ຄ້າຍຄຸມຂັງ-ດັດສ້າງ ປກສ ແຂວງຈຳປາສັກ ໄດ້ເປີດບັ້ນສຶກສາອົບຮົມລະບຽບວິໄນໃຫ້ນັກໂທດ-ຕ້ອງຫາ ແລະ ດັດສ້າງພາຍໃນຄ້າຍຄຸມຂັງ ໃນວັນທີ 13 ກໍລະກົດ ນີ້, ມີນັກໂທດ-ຜູ້ຖືກຫາ ແລະ ດັດສ້າງເຂົ້າຮ່ວມ 1.400 ກວ່າຄົນ.

ພັທ ສີລາວົງ ອິນທະປະເສີດ ຮອງຫົວໜ້າຄ້າຍຄຸມຂັງ-ດັດສ້າງ ປກສ ແຂວງຈຳປາສັກ ໄດ້ນໍາເອກະສານມາສຶກສາອົບຮົມ; ເຊິ່ງປະກອບມີເອກະສານຂໍ້ກຳນົດຫຼັກການ, ລະບຽບການທີ່ຕັ້ງ, ສິດ ແລະ ພັນທະ, ນະໂຍບາຍ ແລະ ມາດຕະ ການຕໍ່ຜູ້ລະເມີດ, ເຊິ່ງຈຸດປະສົງ ກໍເພື່ອເປັນການສຶກສາອົບຮົມໃຫ້ນັກໂທດ-ຜູ້ຖືກຫາ, ຜູ້ຖືກດັດສ້າງໃຫ້ເຄື່ອນໄຫວຖືກຕ້ອງຕາມລະບຽບກົດໝາຍ.

ນອກນັ້ນ, ຍັງເຮັດໃຫ້ເຂົາເຈົ້າມີຄວາມຕັ້ງໜ້າຝຶກຝົນຫຼ່ໍຫຼອມ-ດັດສ້າງຕົນເອງ ບໍ່ວ່າທາງດ້ານການຜະລິດ, ກິລິຍາມາລະຍາດ, ທັດສະນະ-ຄຸນ ສົມບັດທີ່ຖືກຕ້ອງຕາມຮີດຄອງປະເພນີຂອງລາວ, ມີຄວາມບໍລິສຸດສັດຊື່, ມີຄວາມສາມັກຄີ, ອອກແຮງງານຝຶກວິຊາຊີບ, ຮ່ຳຮຽນຕາມຂອບ ເຂດທີ່ເຈົ້າໜ້າທີ່ໄດ້ກຳນົດໃຫ້ ແລະ ມີພັນທະປົກປັກຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ.