ໃນລະຫວ່າງວັນທີ 15-16 ກໍລະກົດ 2020, ກອງບັນຊາການ ປກສ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຝຶກອົບຮົມວຽກງານວິຊາສະເພາະໄລຍະສັ້ນໃຫ້ກໍາລັງ ປກສ ບ້ານ ສົກປີ 2019-2020, ໂດຍການເປັນປະທານ ຂອງ ພັທ ສັງທອງ ພັນວົງສາ ຮອງຫົວໜ້າ ປກສ ເມືອງ, ມີ ພັທ ເສີມໄສ ປິຍະວົງ ຫົວໜ້າຫ້ອງຄຸ້ມຄອງ ສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ປກສ ນວ ພ້ອມດ້ວຍວິທະຍາກອນ, ປກສ ບ້ານ, ນັກສໍາມະນາກອນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ພັທ ສັງທອງ ພັນວົງສາ ກ່າວວ່າ: ການຝຶກອົບຮົມຈະໄດ້ຮຽນທັງທິດສະດີ ແລະ ພາກປະຕິບັດຕົວຈິງຄື: ດໍາລັດຂອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເລກທີ 136/ນຍ ວ່າດ້ວຍການຄຸ້ມຄອງການເຂົ້າ-ອອກ ສປປ ລາວ ແລະ ການຄຸ້ມຄອງຄົນຕ່າງປະເທດ ແລະ ດຳລັດເລກທີ 01/ນຍ ວ່າດ້ວຍການສ້າງຕັ້ງຄະນະແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານ; ຄໍາສັ່ງເລກທີ 02/ຈນວ ວ່າດ້ວຍການເພີ່ມທະວີຄວາມຮັບຜິດຊອບໃນການຈັດຕັ້ງປະຕິບັດມາດຕະການປ້ອງກັນ ແລະ ສະກັດກັ້ນອັກຄີໄພໃນຊຸມຊົນທົ່ວນະຄອນຫຼວງວຽງຈັນ (ວິ ທີມອດໄຟຂັ້ນພື້ນຖານ); ຂໍ້ຕົກລົງຂອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ເລກທີ 514/ປກສ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກໍາລັງປ້ອງກັນຄວາມສະຫງົບບ້ານ, ເລກທີ 818/ປກສ ວ່າດ້ວຍການສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ, ເລກທີ 655/ປກສ ວ່າດ້ວຍການລົງທະບຽນຄຸ້ມຄອງສໍາມະໂນຄົວລາວ ແລະ ຕ່າງດ້າວ, ເລກທີ 653/ປກສ ວ່າດ້ວຍການຄຸ້ມຄອງອາຊີບ ແລະ ພາຫະນະພິເສດ; ວຽກງານສອບສວນ ແລະ ການເອົາຄໍາໃຫ້ການເບື້ອງຕົ້ນ ແລະ ວຽກງານຮັກສາສະຖານທີ່ເກີດເຫດ.

ທັງນີ້, ກໍເພື່ອເຮັດໃຫ້ກໍາລັງປ້ອງກັນຄວາມສະຫງົບບ້ານໃນທົ່ວເມືອງຈັນທະບູລີ ຮັບຮູ້ ແລະ ເຂົ້າໃຈ, ກໍາໄດ້ຫຼັກການ, ລະບຽບກົດໝາຍ ແລະ ມາດຕະການຕ່າງໆ ກ່ຽວກັບການຈັດຕັ້ງເຄື່ອນໄຫວຂອງກໍາລັງປ້ອງກັນຄວາມສະຫງົບ ແລະ ເຮັດໃຫ້ ປກສ ບ້ານມີຄວາມໜັກແໜ້ນທາງດ້ານການເມືອງ, ເຂັ້ມແຂງທາງດ້ານການຈັດຕັ້ງ ແລະ ມີຄວາມຊໍານິຊໍານານທາງດ້ານວິຊາສະເພາະເພື່ອຮັບປະກັນ ແລະ ເຮັດໃຫ້ສັງຄົມ ກໍຄືຂອບເຂດເມືອງມີຄວາມສະຫງົບປອດໄພໂດຍພື້ນຖານ.