ກອງກໍ່ສ້າງ ຮາກຖານຕໍາຫຼວດປະຈໍາເຂດເມືອງລະຄອນເພັງ ແຂວງສາລະວັນ ໄດ້ສະຫຼຸບວຽກງານ ປກສ ໃນໄລຍະ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ 2020; ໃນວັນທີ 14 ກໍລະກົດ 2020 ເຂົ້າຮ່ວມໂດຍ ທ່ານ ສົມໃຈ ອຸ່ນຈິດ ເຈົ້າເມືອງລະຄອນເພັງ, ພັທ ສຸດອນ ລັດທະນຸວົງ ຫົວໜ້າກອງບັນຊາການ ປກສ ເມືອງລະ ຄອນເພັງ, ມີຄະນະພັກຄະນະບັນຊາ ປກສ ແຂວງ, ທະຫານເມືອງ,ພະນັກ ງານ-ນັກຮົບກອງກໍ່ສ້າງຮາກຖານການ ເມືອງ ເຂົ້າຮ່ວມ.

ກອງປະຊຸມສະຫຼຸບວຽກງານ ປກສ ຂອງ ກອງກໍ່ສ້າງ ຮາກຖານຕໍາຫຼວດປະຈໍາເຂດເມືອງລະຄອນເພັງ
ກອງປະຊຸມສະຫຼຸບວຽກງານ ປກສ ຂອງ ກອງກໍ່ສ້າງ ຮາກັຖານຕໍາຫຼວດປະຈໍາເຂດເມືອງລະຄອນເພັງ

ພັທ ທອງສາຍ ຫຼວງບົງ ຫົວໜ້າກອງກໍ່ສ້າງຮາກຖານປະຈໍາເຂດເມືອງລະຄອນເພັງ ໄດ້ຜ່ານບົດສະຫຼຸບກ່ຽວກັບການຈັດຕັ້ງປະຕິບັດວຽກງານ ປກສ ຢູ່ 9 ບ້ານລຽບຊາຍແດນ; ເຊິ່ງພະນັກງານກອງກໍ່ສ້າງຮາກຖານໄດ້ເອົາໃສ່ໃຈ ວຽກງານຕ້ານ-ສະກັດກັ້ນປະກົດການຫຍໍ້ທໍ້ຂອງສັງຄົມ, ເກັບກໍາການໜິງຕີງ ພົນລະເມືອງ, ໃນໄລຍະ 6 ເດືອນຕົ້ນປີ ກອງກໍ່ສ້າງຮາກຖານການເມືອງ ໄດ້ສຸມໃສ່ວຽກງານທໍາອິດໃນ 9 ບ້ານລຽບຊາຍແດນ ກໍຄືວຽກງານເກັບກໍາສະຖິຕິພົນລະເມືອງ, ອາຊີບພິເສດ, ກຸ່ມຂີ້ລັກງັດແງະ; ກໍ່ອາລະວາດຕີກັນ, ຄ້າຂາຍເຖື່ອນ, ສະກັດກັ້ນກຸ່ມມົ້ວສຸມ-ຄ້າຂາຍສິ່ງເສບຕິດແລະອື່ນໆ ສາມາດເກັບກໍາສະຖີຕິພົນລະເມືອງໄດ້ທັງໜົດ 7.307 ຄົນ ຍິງ 3.713 ຄົນ; ອາຍຸ 15 ປີຂຶ້ນໄປ 4.867 ຄົນ, ຍີງ 2.352 ຄົນ,ມີ 1.166 ຫຼັງຄາເຮືອນ, 1.512 ຄອບຄົວຂຶ້ນທະບຽນສໍາມະໂນຄົວສໍາເລັດແລ້ວ 1.213 ຄອບຄົວ, ມີກໍາລັງປກຊ-ປກສ ເວນ ຍາມບໍລິເວນອັດປ່ອງຂ້າມລອຍ, ເສັ້ນ ທາງຍຸດທະສາດ, ການເກັບກໍາຈໍານວນເຮືອຈັກແລ່ນຖ້ຽວມີ 227 ລໍາ; ເຮືອຫາປາ 222 ລໍາ, ເຮືອໂດຍສານ 6 ລໍາ, ທີ່ອາໄສພະສົງສາມະເນ 10 ແຫ່ງ, ມີບ່າວ-ສາວຝ່າຍ ສປປ ລາວໄດ້ສ້າງຄອບຄົວ ກັບບ່າວສາວປະເທດໃກ້ຄຽງ 28 ຄົນ, ຍິງ 3 ຄົນ.

ສໍາລັບທິດທາງຕໍ່ໜ້າກອງກໍ່ສ້າງຮາກຖານການເມືອງປະຈໍາເຂດເມືອງລະຄອນເພັງ ຈະໄດ້ສືບຕໍ່ເຄື່ອນໄຫວຈັດຕັ້ງປະຕິບັດວຽກງານກໍ່ສ້າງກຳລັງ ປກສ ເຄິ່ງອາຊີບ, ເພື່ອນຮ່ວມງານ, ຊອກຮູ້ແຫຼ່ງຂ່າວພາຍໃນພາຍນອກໃຫ້ກວ້າງຊັດເຈນ, ເພີ່ມທະວີການປ້ອງກັນເວນຍາມຊາຍແດນ, ກວດກາຄົນເຂົ້າ-ອອກເມືອງ ບໍລິເວນດ່ານທ້ອງຖິ່ນ, ບັນດາປ້ອມ, ຈຸດອັດປ່ອງຂ້າມລອຍ ແລະ ບໍລິເວນເພື່ອນຮ່ວມງານພວມຈັດຕັ້ງປະຕິບັດວຽກຕໍ່ເນື່ອງເຂັ້ມງວດ, ປັບປຸງແກ້ໄຂແບບແຜນວິທີເຮັດວຽກ, ການຊີ້ນໍາບັນຊາແຕ່ລະຂັ້ນໃຫ້ເອກະພາບໃນທິດທາງດຽວ, ຕັ້ງໜ້າແກ້ໄຂປະກົດການຫຍໍ້ທໍ້ໃຫ້ຫຼຸດລົງຢ່າງຈະແຈ້ງ.