ທ່ານ ນາງ ສາຍສະໝອນ ຈັນທະຈັກ ປະທານສະຫະພັນ ແມ່ຍິງທະນາຄານແຫ່ງ ສປປ ລາວ ພ້ອມດ້ວຍຄະນະໄດ້ນໍາເຄື່ອງອຸປະໂພກ-ບໍລິໂພກ ມອບໃຫ້ໂຮງຮຽນສຶກສາພິເສດ ນະຄອນຫຼວງວຽງຈັນ ໃນວັນທີ 15 ກໍລະກົດ 2020 ກ່າວຮັບໂດຍ ທ່ານ ນາງ ສີຣິວັນ ວິຣະຈິດ ຜູ້ອໍານວຍການໂຮງຮຽນ, ມີຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ, ບັນດາຄະນະປະທານສະຫະພັນແມ່ຍິງພ້ອມດ້ວຍພະນັກງານທັງ 2 ຝ່າຍ ເຂົ້າຮ່ວມ.

ທ່ານ ນາງ ສາຍສະໝອນ ຈັນທະຈັກ ກ່າວວ່າ: ການທີ່ນໍາເຄື່ອງໄປມອບໃນຄັ້ງນີ້, ເພື່ອຕ້ອນຮັບການສະເຫຼີມສະຫຼອງວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 65 ປີ (20 ກໍ ລະກົດ 1955-20 ກໍລະກົດ 2020) ໃຫ້ມີຄວາມໝາຍຄວາມສໍາຄັນເລິກເຊິ່ງ ແລະ ເປັນຂະບວນຟົດຟື້ນ ພ້ອມທັງການໃຫ້ກໍາລັງໃຈ ແລະ ກະຕຸກຊຸກຍູ້ບັນດານ້ອງນັກຮຽນໃຫ້ມີກໍາລັງໃຈສຶກສາຮໍ່າຮຽນເພື່ອພັດທະນາຕົນເອງເຖິງແມ່ນວ່າຈະເປັນບຸກຄົນທີ່ມີຄວາມບົກພ່ອງທາງດ້ານການໄດ້ຍິນ ແລະ ສາຍຕາ (ຫູໜວກ-ຕາບອດ ແລະ ປາກກືກ).

ສ່ວນເຄື່ອງທີ່ນໍາມາມອບປະກອບມີ: ໂຕະຫີນ 4 ຊຸດ, ເຂົ້າສານ, ອາຫານແຫ້ງ ແລະ ເຄື່ອງໃຊ້ປະຈໍາວັນທີ່ຈໍາເປັນ ແລະ ເຂົ້າໜົມ-ນົມ ລວມມູນຄ່າ 5.000. 000 ກວ່າກີບ.

ໂອກາດດຽວກັນ, ອໍານວຍການໂຮງຮຽນກໍໄດ້ສະແດງກ່າວຄວາມຂອບໃຈທີ່ຄະນະປະທານສະຫະພັນແມ່ຍິງທະນາຄານແຫ່ງ ສປປລາວ ໄດ້ນໍາເອົາຄວາມເປັນຫ່ວງເປັນໃຍທີ່ມີຕໍ່ນັກຮຽນ ແລະ ອວຍພອນໄຊໃຫ້ແກ່ ຄະນະປະທານສະຫະພັນແມ່ຍິງ ພ້ອມດ້ວຍຄະນະປະສົບຜົນສໍາເລັດໃນໜ້າທີ່ການງານ ແລະ ສືບຕໍ່ຊ່ວຍເຫຼືອຊຸກຍູ້ຊ່ວຍເຫຼືອສັງຄົມຕະຫຼອດໄປ.