ວັນທີ 15 ກໍລະກົດ 2020 ຢູ່ທີ່ອ່າງນຳ້ຫຍ້າ ເມືອງສິງ ແຂວງຫຼວງນ້ຳທາ ຈັດພິທີປ່ອຍປາລົງສູ້ແມ່ນໍ້າ ຈຳນວນ 14 .000 ໂຕ; ເຂົ້າຮ່ວມມີ ທ່ານ ດຮ ສີແພງ ຂຸນສີ ຮອງຫົວໜ້າກົມລ້ຽງສັດ ແລະ ການປະມົງ ກະຊວງກະສິກໍາ ແລະ ປ່າໄມ້; ທ່ານ ປອ ຈັນພິພັກ ກອງຈຳປາ ເຈົ້າ ເມືອງໆສິງ, ມີກຳມະການປະຈຳພັກເມືອງ, ກໍາມະການພັກເມືອງ, ຫົວໜ້າຫ້ອງການ -ຮອງຫ້ອງການ, ສອງກອງບັນຊາການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເມືອງ ຕະຫຼອດຮອດພະນັກງານລັດທະກອນເຂົ້າຮ່ວມ.

ການນຳ ເມືອງສິງ ພ້ອມຄະນະ ເຂົ້າຮ່ວມພິທີປ່ອຍປາຄືນສູ່ທຳມະຊາດ ປະຈຳປີ 2020
ການນຳ ເມືອງສິງ ພ້ອມຄະນະ ເຂົ້າຮ່ວມພິທີປ່ອຍປາຄືນສູ່ທຳມະຊາດ ປະຈຳປີ 2020

ທ່ານ ກອນແກ້ວ ບັນດາວົງ ຫົວໜ້າ ຫ້ອງການກະສີກຳ ແລະ ປ່າໄມ້ເມືອງສິງ ກ່າວວ່າ: ພິທີປ່ອຍປາແຫ່ງຊາດປະ ຈຳປີ 2020 ແມ່ນໄດ້ຈັດຕັ້ງປະຕິບັດໃນທຸກໆປີ ອີງຕາມກົດໝາຍວ່າດ້ວຍ ການປະມົງ ເລກທີ 03/ສພຊ, ລົງວັນທີ 09 ກໍລະກົດ 2009 ແລະ ອີງຕາມກົດໝາຍວ່າດ້ວຍສັດນ້ຳ ແລະ ສັດປ່າ ເລກ ທີ 07/ສພຊ ລົງວັນທີ 24 ທັນວາ 2007; ສະນັ້ນ, ເມືອງສິງ ຈື່ງໄດ້ຈັດພິທີປ່ອຍປາຄືນສູ່ທຳມະຊາດຂຶ້ນຢ່າງເປັນທາງການ.

ປາທີ່ນຳມາປ່ອຍໃນຄັ້ງນີ້ ມີ 14.000 ໂຕ ປະກອບມີ: ປານີນ 4.000 ໂຕ, ປາໃນ 6.000 ໂຕ ແລະ ປາກິນຫຍ້າ 4.000 ໂຕ ໄດ້ປ່ອຍຢູ່ 2 ຈຸດຄື: ອ່າງ ນ້ຳຫຍ້າ ແລະ ວັງສະຫງວນບ້ານ ສິລິ ເຮືອງ.

ການປ່ອຍປາໃນຄັ້ງນີ້ ກໍເພື່ອເປັນການອະນຸລັກຮັກສາສັດນ້ຳ, ສັດປ່າທີ່ໃກ້ຈະສູນພັນກັບຄືນສູ່ທຳມະຊາດ ແລະ ຢູ່ຄຽງຄູ່ກັບຄົນເຮົາຕະຫຼອດໄປ.