ທ່ານ ນາງ ລັດສະໜີ ມິ່ງບຸບຜາ ຜູ້ ເຜີຍແຜ່ມະຕິ ກອງປະຊຸມໃຫຍ່ຄັ້ງທີ VII ຂອງຄະນະພັກແຂວງຫຼວງນໍ້າທາ ໃຫ້ກຳລັງ ປກສ ແຂວງ
ທ່ານ ນາງ ລັດສະໜີ ມິ່ງບຸບຜາ ຜູ້ ເຜີຍແຜ່ມະຕິ ກອງປະຊຸມໃຫຍ່ຄັ້ງທີ VII ຂອງຄະນະພັກແຂວງຫຼວງນໍ້າທາ ໃຫ້ກຳລັງ ປກສ ແຂວງ

ທ່ານ ນາງ ລັດສະໜີ ມິ່ງບຸບຜາ ກຳມະການພັກແຂວງ ປະທານແນວລາວສ້າງຊາດແຂວງຫຼວງນໍ້າທາ ພ້ອມດ້ວຍຄະນະ ໄດ້ລົງ ເຜີຍແຜ່ມະຕິ ກອງປະຊຸມໃຫຍ່ຄັ້ງທີ VII ຂອງອົງຄະນະພັກແຂວງຫຼວງນໍ້າທາ ໃຫ້ພະນັກງານ-ນັກຮົບກອງບັນຊາການ ປກສ ແຂວງຫຼວງນໍ້າທາ ໃນວັນທີ 15 ກໍລະກົດ 2020; ໂດຍມີ ພັທ ຄຳຕຸ່ນ ບຸນລຽນຂັນ ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ຄະນະພັກ-ຄະນະບັນຊາ, ຄະນະຫ້ອງ, ກອງ, ຄ້າຍຕະຫຼອດຮອດຫົວໜ້າ-ຮອງພະແນກເຂົ້າຮ່ວມ.

ທ່ານ ປອ ຄໍາພັນ ເຈຍອາ ກໍາມະການພັກແຂວງ ປະທານສະຫະພັນກຳມະບານ ແຂວງຫຼວງນໍ້າທາ ກ່າວວ່າ: ກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກແຂວງຫຼວງນຳ້ທາ ໄດ້ພ້ອມກັນຄົ້ນຄວ້າ ແລະ ຮັບຮອງເອົາຫຼາຍບັນຫາທີ່ສຳຄັນ; ໂດຍສະເພາະແມ່ນດ້ານເຖດຖະກິດມະຫາພາກ ແລະ ຕີລາຄາແຕ່ລະວຽກງານໂດຍຫຍໍ້ຄື: ໃນ 5 ປີຜ່ານມາ ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ເຊີ່ງມັນສະແດງອອກຜະລິດຕະພັນພາຍໃນທຽບ ໃສ່ 5 ປີຜ່ານມາ ເພີມຂຶ້ນ 0,36 % ລວມມຸນຄ່າບັນລຸ 3 ຕື້ກ່າວກີບ; ໃນນັ້ນ, ຂົງເຂດກະສິກຳຂະຫຍາຍຕົວໃນລະດັບ 7%, ອຸດສາຫະກຳ 12% ຂົງເຂດບໍລິການຂະຫຍາຍຕົວ 69% ສະເລ່ຍ 1 ພັນ 985 ໂດລາຕໍ່ຄົນ, ຖ້າທຽບໃສ່ປີ 2015 ເພີ້ມຂຶ້ນ 504 ໂດລາ; ສາມາດລະດົມທືນເຂົ້າໃນການພັດທະນາເສດຖະກິດສັງຄົມ ທັງໝົດ 187 ໂຄງການ, ມຸນຄ່າ 5 ຕື້ 866 ລ້ານກ່ວາກີບທຽບ ໃສ່ໄລຍະຜ່ານມາເພີ່ມຂຶ້ນ 33%, ການລົງທຶນຂອງລັດ 136 ໂຄງການມຸນຄ່າ 196 ຕື້ກ່ວາກີບ, ການລົງທືນຂອງເອກະ ຊົນ ມຸນຄ່າ 2 ຕື້ 845 ລ້ານກີບ, ທຽບ ໃສ່ 5 ປີ ເພີມຂື້ນ 1 ເທົ່າຕົວ, ລື່ນແຜນ ການ 50%.

ອັນສໍາຄັນແມ່ນໄດ້ປະກາດແຂວງຫຼວງນໍ້າທາ ເປັນແຂວງຈົບຊັ້ນມັດທະຍົມຕົ້ນບໍາລຸງຢ່າງເປັນທາງການ ແລະ ສາມາດແກ້ໄຂຄວາມທຸກຍາກຂອງປະຊາຊົນ ເຮັດໃຫ້ຊິວິດການ ເປັນຢູ່ຂອງປະຊາຊົນນັບມື້ນັບດີຂຶ້ນເປັນກ້າວໆ.