ເຈົ້າໜ້າທີ່ໄດ້ກັກຕົວ ທ້າວ ສົມພານ ຫຼື ໂມ ອາຍຸ 38 ປີ ຢູ່ບ້ານທ່າສະລາຄໍາ ເມືອງທ່າປາງທອງ ແຂວງສະຫວັນນະເຂດ ພ້ອມຂອງກາງຢາບ້າ 197 ເມັດ, ປືນສັ້ນ 3,8 ( ຫັນລີ້ ) ສີປອນເງິນ ພ້ອມລູກ 6 ລູກ, ລົດຈັກຍີ່ຫໍ້ຮອນດ້າເວັບໄອ ສີແດງດໍາບໍ່ມີປ້າຍທະບຽນມາສອບສວນ.

ເຈົ້າໜ້າທີ່ ປກສ ເມືອງທ່າປາງທອງ ລາຍງານວ່າ: ວັນທີ 26 ພຶດສະພາ 2020, ທ້າວ ສົມພານ ສາລະພາບວ່າ: ຢາບ້າທີ່ເຈົ້າໜ້າທີ່ຢຶດໄດ້ນັ້ນ ແມ່ນຂອງຜູ້ກ່ຽວແທ້ ໂດຍໄດ້ຊຶ້ນຳທ້າວ ນ້ອຍ ອາຍຸ ປະມານ 36 ປີ ບ້ານເຊບັງຫຽງ ເມືອງສອງຄອນ ແຂວງສະຫວັນນະເຂດ, ເດືອນ ພຶດ ສະພາ 2020 ໄດ້ຊື້ຢາບ້າມາໄວ້ຂາຍ ຈຳນວນ 5 ຖົງ, ແລ້ວເອົາໄປຂາຍໃຫ້ໄວລຸ້ນຢູ່ເຂດບ້ານແກ້ງປິງ ເມືອງທ່າປາງທອງ ຄັ້ງລະ 1 ຖົງ ແລະ ຂາຍໃຫ້ໄວລຸ້ນທົ່ວໄປຄັ້ງລະ 20 ເມັດ.

ວັນທີ 26 ພຶດສະພາ 2020, ຢາບ້າຍັງເຫຼືອຈໍານວນ 1 ຖົງ ມີ 197 ເມັດ, ຜູ້ກ່ຽວກຳລັງນຳຢາບ້າດັ່ງກ່າວໄປຂາຍໃຫ້ກັບໄວລຸ້ນທີ່ສັ່ງຊື້ຢູ່ຂອບເຂດບ້ານທ່າສະລາຄໍາ ຈຶ່ງຖືກເຈົ້າໜ້າທີ່ກັກຕົວ ພ້ອມຂອງກາງຈຳນວນດັ່ງກ່າວ ໄປດຳເນີນຄະດີ, ສ່ວນປືນທີ່ຢຶດໄດ້ໃນເວລາກັກຕົວ ນັ້ນແມ່ນປືນຂອງ ທ້າວ ນ້ອຍ ທີ່ໄດ້ຢືມໃນເວລາໄປຊື້ຢາບ້າ.