂວງ, ກອງບັນຊາການ ປກສ ແຂວງ ສືບຕໍ່ຄຸ້ມຄອງ  ແລະ ອໍານວຍຄວາມສະດວກໃຫ້ກັບພະນັກງານທີ່ຖືກມອບ-ໂອນດັ່ງກ່າວຢ່າງຮອບດ້ານ.     

ພິທີດັ່ງກ່າວໄດ້ມີຂຶ້ນໃນອາທິດແລ້ວນີ້, ທີ່ພະແນກແຮງງານ-ສະຫວັດດີການສັງຄົມແຂວງ,   ພາຍໃຕ້ການເປັນປະທານຂອງທ່ານ ຄໍາຕາ ໂຮ່ຊົງເຮືອງ ຫົວໜ້າພະແນກແຮງງານ-ສະຫວັດດີການສັງຄົມແຂວງ, ທ່ານ ພູທົງ ຄໍາມະນີວົງ ຄະນະປະຈໍາພັກແຂວງ ຮອງເຈົ້າແຂວງສາລະວັນ, ມີສະຫາຍຫົວໜ້າກົມນະໂຍບາຍ, ຫົວໜ້າກົມປ້ອງກັນສັງຄົມກະຊວງປ້ອງກັນປະເທດ, ຫົວໜ້າກອງບັນຊາການທະຫານ ແລະ ປກສ ແຂວງເຂົ້າຮ່ວມ.

ໂອກາດດຽວກັນ ທ່ານ ຄໍາໃບ ສີເມືອງຄຸນ ຮອງຫົວໜ້າພະແນກແຮງງານ-ສະຫວັດດີການສັງຄົມແຂວງ ໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງສາລະວັນ ເລກທີ 383/ຈຂ.ສວ ວ່າດ້ວຍການມອບໂອນນາຍ ແລະ ພົນທະຫານ, ນາຍ ແລະ ພົນຕໍາຫຼວດ ທີ່ໄດ້ຮັບນະໂຍບາຍອຸດໜູນບໍານານ, ເສຍອົງຄະປາງສົງຄາມ ມາຮອດປັດຈຸບັນພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ ໄດ້ມອບຄືນໃຫ້ກອງບັນຊາການປກສແຂວງ, ກອງບັນຊາການທະຫານແຂວງທີ່ເປັນກອງບັນຊາການເກົ່າຂອງເພິ່ນໃນເມື່ອກ່ອນ.

ການມອບ-ໂອນນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດ ທີ່ໄດ້ຮັບນະໂຍບາຍອຸດໜຸນບຳນານ, ເສຍອົງຄະໃນປາງສົງຄາມ ມີຈຳນວນ 92 ສະຫາຍ ຍິງ 6 ສະຫາຍນາຍ ແລະ ພົນຕໍາຫຼວດຜູ່ເສຍເສຍອົງຄະທີ່ອອກບໍານານແລ້ວ 1 ສະຫາຍ, ອຸດໜູນເສຍອົງຄະ ຍັງປະຈໍາການ 1 ສະຫາຍ, ລູກນາຍ ແລະ ພົນຕໍາຫຼວດທີ່ເສຍອົງຄະຍັງບໍ່ທັນຮອດອາຍຸ 18 ປີ ມີ 27 ຄົນ ຍິງ 15 ຄົນ, ລູກເມຍພະນັກງານ-ນັກຮົບທີ່ເສຍຊີວິດ ແຕ່ຍັງໄດ້ຮັບເບ້ຍລ້ຽງ 5 ສະຫາຍ.