ໃນທ້າຍອາທິດຜ່ານມາ, ໄດ້ຈັດພິທີສຶກສາອົບຮົມກຸ່ມມົ້ວສຸມຢາເສບຕິດ ຈຳນວນ 30 ຄົນ, ໃຫ້ກຽດສຶກສາອົບຮົມ ໂດຍ ພັທ ດໍເດດແກ້ວ ສິດທິເດດເດດດາວັນ ຮອງຫົວໜ້າກອງບັນຊາການ ປກສ ນະຄອນປາກເຊ ພ້ອມດ້ວຍຄະນະ.

ພັທ ດໍເດດແກ້ວ ສິດທິເດດເດດດາວັນ ກ່າວວ່າ: ການສຶກສາອົບຮົມໃນຄັ້ງນີ້, ກໍເພື່ອແນໃສ່ໃຫ້ຜູ້ເສບຢາເສບຕິດທຸກຄົນຮັບຮູ້ ແລະ ເຂົ້າໃຈເຖິງຜົນຮ້າຍຕ່າງໆຂອງການເສບຢາເສບຕິດທີ່ມີຕໍ່ຕົນເອງ ແລະ ສັງຄົມ ໂດຍສະເພາະແມ່ນການກໍ່ໃຫ້ເກີດມີການຂີ້ລັກງັດແງະ, ອາລະວາດຕີກັນ ໄປຈົນຮອດການກໍ່ອາດຊະຍາກຳ, ການຄາດຕະກຳ ແລະອື່ນໆ ໃຫ້ເຂົາເຈົ້າຮູ້ເຖິງລະບຽບກົດໝາຍທີ່ຈະໄດ້ປະຕິບັດຕໍ່ທັງຜູ້ເສບ ແລະ ຜູ້ຂາຍ ໂດຍການນຳເອົາເອກະສານຕ່າງໆມາເຜີຍແຜ່ເປັນຕົ້ນແມ່ນ: ເອກະສານປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມ, ເອກະສານຜົນຮ້າຍຂອງຢາເສບຕິດ, ກົດໝາຍອາຍາ ມາດຕາ 315 ຂອງກົດໝາຍ ວ່າດ້ວຍຢາເສບຕິດ, ເອກະສານລະບຽບຂອງຄ້າຍຄຸມຂັງ-ດັດສ້າງ, ສິດ ແລະ ພັນທະຂອງພົນລະເມືອງລາວ, ກົດໝາຍ ມາດຕາ 146, ມາດຕາ 75, 76.

ນອກນັ້ນ, ຍັງຍົກໃຫ້ເຫັນສະພາບຄວາມວຸ້ນວາຍ ແລະ ເຫດ ການຄວາມບໍ່ສະຫງົບຕ່າງໆ ທີ່ມີສາເຫດມາຈາກການເສບຢາເສບຕິດ ແລະ ຮຽກຮ້ອງ ໃຫ້ຜູ້ເສບຢາເສບຕິດທຸກຄົນ ຈົ່ງພ້ອມກັນຕື່ນຕົວສະໝັກໃຈໄປບຳບັດ-ດັດສ້າງ ແລະ ຢຸດເຊົາເສບຢາເສບຕິດບໍ່ກັບ ໄປມົ້ວສຸມອີກ ແລະ ກັບຕົວກັບໃຈເປັນພົນລະເມືອງດີ, ປະກອບອາຊີບທີ່ຖືກຕ້ອງຕາມລະບຽບກົດໝາຍຂອງບ້ານເມືອງ.