ຄະນະປະທານກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງ ສະພາ ປະຊາຊົນແຂວງ ເຊກອງ ຊຸດທີ I
ຄະນະປະທານກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງ ສະພາ ປະຊາຊົນແຂວງ ເຊກອງ ຊຸດທີ I

ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງ ສະພາ ປະຊາຊົນແຂວງ ເຊກອງ ຊຸດທີ I ໄດ້ຈັດຂຶ້ນໃນວັນທີ 16-17 ກໍ ລະກົດ 2020; ເປັນປະທານໂດຍ ທ່ານ ພອນເພັດ ຄິວລະວົງ ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 16 ປະທານສະພາປະຊາຊົນ ແຂວງເຊກອງ; ໃຫ້ກຽດເຂົ້າຮ່ວມມີ ທ່ານ ຄໍາເຜີຍ ບຸດດາວຽງ ເຈົ້າແຂວງແຂວງເຊກອງ, ທ່ານ ປອ ວິໄລວົງ ບຸດດາຄໍາ ເຈົ້າແຂວງຈໍາປາສັກ, ມີສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 16, ມີຮອງເຈົ້າແຂວງ, ສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງທີ 16, ສະມາຊິກສະພາປະຊາຊົນແຂວງເຂົ້າຮ່ວມ.

ທ່ານ ພອນເພັດ ຄິວລະວົງ ກ່າວວ່າ: ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາປະຊາຊົນແຂວງເຊກອງ ຊຸດທີ I ຈະໄດ້ສຸມໃສ່ພິຈາລະນາບາງບັນຫາທີ່ສໍາຄັນຈໍານວນໜຶ່ງ ເປັນຕົ້ນແມ່ນຈະໄດ້ຄົ້ນຄວ້າ, ພິຈາລະນາ, ຮັບຮອງບົດລາຍງານຂອງອົງການປົກຄອງແຂວງ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບ ປະມານແຫ່ງລັດ 6 ເດືອນຕົ້ນປີ, ທິດທາງຈຸດສຸມ 6 ເດືອນທ້າຍປີ 2020 ແລະ ແຜນສະເໜີດັດແກ້ງົບປະມານ 6 ເດືອນທ້າຍປີ 2020; ຮັບຟັງບົດລາຍງານຈັດຕັ້ງປະຕິບັດ 6 ເດືອນຕົ້ນປີ, ຄາດຄະເນແຜນການ 6 ເດືອນທ້າຍປີ 2020 ແລະ ແຜນການເຄື່ອນໄຫວວຽກງານຮອດກອງປະຊຸມຄັ້ງປະຖົມມະລຶກຂອງສະພາປະຊາຊົນແຂວງ ຊຸດທີ II ແລະ ຈະໄດ້ພິຈາລະນາ, ຮັບຮອງເອົາບົດລາຍງານຜົນການຕິດຕາມກວດກາຂອງຄະນະປະຈໍາສະພາປະຊາຊົນແຂວງ ກ່ຽວກັບການຕິດຕາມກວດກາການຈັດຕັ້ງປະຕິບັດລັດຖະທໍາມະນູນ ແລະ ກົດໝາຍໃນຂົງເຂດວັດທະນະທໍາ-ສັງຄົມ, ບັນດາເຜົ່າ ແລະ ສາສະໜາ.

ທ່ານປະທານສະພາປະຊາຊົນແຂວງ ຍັງໄດ້ຮຽກຮ້ອງໃຫ້ບັນດາທ່ານສະມາຊິກສະພາປະຊາຊົນແຂວງ ໃນຖານະ ເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງປະຊາຊົນບັນ ດາເຜົ່າຊາວແຂວງເຊກອງ ຈົ່ງໄດ້ໃຊ້ສິດເຊີດຊູຄວາມຮັບຜິດຊອບ ແລະ ເອົາໃຈໃສ່ຄົ້ນຄວ້າ, ປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາ ເພື່ອເຮັດໃຫ້ບັນດາເນື້ອໃນທີ່ນໍາມາພິຈາລະນາໃນກອງປະຊຸມ ດັ່ງກ່າວບັນລຸຜົນສໍາເລັດຕາມຄາດໝາຍ ແລະ ສາມາດນໍາໄປຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ.

ສະມາຊິກ ສະພາ ປະມຊາຊົນແຂວງເຊກອງ
ສະມາຊິກສະພາປະມຊາຊົນແຂວງເຊກອງ