ປກສ ແຂວງຫຼວງນຳ້ທາ ບໍລິຈາກເລືອດ ຊ່ວຍເຫຼືອສັງຄົມ
ປກສ ແຂວງຫຼວງນຳ້ທາ ບໍລິຈາກເລືອດ ຊ່ວຍເຫຼືອສັງຄົມ

ອາທິດຜ່ານມາ, ຫ້ອງການອົງການກາແດງ ປະຈໍາແຂວງຫຼວງນໍ້າທາ ນຳພາໂດຍ ທ່ານ ນາງ ຈັນສະໝອນ ສຸລິຍາວົງ ພະນັກງານວິຊາການອົງການກາ ແດງ ປະຈຳແຂວງຫຼວງນໍ້າທາ ພ້ອມດ້ວຍທີມງານ ໄດ້ລົງຮັບການ ບໍລິຈາກເລືອດ ຈາກພະນັກງານ-ນັກຮົບກອງບັນຊາການ ປກສ ແຂວງຫຼວງນ້ຳທາ; ເຂົ້າຮ່ວມມີ ພັທ ນາງ ດາລີວອນ ສິນວົງສາ ຫົວໜ້າຫ້ອງພະລາ ປກສ ແຂວງ ຫຼວງນໍ້າທາ ພ້ອມດ້ວຍພະນັກງານ-ນັກ ຮົບ ອ້ອມຂ້າງກອງບັນຊາການ ປກສ ແຂວງ.

ທ່ານ ນາງ ຈັນສະໝອນ ສຸລິຍາວົງ ໄດ້ອະທິບາຍວິທີການບໍລິຈາກ ແລະ ຍົກໃຫ້ເຫັນຄຸນຄ່າຂອງເລືອດ, ຄວາມ ສຳຄັນຂອງການບໍລິຈາກເລືອດຊ່ວຍ ເພື່ອນມະນຸດດ້ວຍກັນ ຄືດັ່ງທີ່ພວກເຮົາຮູ້ນຳກັນແລ້ວວ່າ: ເລືອດບໍ່ມີໂຮງງານຊະນິດໃດຜະລິດຂຶ້ນມາໄດ້; ມີແຕ່ຄົນເຮົາເທົ່ານັ້ນສາມາດໃຫ້ກັນໄດ້. ສະນັ້ນ, ເພື່ອຊ່ວຍເຫຼືອເພື່ອນມະນຸດດ້ວຍກັນທີ່ກຳລັງຂາດເລືອດ ແລະ ນອນປິ່ນປົ່ວຢູ່ໂຮງໝໍ ເຊັ່ນ: ຄົນທີ່ຖືກຜ່າຕັດ, ແມ່ຍິງເກີດລູກ, ຄົນປະສົບອຸບັດຕິເຫດ ພ້ອມກັນນັ້ນ, ນາຍ ແລະ ພົນຕຳຫຼວດ ປກສ ແຂວງ ກໍໄດ້ພາກັນຮ່ວມບໍລິຈາກ ດ້ວຍຄວາມສະໝັກໃຈກວດ 9 ສະ ຫາຍ ຍິງ 2 ສະຫາຍສາມາດເອົາເລືອດ ອອກໄດ້ 6 ສະຫາຍ ໄດ້ເລືອດທັງໝົດ 6 ຖົງ ເທົ່າກັບ 2.100 cc.