ປກສ ແຂວງວຽງຈັນ ປາຖະກະຖາວັນຄ້າຍວັນເກີດ ປະທານ ສຸພານຸວົງ

0
596

ໃນວັນທີ 15 ກໍລະກົດ 2020 ກອງບັນຊາການ ປກສ ແຂວງວຽງຈັນ ໄດ້ຈັດພິທີປາຖະກະຖາ ວັນຄ້າຍວັນເກີດ ປະທານ ສຸພານຸວົງ ຄົບຮອບ 111 ປີ (13/07/1909-13/07/ 2020) ປາຖະກະຖາໂດຍ ພົຈວ ປອ ທອງເຄນ ບຸນໝັ້ນ ຫົວໜ້າ ກອງບັນຊາການ ປກສ ແຂວງ ວຽງຈັນ, ມີພະນັກງານຫຼັກແຫຼ່ງ, ພະນັກງານ-ນັກຮົບຈາກຫ້ອງ, ກອງພັນ, ຄ້າຍຄຸ້ມຂັງ-ດັດສ້າງ ປກສ ເມືອງເຂົ້າຮ່ວມຮັບຟັງ.

ພົຈວ ປອ ທອງເຄນ ບຸນໝັ້ນ ກ່າວວ່າ: ການປາຖະກະຖາຄັ້ງນີ້ ເພື່ອລະນຶກເຖິງຄຸນງາມຄວາມດີ, ເສີມຂະຫຍາຍມູນເຊື້ອຄວາມອົງອາດກ້າຫານ, ເປັນແບບຢ່າງທາງດ້ານຈິດໃຈ ແລະ ພຶດຕິກໍາຕົວຈິງຂອງ ປະທານ ສຸພານຸວົງ ນັກປະຕິວັດຜູ້ກ້າແກ່ນ ແລະ ເປັນຜູ້ນໍາທີ່ດີເດັ່ນ-ວິລະບູລຸດຂອງຊາດລາວ ທ່ານເປັນເຊື້ອເຈົ້າແຕ່ໄດ້ເສຍສະຫຼະທຸກສິ່ງທຸກຢ່າງທາງດ້ານຄວາມສຸກ ແລະ ຜົນປະໂຫຍດສ່ວນຕົວ ເພື່ອພາລະກິດລວມຂອງຊາດ ຂອງປະຊາຊົນລາວ, ຄຸນລັກສະນະທີ່ພົ້ນເດັ່ນຂອງເພີ່ນແມ່ນເປັນຜູ້ນໍາທີ່ມີຄວາມຈົງຮັກພັກດີຕໍ່ອຸດົມການປະຕິວັດຢ່າງເດັດຂາດ, ເປັນປັນຍາຊົນຜູ້ຍິ່ງໃຫຍ່, ນໍ້າໃຈຮັກຊາດ, ເປັນນັກການເມືອງທີ່ເກັ່ງກ້າ ແລະ ດໍາລົງຊີວິດແບບລຽບງ່າຍ; ໃນໄລຍະການເຄື່ອນໄຫວປະຕິວັດ ເພິ່ນໄດ້ສຸມທຸກເຫື່ອແຮງທັງສະຕິປັນຍາ ເພື່ອຊີ້ນຳຂະບວນການປະຕິວັດລາວ ຈົນສາມາດຍາດ ເອົາໄຊຊະນະອັນຍິ່ງໃຫຍ່ ມາໃຫ້ປະເທດຊາດ, ບໍ່ງໍ້ງ່ຽງຕໍ່ຄວາມຫຍຸ້ງຍາກລຳບາກ, ມີຄວາມເສຍສະຫຼະ ບໍ່ຫວາດຫວັ່ນຕໍ່ກັບການຈັບກຸມຄຸມຂັງຂອງສັດຕູ ຍາມໃດກໍ່ຕໍ່ສູ້ ເພື່ອອຸດົມການປະຕິວັດອັນສູງສົ່ງ ເພື່ອຄວາມເປັນເອກະລາດ ແລະ ຄວາມວັດທະນາຖາວອນຂອງປະເທດຊາດ ເພື່ອອິດສະຫຼະພາບ ແລະ ຄວາມຢູ່ດີກິນດີຂອງປະຊາຊົນ.

ຫຼັງຈາກປະເທດຊາດໄດ້ຮັບ ການປົດປ່ອຍ ນັບແຕ່ ປີ 1975-1995 ປະທານ ສຸພານຸວົງ ໄດ້ນຳ ພາປະຊາຊົນລາວ ຜ່ານຜ່າອຸປະສັກຕ່າງໆ ໃນໄລຍະຂ້າມຜ່ານ, ນຳພາປະຊາຊົນດຳເນີນພາລະກິດປ່ຽນແປງໃໝ່ ແລະ ນຳພາປະຊາຊົນປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນຂະບວນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ຈະເລີນຮຸ່ງເຮືອງ ເທື່ອລະກ້າວ.

ນອກນັ້ນ, ພົຈວ ປອ ທອງເຄນ ບຸນໝັ້ນ ຍັງໄດ້ຍົກໃຫ້ເຫັນ ຄວາມສຳຄັນຂອງວັນປ່ອຍປາ ແລະ ອະນຸລັກສັດນໍ້າ-ສັດປ່າ ແຫ່ງຊາດ ວັນທີ 13 ກໍລະກົດ ແນໃສ່ ເພື່ອເຮັດໃຫ້ພະນັກງານຫຼັກແຫຼ່ງ, ພະນັກງານ-ນັກຮົບ ໄດ້ຮັບຮູ້ ແລະ ເຂົ້າໃຈກ່ຽວກັບການອະນຸລັກສັດນ້ຳ-ສັດປ່າ ໃຫ້ມີຄວາມອຸດົມສົມບູນ ທັງເປັນການປຸກຈິດສຳນຶກ ໃຫ້ພະນັກງານ-ນັກຮົບ ໄດ້ຮູ້ເຖິງຄວາມໝາຍຄວາມສໍາຄັນຂອງວັນດັ່ງກ່າວ ເປັນຕົ້ນແມ່ນ ການອະນຸລັກສັດນ້ຳ-ສັດປ່າ ເພື່ອຄືນຄວາມອຸດົມສົມບູນໃຫ້ແກ່ທຳມະຊາດໄດ້ມີຄວາມຍືນຍົງ ເປັນບ່ອນສ້າງແຫຼ່ງສະບຽງອາຫານໃຫ້ໄດ້ຫຼາຍ ແລະ ຕອບສະໜອງໃຫ້ໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງຄົນເຮົາ ໃຫ້ນັບມື້ນັບດີຂຶ້ນເລື້ອຍໆ.