ກອງປະຊຸມທາບທາມບຸກຄະລາກອນສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກກະຊວງ ປກສ ສະໄໝທີ V ຮອບທີ 2 ຈັດ ຂຶ້ນໃນວັນທີ 16 ກໍລະກົດ 2020, ເປັນປະທານໂດຍ ສະຫາຍ ພົທ ວິໄລ ຫຼ້າຄຳຟອງ ເລຂາທິການສູນກາງພັກ ເລຂາອົງຄະນະພັກ ລັດຖະມົນຕີ ກະຊວງ ປກສ, ມີສະຫາຍ ນາງ ບຸດສະດີ ທະນະເມືອງ ຫົວໜ້າກົມຄຸ້ມຄອງພະນັກງານ ຄະນະຈັດຕັ້ງສູນກາງພັກ, ພ້ອມດ້ວຍຄະນະພັກ, ຄະນະນຳກົມ- ກອງອ້ອມຂ້າງກະຊວງເຂົ້າຮ່ວມ.

ໃນພິທີ, ສະຫາຍ ພົຈວ ປອ ສຸວັນນີ ສີສຸພາບມີໄຊ ຮອງເລຂາຄະນະພັກ ຮອງຫົວໜ້າກົມໃຫຍ່ ການເມືອງ ປກສ ໄດ້ຜ່ານຮ່າງບົດລາຍງານການເມືອງ ວ່າ: ຕະຫຼອດໄລຍະ 5 ປີຜ່ານມາ, ຄະນະພັກກະຊວງ ປກສ ໄດ້ນຳພາກຳລັງປ້ອງກັນຄວາມສະຫງົບ ທົ່ວປະເທດຈັດຕັ້ງປະຕິບັດສຳເລັດໜ້າທີ່ ສາມາດປົກປັກຮັກສາຄວາມສະຫງົບທາງດ້ານການເມືອງໄດ້ຢ່າງໜັກແໜ້ນ, ຮັບປະກັນຄວາມເປັນລະບຽບຮ້ອຍ ແລະ ປອດໄພທາງສັງຄົມໂດຍພື້ນຖານ; ຄຽງຄູ່ກັນນັ້ນ, ຍັງໄດ້ເອົາໃຈໃສ່ຕັ້ງໜ້າສຶກສາອົບຮົມການເມືອງ-ແນວຄິດໃຫ້ ແກ່ສະມາຊິກພັກ, ນາຍ ແລະ ພົນຕຳຫຼວດ, ກຳແໜ້ນທິດສະດີມາກ-ເລນິນ ແນວຄິດໄກສອນພົມວິຫານ, ແນວທາງຂອງພັກ, ມະຕິ, ຄຳສັ່ງ, ກົດລະບຽບຂອງພັກ, ກົດ ໝາຍຂອງລັດ, ຂໍ້ຫ້າມຂອງນາຍ ແລະ ພົນຕຳຫຼວດ, ລະບຽບວິໄນ ແລະ ມູນເຊື້ອຂອງຊາດ, ຂອງພັກ ແລະ ຂອງກຳລັງ, ເຊື່ອມຊຶມຜັນ ຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ IV ຂອງອົງຄະນະ ພັກກະຊວງ ປກສ ເຂົ້າສູ່ຊີວິດຕົວຈິງຢ່າງທົ່ວເຖິງ.

ເຮັດໃຫ້ສະມາຊິກພັກ, ນາຍ ແລະ ພົນຕຳຫຼວດເຊື່ອໝັ້ນຕໍ່ແນວທາງນະໂຍບາຍຂອງ ພັກ-ລັດ ມີຄວາມຈົ່ງຮັກພັກດີ, ບໍລິສຸດສັດຊື່ຕໍ່ປະເທດຊາດ, ຕໍ່ພັກ ແລະ ປະຊາຊົນ, ຕັ້ງໜ້າປະຕິບັດໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍໃຫ້ມີຜົນສຳເລັດ ແລະ ໄດ້ເອົາໃຈໃສ່ກໍ່ສ້າງພັກ-ກໍ່ສ້າງພະນັກງານຕາມ 5 ຫຼັກການ 3 ທິດນຳ ຂອງພັກຢ່າງເຂັ້ມງວດ ແລະ ນຳພາກໍ່ສ້າງພະນັກງານນຳພາສືບທອດປ່ຽນແທນ ໃນແຕ່ລະຂັ້ນຕາມທິດຊີ້ນຳຂອງສູນກາງພັກຢ່າງເປັນລະບົບ ເພື່ອຕອບສະໜອງ ໄດ້ຕາມຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ວຽກງານໃນແຕ່ລະໄລຍະ.

ຈາກນັ້ນ, ສະຫາຍ ພົຕ ກົງ ທອງ ພົງວິຈິດ ຮອງເລຂາຄະນະພັກ ຮອງລັດຖະມົນຕີ ກະຊວງ ປກສ ໄດ້ຂຶ້ນຜ່ານຮ່າງບົດສຳຫຼວດການ ນຳພາລວມຂອງຄະນະບໍລິຫານງານພັກກະຊວງ ປກສ ສະໄໝທີ IV; ນອກນັ້ນ, ໃນກອງປະຊຸມກໍໄດ້ຂຶ້ນຜ່ານມາດຖານເງື່ອນໄຂຜູ້ທີ່ຈະລົງສະໝັກເລືອກຕັ້ງເຂົ້າໃນ ຄະນະບໍລິຫານງານພັກ ກະຊວງ ປກສ ສະໄໝທີ V ແລະ ໄດ້ດຳເນີນການປ່ອນບັດທາບທາມບຸກຄະລາກອນ ເພື່ອຄັດເລືອກເອົາຜູ້ທີ່ເໝາະສົມທີ່ຈະລົງສະໝັກ ເລືອກຕັ້ງໃຫ້ໄດ້ຕາມລະດັບຄາດໝາຍ.