ໃນ 6 ເດືອນຕົ້ນປີ 2020, ກອງທາງຫຼວງ ພະແນກຕໍາຫຼວດຈະລາຈອນ ປກສ ນະຄອນຫຼວງວຽງຈັນ ກວດພົບຜູ້ລະເມີດກົດລະບຽບຈະລາຈອນ 789 ຄົນ ຍິງ 205 ຄົນ, ຂຽນໃບສັ່ງກັກເອກະສານລົດ ຈຳນວນ 508 ໃບ, ຕໍ່ກັບຜູ້ລະເມີດ ເຈົ້່າໜ້າທີ່ໄດ້ສຶກສາອົບຮົມ ແລະ ກ່າວ ເຕືອນ.

ເຈົ້າໜ້າທີ່ກອງທາງຫຼວງ ໃຫ້ຮູ້ວ່າ: ໃນໄລຍະ 6 ເດືອນຕົ້ນປີນີ້, ກອງທາງຫຼວງໄດ້ສຸມໃສ່ຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍຕາມສາຍ ທາງຫຼວງ, ລະບຽບການສັນຈອນ, ຄວບຄຸມຄວາມໄວ,ກວດກາທາດເຫຼົ້ ປະຈໍາຕາມສາຍທາງຫຼັກ ໃນວັນປົກປະຕິ, ງານບຸນປະເພນີ ແລະ ວັນສຳຄັນຕ່າງໆຂອງພັກ-ຂອງຊາດ. ນອກນັ້ນ, ຍັງໄດ້ປະສານສົບທົບກັບບັນດາສະມາຄົມ, ຄິວລົດ, ເປີດທາງ, ປ້ອງກັນ ແລະ ກວດກາ ຊົ່ວໂມງ ເລັ່ງດ່ວນ.

ຜ່ານການຈັດຕັ້ງສາມາດສາ້ງຜົນງານໄດ້ຫຼາຍດ້ານສະແດງອອກ ຄື: ອອກຈັບຄວາມໄວ 24 ຄັ້ງ ມີ 264 ແຮງງານ, ກັກເອກະສານ ໄດ້ 235 ໃບ, ລົງຈັດລະບຽບຕາມສາຍທາງປະຈຳວັນມີ 100 ຄັ້ງມີ 500 ແຮງງານ, ອອກອາທິດຈະລາຈອນ 21 ຄັ້ງ ມີ 168 ແຮງງານ, ລົງລະບາຍລົດຕາມຈຸດສັບສົນເຊົ້າ-ແລງມີ 280 ຄັ້ງມີ 1.280 ແຮງງານ, ເປີດທາງແຂກພາຍໃນ ແລະ ຕ່າງປະເທດ 79 ຄັ້ງມີ 79 ແຮງງານ, ປ້ອງກັນແຂກພາຍໃນ ແລະ ຕ່າງປະເທດ 19 ຄັ້ງມີ 140 ແຮງງານ, ອອກວຽກສົມທົບຄິວລົດສາຍເໜືອ 47 ຄັ້ງມີ 260 ແຮງງານ, ລົດອອກຄິວລົດສາຍໃຕ້ ຈຳນວນ 2.855 ຄັນ, ສາຍຕ່າງປະເທດ 1.855 ຄັນ, ອອກວຽກສົມທົບຄິວລົດຕຸກໆຈຳໂບ້ 13 ຄັ້ງມີ 26 ແຮງງານ, ລົດສະເພາະກິດກາງເວັນ 13 ຄັ້ງມີ 26 ແຮງງານ, ລ໋ອກລໍ້ລົດທັງໝົດ 55 ຄັນ, ກວດກາທາດເຫຼົ້າທັງລົດ 10 ຄົນ ຍິງ 3 ຄົນ, ກວດພົບຜູ້ລ່ວງລະເມີດກົດຈະລາຈອນທັງໝົດ 789 ຄົນ ຍິງ 205 ຄົນ, ຂຽນໃບສັ່ງກັກເອກະສານ ແລະ ລົດ ຕ່າງໆ ຈຳນວນ 508 ໃບ ຍິງ 15 ຄົນ, ສຶກສາອົບ ຮົມກ່າວເຕື່ອນຜູ້ລ່ວງລະເມີດ ທັງໝົດ 281 ຄົນ ຍິງ 190 ຄົນ, ກັກເອກະສານ ທັງໝົດ 238 ໃບ, ກັກລົດໄດ້ທັງໝົດ 16 ຄັນ.

ທິດທາງແຜນການໃນຕໍ່ໜ້າຈະສືບຕໍ່ແກ້ໄຂຈະລາຈອນແອອັດ, ຈັດສັນຄວາມບໍ່ເປັນລະ ບຽບຮຽບຮ້ອຍຕາມສາຍທາງຫຼັກເຂດຊຸມຊົນ, ແກ້ ໄຂລົດຈອດຊະຊາຍແຄມທາງ, ຂາຍເຄື່ອງໃສຟຸດບາດ, ຄວບຄຸມຄວາມໄວ, ກວດກາທາດເຫຼົ້າ, ບັນທຸກເກີນ ແລະ ເສຍຄ່າທໍານຽມທາງ, ຮັບ ປະກັນໃນການເປີດທາງ, ປ້ອງກັນແຂກພາຍໃນ ແລະ ຕ່າງປະເທດໃຫ້ມີຄວາມສະຫງົບປອດໄພ.