ຄາດຄະເນສະພາບການສັນຈອນຢູ່ນະຄອນຫຼວງວຽງຈັນ ໃນໄລຍະທ້າຍປີ 2020 ຍັງຈະສືບຕໍ່ແອອັດ ໃນຂະນະທີ່ຜູ້ຂັບຂີ່ຈໍານວນບໍ່ໜ້ອຍ ຍັງຈະມີການລະເມີດກົດລະບຽບການສັນຈອນ, ເຊິ່ງພາໃຫ້ເກີດອຸບັດຕິເຫດຕາມທ້ອງຖະໜົນ.

ພັທ ເພັງສະຫວັນ ທໍາມາບູນ ຫົວໜ້າພະ ແນກຕໍາຫຼວດຈະລາຈອນ ປກສ ນວ ກ່າວວ່າ: ເພື່ອຮັບມືກັບສະພາບການດັ່ງກ່າວນີ້ພະແນກຕຳ ຫຼວດຈະລາຈອນນະຄອນຫຼວງວຽງຈັນ ຈະຍົກສູງລະດັບໃຫ້ມີປະສິດທິພາບຂຶ້ນກວ່າ ເພື່ອແກ້ໄຂຈະລາຈອນແອອັດ ແລະ ອຸບັດຕິເຫດ ທັງນີ້ ກໍເພື່ອເຮັດໃຫ້ໃນຊົ່ວໂມງເຂົ້າການ-ເລີກການ ມີຄວາມຄ່ອງຕົວດີ ແລະ ອຸບັດຕິເຫດຫຼຸດລົງ, ຄຽງຄູ່ກັບການຈັດລະບຽບຕາມສາຍທາງ 21 ເສັ້ນທົ່ວນະຄອນຫຼວງວຽງຈັນ.

ສໍາລັບວຽກແກ້ໄຂຈະລາຈອນແອອັດ: ແມ່ນສືບຕໍ່ໂຄສະນາປູກຈິດສໍານຶກໃຫ້ແກ່ຜູ້ໃຊ້ລົດ-ໃຊ້ຖະຫນົນຮັບຮູ້ເຂົ້າໃຈກົດລະບຽບຈະລາຈອນກົດໝາຍ ຂົນສົ່ງທາງບົກຜ່ານໂທລະພາບ, ໜັງສືພິມ, ວິທະຍຸ ແລະ ຜົນເສຍຫາຍຈາກ ການເກີດອຸບັດຕິເຫດ, ປະສານສົມທົບແຕ່ລະພາກ ສ່ວນໃນການຂັບຂີ່ປອດໄພ; ຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍຕາມສາຍທາງຫຼັກເຂດຊຸມຊົນ, ແກ້ໄຂລົດຈອດຊະຊາຍແຄມທາງ, ຂາຍເຄື່ອງໃສຟຸດບາດ ແລະ ຄວບຄຸມຄວາມໄວ. ຮັບປະກັນໃນການເປີດທາງ, ປ້ອງກັນແຂກທັງພາຍໃນ ແລະ ຕ່າງປະເທດໃຫ້ມີຄວາມສະຫງົບປອດໄພ. ພ້ອມທັງຕິດຕາມການຈະລາຈອນຂອບ ເຂດຄວາມຮັບຜິດຊອບຂອງຕົນ, ຈັດລະບຽບຖະໜົນລ້ານຊ້າງ, ປ້ອມຊົ່ວຄາວໃຫ້ໄດ້ 16 ຊົ່ວ ໂມງ, ປ້ອມຖາວອນໃຫ້ໄດ້ 24 ຊົ່ວໂມງ ເພື່ອແກ້ໄຂຈະລາຈອນແອອັດໃນໂມງໄປການ-ເລີກການບໍ່ໃຫ້ມີລົດຕິດອັງອໍຕາມສາຍທາງຕ່າງໆໄປພ້ອມກັບເຮັດໜ້າທີ່ຕິດຕາມສະພາບການຕ່າງໆຮັບແຈ້ງສະພາບແກ້ໄຂການເກີດອຸບັດຕິເຫດ ເພື່ອບໍ່ໃຫ້ລົດຕິດ.

ຕໍ່ກັບວຽກງານແກ້ໄຂບັນຫາອຸບັດຕິເຫດ, ແມ່ນເຮັດໜ້າທີ່ປະຈໍາການຄອຍເຫດ, ກວດກາທາດເຫຼົ້າ, ບັນທຸກເກີນລົງສະຖານທີ່ເກີດເຫດ ໃຫ້ທັນສະພາບການທີ່ເກີດຂຶ້ນ, ຊີ້ນໍາພະນັກງານ-ນັກຮົບມີຄວາມບໍລິສຸດສັດຊື່ໃນການດໍາ ເນີນຄະດີອຸບັດຕິເຫດໃຫ້ຮັບປະກັນໄດ້ດ້ານການເມືອງ, ດ້ານກົດໝາຍ ແລະ ດ້ານວິຊາສະເພາະ, ພ້ອມທັງສືບຕໍ່ປະສານສົມທົບກັບພວກສ່ວນກ່ຽວຂ້ອງ ເປັນຕົ້ນກົມຕໍາຫຼວດຈະລາຈອນ, ໄອຍະການປະຊາຊົນນະຄອນຫຼວງ ແລະ ບັນດາຈະລາຈອນເມືອງ ເພື່ອຄວາມເອກະພາບໃນການດໍາເນີນຄະດີ.

ນອກນັ້ນ, ພ້ອມທັງເປັນເຈົ້າການໃນການພົວພັນກັບກອງຄຸ້ມຄອງພາຫະນະໃນການຄຸ້ມຄອງພາຫະນະເພີ່ມ ຫຼື ຫຼຸດ. ນອກນີ້, ກໍເອົາໃຈໃສ່ໃນການຄຸ້ມຄອງສູນຕັກນິກໃຫ້ຮັບປະກັນໃນການກວດກາເຕັກນິກຂອງພາຫະນະ, ວາງລາຄາ, ຮັບແຈ້ງ ເສຍຫາຍ ແລະ ດໍາເນີນຄະດີ, ສືບຕໍ່ສ້າງຖານຂໍ້ມູນພາຫະນະ, ຖານຂໍ້ມູນຜູ້ລະເມີດກົດຈະລາຈອນ ແລະ ຖານຂໍ້ມູນອຸບັດຕິເຫດ ເພື່ອຮັບໃຊ້ວິຊາສະເພາະ ແລະ ສຶກສາອົບຮົມນັກຂັບຂີ່.