ຄະນະບໍລິຫານງານຊາວໜຸ່ມ ກົມໃຫຍ່ການເມືອງ ກະຊວງ ປກສ ເຂົ້າຢ້ຽມຊົມຫໍພິພິທະພັນ ປະທານ ສຸພານຸວົງ ໃນໂອກາດລະນຶກເຖິງ ວັນຄ້າຍວັນເກີດ ຄົບຮອບ 111 ປີ (13 ກໍລະກົດ 1909-13 ກໍລະກົດ 2020) ຂອງ ປະທານ ສຸພານຸວົງ ໃນວັນທີ 15 ກໍລະກົດນີ້, ນໍາພາໂດຍ ພັທ ປອ ວຽງໄຊ ທໍາມະສິດ ເລຂາຄະນະບໍລິຫານງານຊາວໜຸ່ມ ກົມໃຫຍ່ການເມືອງ ພ້ອມດ້ວຍຄະນະ ແລະ ສະມາຊິກຊາວໜຸ່ມອ້ອມຂ້າງ.

ພັທ ປອ ວຽງໄຊ ທໍາມະສິດ ກ່າວວ່າ: ການເຂົ້າຢ້ຽມຊົມຫໍພິພິທະພັນໃນຄັ້ງນີ້ ກໍເພື່ອເປັນການສະແດງຄວາມຮູ້ບຸນຄຸນ ແລະ ຈາລຶກເຖິງຄຸນງາມຄວາມດີຕໍ່ ປະທານ ສຸພານຸວົງ ເຊິ່ງເປັນຜູ້ນໍາທີ່ແສນເຄົາລົບຮັກຂອງປະຊາຊົນລາວບັນດາເຜົ່າ ໃນຂອບເຂດທົ່ວປະເທດ, ທັງເປັນບຸກຄົນທີ່ອົງອາດກ້າແກ່ນໃນການຕໍ່ສູ້ເພື່ອຍາດແຍ່ງດິນແດນຈາກພວກລ່າເມືອງຂຶ້ນຈັກກະພັດ ແລະ ພວກລູກແຫຼ່ງຕີນມືຢ່າງບໍ່ຍອມຈໍານົນ, ໂດຍສະເພາະ ແມ່ນໄດ້ນໍາພາປະຊາຊົນຜ່ານຜ່າອຸປະສັກຕ່າງໆໃນໄລຍະຂ້າມຜ່ານ, ນໍາພາປະຊາຊົນດໍາເນີນພາລະກິດປ່ຽນແປງໃໝ່ ແລະ ສ້າງສາພັດທະນາປະເທດຊາດ.

ພ້ອມນັ້ນ, ຍັງເປັນການປຸກລະດົມຊາວໜຸ່ມໃນທົ່ວກໍາລັງ ປກສ ເວົ້າສະເພາະ ກໍຄື ຊາວໜຸ່ມກົມໃຫຍ່ການເມືອງ ໃຫ້ຮັບຮູ້ເຂົ້າໃຈກັນຢ່າງທົ່ວເຖິງຕໍ່ການມູນເຊື້ອນໍາພາອັນສະຫຼາດສ່ອງຂອງ ປະທານ ສຸພານຸວົງ ໃນການຕໍ່ສູ້ກອບກູ້ເອົາເອກະລາດມາໃຫ້ປວງຊົນລາວທັງຊາດ ເຮັດໃຫ້ປະເທດຊາດມີຄວາມສະຫງົບສຸກ, ປະຊາຊົນຜູ້ດີມີສຸກ ແລະ ພ້ອມກັນນັ້ນຍັງເຮັດໃຫ້ສະມາຊິກຊາວໜຸ່ມຮັດແໜ້ນສາມັກຄີປອງດອງເຊິ່ງກັນແລະກັນ ເພື່ອປົກປັກຮັກສາ ແລະ ສ້າງຜືນແຜ່ນດິນໃນໄລຍະໃໝ່ນີ້ ໃຫ້ນັບມື້ຮຸ່ງເຮືອງ, ມີສະຕິສະກັດກັ້ນ ແລະ ຕ້ານກຸ່ມຄົນບໍ່ຫວັງດີທີ່ຫວັງມ້າງເພທໍາລາຍ ໃຫ້ເຂັ້ມແຂງຂຶ້ນເປັນກ້າວໆ.